ສືບສານມິດຕະພາບ ຂະຫຍາຍການຮ່ວມມື |ເສັ້ນທາງແຫ່ງການພັດທະນາ ເສັ້ນທາງແຫ່ງ ຄວາມສຸກ ເສັ້ນທາງແຫ່ງມິດຕິພາບ ! ມິດຕະພາບລະຫວ່າງລາວ-ຈີນ ໝັ້ນຄົງຂະໜົງ ແກ່ນຍິ່ງຂຶ້ນ

2023-05-06 20:25:21
ມາຈາກ:

ວັນທີ 29 ມີນາ ຫາ ວັນທີ 1 ເມສາ 2023, ທ່ານຫວາງໜີງ ເລຂາຄະນະພັກແຂວງຢຸນນານພ້ອມດ້ວຍຄະນະຜູ້ແທນມິດຕະພາບແຂວງຢຸນນານໄດ້ເດີນທາງຢ້ຽມຢາມສັນຖະວະໄມຕີປະເທດລາວ, ເຊິ່ງໄດ້ເລີ່ມການເດີນທາງແຫ່ງມິດຕະພາບພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສິ້ນສຸດລົງ.

【ຮ່ວມລົມກັນມິດຕະພາບ】

ໃນໄລຍະເດີນທາງຢ້ຽມຢາມປະເທດລາວ, ທ່ານຫວາງໜີງໄດ້ເຂົ້າຢ້ຽມຂໍ່ານັບທ່ານທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແລະ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດ. ສອງຝ່າຍໄດ້ຮ່ວມກັນຈັດຕັ້ງປະຕິບັດຄວາມເຫັນທີ່ເປັນເອກະພາບກັນລະຫວ່າງຜູ້ນໍາສູງສຸດຂອງສອງພັກສອງລັດ ລາວຈີນ ແລະ ປະຕິບັດ “ຖະແຫຼງການຮ່ວມວ່າດ້ວຍການສືບຕໍ່ລົງເລິກສ້າງຄູ່ຮ່ວມຊາຕາກໍາລາວ-ຈີນໃຫ້ບັນລຸຄວາມເປັນຈິງ”ຊຸກຍູ້ການພັດທະນາຮ່ວມກັນ ແລະ ສ້າງຄວາມອຸດົມຮັ່ງມີຮ່ວມກັນຢູ່ຕາມເຂດຊາຍແດນຂອງສອງປະເທດ.

ທ່ານຫວາງໜີງ ຍັງໄດ້ພົບປະກັບທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະການລົງທຶນ ທັງເປັນປະທານຄະນະກໍາມະການຫ້ອງການຮ່ວມມືລາວຈີນ ແລະ ທ່ານ ສຸກັນ ບຸນຍົງ ຮອງເລຂາຄະນະປະຈໍາພັກແຂວງຫຼວງພະບາງ, ທັງສອງຝ່າຍໄດ້ມີຄວາມເຫັນເປັນເອກະພາບກັນຢ່າງກວ້າງຂວາງດ້ານການຮ່ວມມືໃນຂົງເຂດການລົງທຶນ, ເສດຖະກິດ, ການຄ້າ, ການທ່ອງທ່ຽວ ແລະ ວັດທະນະທໍາ, ການພັດທະນາກະສິກໍາ ແລະ ຫຼຸດຜ່ອນຄວາມທຸກຍາກ, ການຝຶກອົບຮົມຊັບພະຍາກອນມະນຸດ ແລະອື່ນໆ ໂດຍປິ່ນອ້ອມການນໍາໃຊ້ທາງລົດໄຟລາວ-ຈີນ.

ໃນໄລຍະຢ້ຽມຢາມປະເທດລາວ, ຄະນະຜູ້ແທນມິດຕະພາບແຂວງຢຸນນານຍັງໄດ້ເຂົ້າຮ່ວມພິທີມອບ-ຮັບໂຄງການກໍ່ສ້າງໂຮງຮຽນມັດທະຍົມສົມບູນເພຍວັດນະຄອນຫຼວງວຽງຈັນ ສປປ ລາວ ໂດຍການຊ່ວຍເຫຼືອລ້າຈາກ ສປ ຈີນ, ເຊິ່ງເປັນໂຄງການທີ່ໄດ້ຮັບການຊ່ວຍເຫຼືອຈາກ ສປ ຈີນ ແລະ ຮັບກໍ່ສ້າງໂດຍກຸ່ມບໍລິສັດການລົງທຶນການກໍ່ສ້າງແຂວງຢຸນນານ ແລະ ມີຫ້ອງຮຽນທັງໝົດ 50 ຫ້ອງ, ສາມາດບັນຈຸນັກຮຽນໄດ້ 1400 ຄົນ.

