ການທ່ອງທ່ຽວໃນໄລຍະພັກວັນກຳມະກອນສາກົນປີນີ້ ດັ່ງການເພີ່ມພະລັງຂັບເຄື່ອນໃຫ້ແກ່ການຟື້ນຟູເສດຖະກິດຈີນ

2023-05-06 20:11:14
ມາຈາກ:CRI

ໃນຫຼາຍປີມໍ່ໆມານີ້, ຂະແໜງການທ່ອງທ່ຽວເປັນພາກສ່ວນສຳຄັນໃນເສດຖະກິດຂອງຈີນມາໂດຍຕະຫຼອດ ແລະ ກໍເປັນໜຶ່ງໃນພະລັງຂັບເຄື່ອນທີ່ສຳຄັນສຳລັບການພັດທະນາເສດຖະກິດຈີນ. ແຕ່ວ່າ, ນັບແຕ່ເກີດມີການແພ່ລະບາດຂອງພະຍາດໂຄວິດ-19 ແຕ່ປີ 2019 ເປັນຕົ້ນມາ, ຕະຫຼາດການທ່ອງທ່ຽວຂອງຈີນຖືກກະທົບກະເທືອນຢ່າງໜັກໜ່ວງ ແລະ ໄດ້ປະສົບຄວາມຫຍຸ້ງຍາກແບບບໍ່ເຄີຍມີມາກ່ອນ.

ໂດຍຜ່ານຜ່າການທົດສອບໃນໄລຍະເກີດມີການແພ່ລະບາດຂອງພະຍາດໂຄວິດ-19 ເປັນເວລາ 3 ປີ, ໄລຍະພັກວັນກຳມະກອນສາກົນປີນີ້ຂອງຈີນ ໄດ້ຮັບຄວາມສົນໃຈເປັນພິເສດ, ຝ່າຍຕ່າງໆລ້ວນແຕ່ຝາກຄວາມຫວັງໄວ້ນຳໄລຍະພັກລັດຖະການທຳອິດ ທີ່ບໍ່ມີຜົນກະທົບຈາກການແພ່ລະບາດຂອງພະຍາດ. ສ່ວນຂະແໜງການທ່ອງທ່ຽວຂອງຈີນທີ່ມີການຟື້ນຟູຢ່າງແຂງແຮງ ໃນໄລຍະພັກວັນກຳມະກອນສາກົນປີນີ້ ໄດ້ເພີ່ມພະລລັງຂັບເຄື່ອນໃຫ້ແກ່ການຟື້ນຟູເສດຖະກິດຈີນ ແລະ ກໍໄດ້ສົ່ງສັນຍານທີ່ເປັນການເຊີດຊູກຳລັງໃຈໃຫ້ແກ່ຊາວໂລກ.ໂດຍອີງຕາມຕົວເລກຂໍ້ມູນຈາກສູນຕົວເລກຂໍ້ມູນກະຊວງວັດທະນະທຳແລະທ່ອງທ່ຽວຈີນສະແດງໃຫ້ເຫັນວ່າ: ໃນໄລຍະພັກວັນກຳມະກອນສາກົນປີນີ້, ຈີນມີນັກທ່ອງທ່ຽວໄປທ່ຽວພາຍໃນປະເທດລວມທັງໝົດ 274 ລ້ານເທື່ອຄົນ, ລາຍຮັບຈາກການທ່ອງທ່ຽວໄດ້ບັນລຸເຖິງ 148 ຕື້ກວ່າຢວນ, ໄລຍະທາງ ແລະ ການບໍລິໂພກດ້ານການທ່ອງທ່ຽວ ລ້ວນແຕ່ໄດ້ສ້າງສະຖິຕິໃໝ່ໃນປະຫວັດການທ່ອງທ່ຽວ.