ຜ່ານມາ, ຜູ້ນໍາຄະນະພັກແຂວງ ແລະ ອໍານາດການປົກຄອງແຂວງຢຸນນານທຸກຊຸດກໍເຄີຍພາຄະນະຜູ້ແທນໄປຢ້ຽມຢາມປະເທດລາວ ແລະ ໄດ້ຮັກສາການໄປມາຫາສູ່ກັນກັບຜູ້ນໍາຂອງພັກລັດ, ສູນກາງ ແລະ ທ້ອງຖິ່ນຂອງປະເທດລາວເປັນຢ່າງດີ.

ປີ 2020 ຜ່ານມາ, ຜູ້ນໍາພັກລັດຂອງປະເທດລາວ ເຊັ່ນ ທ່ານຈູມມະລີ ໄຊຍະສອນ, ທ່ານບຸນຍັງ ວໍລະຈິດ ແລະ ທ່ານທອງລຸນ ສີສຸລິດ ກໍໄດ້ແວ່ຢ້ຽມຢາມແຂວງຢຸນນານໃນຊ່ວງເວລາເດີນທາງຢ້ຽມຢາມສັນຖະວະໄມຕີ ສາທາລະນະລັດປະຊາຊົນຈີນ.

ໃນໄລຍະແຜ່ລະບາດຂອງພະຍາດໂຄວິດ-19, ທ່ານຫວາງໜີງ ເລຂາຄະນະພັກແຂວງຢຸນນານໄດ້ແລກປ່ຽນຄວາມເຫັນກັບທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແລະ ເລຂາຄະນະພັກແຂວງພາກເໜືອທີ່ກ່ຽວຂ້ອງຂອງປະເທດລາວກ່ຽວກັບບັນຫາສໍາຄັນທີ່ໄດ້ຮັບຄວາມເອົາໃຈໃສ່ຈາກທັງສອງຝ່າຍ ໂດຍຜ່ານວິທີການສົ່ງຈົດໝາຍ ແລະ “ພົບກັນທາງອອນລາຍ”.

ວັນທີ 2 ທັນວາ 2021, ທ່ານຫວາງໜີງ ເລຂາຄະນະພັກແຂວງຢຸນນານໄດ້ພົບປະເຈລະຈາກັບທ່ານນາງຄໍາເພົ້າ ເອີນທະວັນ ເອກອັກຄະລັດຖະທູດລາວປະຈໍາ ສປ ຈີນ ພ້ອມດ້ວຍຄະນະ ແລະ ໄດ້ສະແດງຄວາມຍິນດີຕ້ອນຮັບທີ່ທ່ານນາງຄໍາເພົ້າ ເອີນທະວັນ ພ້ອມດ້ວຍຄະນະໄດ້ເດີນທາງມາເຂົ້າຮ່ວມພິທີເປີດນໍາໃຊ້ລົດໄຟລາວ-ຈີນຢູ່ນະຄອນຄຸນໝິງ.

ຍາດພີ່ນ້ອງແຮງເຂົ້າຫາແຮງໃກ້ຊິດກັນ, ໝູ່ເພື່ອນຍິ່ງເຂົ້າຫາຍິ່ງໃກ້ຊິດກັນຂຶ້ນ. ການໄປມາຫາສູ່ກັນລະຫວ່າງປະຊາຊົນຢຸນນານ-ລາວ ໄດ້ສ່ອງແສງໃຫ້ເຫັນເຖິງຄວາມເຂົ້າໃຈກັນຢ່າງມີຊີວິດຊີວາລະຫວ່າງປະຊາຊົນສອງຊາດລາວ-ຈີນ.

ໃນໄລຍະການແຜ່ລະບາດພະຍາດໂຄວິດ-19, ແຂວງຢຸນນານໄດ້ແຕ່ງຕັ້ງຄະນະຊ່ຽວຊານການແພດຕໍ່ຕ້ານພະຍາດໂຄວິດ-19 ຂອງຈີນເຂົ້າໄປປະເທດລາວ ເພື່ອຊ່ວຍເຫຼືອລາວຕໍ່ຕ້ານພະຍາດໂຄວິດ-19 ເຖິງສອງເທື່ອ ໂດຍມີຈໍານວນ 500 ກວ່າຄົນໄດ້ເຂົ້າສູ່ປະເທດລາວດໍາເນີນວຽກງານປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ວຽກງານປິ່ນປົວພະຍາດ.

ມາຮອດປັດຈຸບັນນີ້, ບັນດາໂຮງຮຽນການສຶກສາຊັ້ນສູງຂອງແຂວງຢຸນນານໄດ້ຮັບນັກສຶກສາລາວເຂົ້າມາຮຽນໃນຈໍານວນທັງໝົດຫຼາຍກວ່າ 6000 ຄົນ. ແຂວງຢຸນນານມີໂຮງຮຽນການສຶກສາຊັ້ນສູງ 16 ແຫ່ງໄດ້ສ້າງສາຍພົວພັນການຮ່ວມມືກັບໂຮງຮຽນການສຶກສາຊັ້ນສູງຂອງ ສປປ ລາວ 21 ແຫ່ງ.

ວັນທີ 20 ທັນວາ 2022, ງານແລກປ່ຽນວັດທະນະທໍາລະຫວ່າງປະຊາຊົນຢູ່ຕາມຊາຍແດນລາວ-ຈີນ ພາຍໃຕ້ຫົວຂໍ້ “ແຂວງຢຸນນານຫຼາຍສີສັນ ສັບພະສິ່ງມີການປ່ຽນແປງໃໝ່” ໄດ້ຈັດຂຶ້ນຢູ່ນະຄອນຊຽງຮຸ່ງ ແລະ ເມືອງຫຼ້າຂອງກິ່ງແຂວງປົກຄອງຕົນເອງເຜົ່າລື້ສິບສອງພັນນາ ແຂວງຢຸນນານ ພ້ອມດຽວກັນກັບແຂວງວຽງຈັນ, ແຂວງຫຼວງນໍ້າທາ, ເຂດເສດຖະກິດພິເສດ ບໍ່ເຕ່ນດິນງາມ ແລະ ແຂວງຫຼວງພະບາງຂອງລາວໂດຍຜ່ານວິທີອອນລາຍ ແລະ ອອຟລາຍ.

ວັນທີ 20 ທັນວາ 2022, ກິດຈະກໍາວັນສະເຫຼີມສະຫຼອງການເປີດນໍາໃຊ້ລົດໄຟລາວ-ຈີນ ຄົບຮອບ 1 ປີ ໄດ້ຈັດຂຶ້ນຢູ່ບໍ່ຫານ, ບໍ່ເຕັນ ແລະ ເສັ້ນທາງທີ່ລຽບຕາມທາງລົດໄຟລາວ-ຈີນ ໂດຍຜ່ານວິທີອອນລາຍ ແລະ ອອຟລາຍ. ຊ່ອງລາຍການສາກົນແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງຢຸນນານໄດ້ກາຍເປັນຊ່ອງໂທລະພາບທໍາອິດຂອງຈີນທີ່ໄດ້ອອກອາກາດດ້ວຍພາສາລາວຢູ່ລາວ.

【ຮ່ວມປຶກສາການຮ່ວມມື】

ໃນໄລຍະຢ້ຽມຢາມລາວ, ສອງຝ່າຍໄດ້ມີຄວາມເຫັນເປັນເອກະພາບກັນຕ່າງໆກ່ຽວກັບຫົວຂໍ້ການສ້າງສາພັດທະນາເສັ້ນທາງລຽບຕາມທາງລົດໄຟລາວ-ຈີນ, ການສ້າງສາເຂດຮ່ວມມືເສດຖະກິດບໍ່ຫານ-ບໍ່ເຕ່ນ ລະຫວ່າງ ລາວ-ຈີນ, ການສ້າງສາເຂດພັດທະນາກວມລວມໄຊເຊດຖາ ນະຄອນຫຼວງວຽງຈັນ, ການສ້າງສາທາງດ່ວນວຽງຈັນ-ບໍ່ເຕ່ນ, ປິ່ນອ້ອມການຊຸກຍູ້ການເປີດນໍາໃຊ້ຂະບວນລົດໄຟຜູ້ໂດຍສານສາກົນວຽງຈັນ-ຄຸນໝິງ, ຂະແໜງການ ແລະ ວິສາຫະກິດທີ່ມີທ່າແຮງຂອງແຂວງຢຸນນານເຂົ້າໄປລົງທຶນຢູ່ ສປປ ລາວ ຕື່ມອີກ, ຊຸກຍູ້ຜະລິດຕະພັນກະສິກໍາຂອງລາວ ເຊັ່ນ ຊີ້ນງົວ ເຂົ້າສູ່ຕະຫຼາດຈີນ, ຍົກສູງປະສິດທິພາບຂອງກົນໄກການຮ່ວມມືລະຫວ່າງແຂວງຢຸນນານ ກັບສິບແຂວງໃນພາກເໜືອຂອງ ສປປ ລາວ.