ຍົກແຂວງໄຫຫຼຳ ທີ່ເປັນແຂວງທ່ອງທ່ຽວທີ່ມີຊື່ສຽງຂອງຈີນເປັນຕົວຢ່າງ, ໃນໄລຍະພັກວັນກຳມະກອນສາກົນປີນີ້, ແຂວງໄຫຫຼຳໄດ້ຕ້ອນຮັບນັກທ່ອງທ່ຽວທັງໝົດ 3,2 ລ້ານກວ່າເທື່ອຄົນ ແລະ ມີລາຍຮັບຈາກການທ່ອງທ່ຽວເຖິງ 4,232 ຕື້ຢວນ, ຈຳນວນນັກທ່ອງທ່ຽວ ແລະ ລາຍຮັບຈາກການທ່ອງທ່ຽວ ລ້ວນແຕ່ໄດ້ລື່ນກາຍລະດັບຂອງໄລຍະດຽວກັນຂອງປີ 2019 ຢ່າງຫຼວງຫຼາຍ. ຂະແໜງການທ່ອງທ່ຽວໄດ້ຟື້ນຕົວຢ່າງແຂງແຮງ ບໍ່ພຽງແຕ່ໄດ້ຊຸກຍູ້ການບໍລິໂພກໃຫ້ເຕີບໂຕຢ່າງຫຼວງຫຼາຍເທົ່ານັ້ນ, ຫາກຍັງໄດ້ຊຸກຍູ້ການຟື້ນຟູຂອງຂະແໜງການໂຮງແຮມ, ຂະແໜງການອາຫານການກິນ ແລະ ການຄົມມະນາຄົມເປັນຕົ້ນ ພ້ອມທັງໄດ້ສ້າງໂອກາດພັດທະນາໃໝ່ໃຫ້ແກ່ຂະແໜງການທີ່ກ່ຽວຂ້ອງດ້ານວັດທະນະທຳ ແລະ ກິລາເປັນຕົ້ນອີກດ້ວຍ.

ຕາມຂ່າວຈາກກະຊວງການຄ້າຈີນໃຫ້ຮູ້ວ່າ: ການບໍລິໂພກດ້ານອາຫານການກິນ ແລະ ການພັກຜ່ອນຢ່ອນອາລົມໃນໄລຍະພັກວັນກຳມະກອນສາກົນປີນີ້ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ຍອດມູນຄ່າຈຳໜ່າຍຂອງວິສາຫະກິດໃນຂະແໜງການອາຫານການກິນທີ່ສຳຄັນໄດ້ເພີ່ມຂຶ້ນ 57,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; ຍອດມູນຄ່າຂາຍປີ້ຮູບເງົາໃນໄລຍະພັກວັນກຳມະກອນສາກົນປີນີ້ ໄດ້ຫຼາຍກວ່າ 1,5 ຕື້ຢວນ ແລະ ໄດ້ເປັນອັນດັບທີ 3 ສຳລັບໄລຍະພັກວັນກຳມະກອນສາກົນໃນປະຫວັດການ; ນອກນີ້, ທ້ອງຖິ່ນຕ່າງໆຂອງຈີນໄດ້ຈັດກິດຈະກຳແຂ່ງຂັນກິລາມວນຊົນປະເພດຕ່າງໆ 6.000 ກວ່າເທື່ອ ແລະ ໄດ້ດຶງດູດປະຊາຊົນເຂົ້າຮ່ວມຫຼາຍກວ່າ 3 ລ້ານຄົນ.

ຕົວເລກຂໍ້ມູນເຫຼົ່ານີ້ໄດ້ສະແດງໃຫ້ເຫັນວ່າ: ຂະແໜງການທ່ອງທ່ຽວຂອງຈີນໄດ້ກ້າວອອກຈາກເງົາມືດຂອງການແພ່ລະບາດຂອງພະຍາດໂຄວິດ-19 ເທື່ອລະກ້າວແລ້ວ ແລະ ຈະເພີ່ມພະລັງຂັບເຄື່ອນໃໝ່ໃຫ້ແກ່ການພັດທະນາເສດຖະກິດຂອງຈີນໃນໄລຍະຍາວ, ຕະຫຼາດການບໍລິໂພກຂອງຈີນໄດ້ພັດທະນາຢ່າງແຂງແຮງໃນໄລຍະພັກວັນກຳມະກອນສາກົນປີນີ້ ກໍຈະສ້າງພື້ນຖານທີ່ດີໃຫ້ແກ່ການເຕີບໂຕຂອງເສດຖະກິດຈີນ ແລະ ຍ່ອມຈະເປັນການປະກອບສ່ວນອັນສຳຄັນ ຕໍ່ການເຕີບໂຕຂອງເສດຖະກິດໂລກ.

ການທ່ອງທ່ຽວໃນໄລຍະພັກວັນກຳມະກອນສາກົນປີນີ້ ດັ່ງການເພີ່ມພະລັງຂັບເຄື່ອນໃຫ້ແກ່ການຟື້ນຟູເສດຖະກິດຈີນ