ພາກສ່ວນທີ່ກ່ຽວຂ້ອງ ແລະ ວິສາຫະກິດຕ່າງໆຂອງແຂວງຢຸນນານໄດ້ເຊັນສັນຍາການຮ່ວມມື ກັບປະເທດລາວໃນດ້ານຂົງເຂດການເງິນ, ພະລັງງານ, ກະສິກໍາ, ການທ່ອງທ່ຽວ ແລະອື່ນໆ.

ເຂດພັດທະນາກວມລວມໄຊເຊດຖາວຽງຈັນ ເປັນເຂດການຮ່ວມມືເສດຖະກິດການຄ້ານອກຊາຍແດນລະດັບຊາດຂອງຈີນປະຈໍາລາວແຫ່ງດຽວ ໂດຍຮ່ວມທຶນສ້າງຕັ້ງບໍລິສັດຂຶ້ນ ແລະ ດໍາເນີນທຸລະກິດໂດຍກຸ່ມບໍລິສັດຢຸນນານກໍ່ສ້າງ-ລົງທຶນ ແລະ ຖືຮຸ້ນຈໍາກັດ ກັບລັດຖະບານນະຄອນຫຼວງວຽງຈັນ, ທັງເປັນທີ່ຕັ້ງຂອງ “ໂຄງການຖ່ານໄຟທີ່ມີປະສິດທິພາບສູງ 7GW ຂອງບໍລິສັດຈົງຫຸ້ນໂຊລ້າເຕັກໂນໂລຊີ” ທີ່ຄະນະຜູ້ແທນມິດຕະພາບແຂວງຢຸນນານໄດ້ເຊັນສັນຍາໃນຄັ້ງນີ້. ຫຼັງຈາກໂຄງການສ້າງສໍາເລັດແລ້ວ, ມູນຄ່າການຜະລິດຈະບັນລຸເຖິງ 1.5 ຕື້ໂດລາ ແລະ ສາມາດສ້າງວຽກເຮັດງານທໍາໄດ້ 1500 ຫາ 2000 ຕໍາແໜ່ງງານໃຫ້ແກ່ປະຊາຊົນທ້ອງຖິ່ນ.

ໂຄງການຮ່ວມມືພັດທະນາຂະແໜງການຢາງພາລາທໍາມະຊາດຂອງລາວທີ່ຫາກໍ່ໄດ້ເຊັນສັນຍາໃໝ່, ຈະລົງເລິກສາຍພົວພັນການຮ່ວມມືລາວ-ຈີນ, ຊຸກຍູ້ການພັດທະນາຂະແໜງການຢາງພາລາທໍາມະຊາດຂອງລາວ ແລະ ສ້າງມາດຕະຖານເຕັກໂນໂລຊີລະດັບຊາດຂອງຢາງພາລາທໍາມະຊາດຂອງລາວ ເພື່ອໃຫ້ການຜະລິດຢາງພາລາ ແລະ ຜະລິດຕະພັນກະສິກໍາບັນລຸປະສິດທິຜົນດ້ານເສດຖະກິດເປັນຢ່າງດີ.

ວິສາຫະກິດ ກັບ ທະນາຄານຂອງລາວໄດ້ປະດິດສ້າງຮູບແບບໃຫມ່ໃນການຮ່ວມມືໂຄງການຊໍາລະຂ້າມແດນຂອງການຄ້າເອເລັກໂທຣນິກ, ໂດຍຜ່ານເວທີການຄ້າເອເລັກໂທຣນິກຂ້າມແດນລາວ-ຈີນ, ສົ່ງເສີມການພັດທະນາເສດຖະກິດ. ດ້ານອິນເຕີເນັດຂອງລາວ, ຍົກລະດັບການຮ່ວມມືໃນຂົງເຂດໂລຈິດສະຕິກ, ການຊໍາລະແບບເຄື່ອນທີ່, ເປີດກວ້າງຕະຫຼາດການຂາຍໃນປະເທດຈີນ ເພື່ອນໍາເອົາຜະລິດຕະພັນທີ່ມີສີສັນ ແລະ ຄຸນນະພາບຂອງລາວເຂົ້າມາຈໍາໜ່າຍ.

ໂຄງການສ້າງສາລະບົບພາສາຈີນແບບອັດສະລິຍະດ້ານການຄ້າ-ການທ່ອງທ່ຽວ ແລະ ລະບົບບໍລິການທີ່ມີມາດຕະຖານຂອງລາວ, ເປັນໂຄງການສ້າງສາ “ການຄ້າ-ການທ່ອງທ່ຽວແບບດີຈີຕອນ” ແຫ່ງທໍາອິດຂອງແຂວງຢຸນນານຢູ່ລາວ, ຈະສ້າງຄວາມສະດວກໃຫ້ແກ່ຂອດທັງໝົດຂອງການຄ້າ-ການທ່ອງທ່ຽວ ແລະ ສາມາດນໍາໃຊ້ໄດ້ດ້ວຍພາສາລາວ-ພາສາຈີນຢ່າງສະດວກຕະຫຼອດເວລາ.

【ຮ່ວມປຶກສາການພັດທະນາ】

“ການເຂົ້າຫາເຊິ່ງກັນແລະກັນ” ຂອງລົດໄຟລາວ-ຈີນ ພາໃຫ້ເຫັນອະນາຄົດອັນສົດໃສໃນການທ່ອງທ່ຽວຂ້າມແດນລາວ-ຈີນ.ໃນປະເທດຈີນ, ດ່ານລົດໄຟບໍ່ຫານຈະເປີດນໍາໃຊ້ການຂົນສົ່ງໂດຍສານ, ການຂີ່ລົດໄຟໄປລາວຈະບັນລຸຄວາມເປັນຈິງ. ໃນປະເທດລາວ, ພາກສ່ວນຕ່າງໆຂອງລັດຖະບານລາວກໍາລັງປຶກສາກັນກັບບໍລິສັດທ່ອງທ່ຽວ ແລະ ໂຮງແຮມຕ່າງໆກ່ຽວກັບການປັບປຸງພື້ນຖານໂຄງລ່າງ ແລະ ການບໍລິການ ເພື່ອກຽມຕ້ອນຮັບຄະນະນັກທ່ອງທ່ຽວຈີນກັບມາລາວ.

ວັນທີ 15 ມີນາ, ລົດໄຟລາວ-ຈີນ ຕອນພາຍໃນປະເທດລາວໄດ້ກ້າວເຂົ້າສູ່ຍຸກສະໄໝການຊື້ປີ້ຜ່ານອອນລາຍ. ຂະບວນໝາກໄມ້ຂອງລົດໄຟລາວ-ຈີນທີ່ຂົນສົ່ງດ້ວຍລົດໄຟຕະຫຼອດຕົ້ນທາງຫາປາຍທາງນັ້ນ, ກໍາລັງຂົນສົ່ງໝາກໄມ້ຕ່າງໆ ເຊັ່ນ ໝາກກ້ວຍ, ໝາກຖົ່ວລຽນ ແລະ ໝາກລໍາໄຍເຂົ້າສູ່ໂຕະອາຫານຂອງປະຊາຊົນຈີນ ແລະ ຈະຊ່ວຍໃຫ້ປະຊາຊົນຈີນບັນລຸ “ການຊື້ໝາກໄມ້ເຂດຮ້ອນຕາມໃຈມັກ”. ການປູກຝັງໝາກໄມ້ ແລະ ຜັກທີ່ມີມູນຄ່າສູງໄດ້ກາຍເປັນໂຄງການທີ່ໄດ້ຮັບຄວາມນິຍົມຈາກວິສາຫະກິດກະສິກໍາຈີນທີ່ຈະໄປລົງທຶນຢູ່ລາວ.

ໃນພາກໃຕ້ຂອງລາວ, ຫຼາຍວິສາຫະກິດຂອງຈີນມີແຜນຈະປູກຕົ້ນຖົ່ວລຽນໃນມູນຄ່າຫຼາຍຮ້ອຍລ້ານຢວນ. ໃນພາກເໜືອຂອງລາວ, ວິສາຫະກິດຂອງຈີນໄດ້ລົງທຶນດ້ານການປູກຕົ້ນຢາງພາລາ, ໝາກກ້ວຍ ແລະ ໝາກໂມເປັນຈໍານວນຫຼວງຫຼາຍໃນທົ່ວປະເທດລາວ, ການປູງມັນຕົ້ນ ແລະ ການລ້ຽງສັດນໍ້າ ເພື່ອສົ່ງອອກສູ່ປະເທດຈີນ ມີບັນຍາກາດຟົດຟື້ນຢ່າງເຫັນໄດ້ຊັດແຈ້ງ. ພ້ອມກັນນັ້ນ, ແຂວງຢຸນນານກໍ່ໄດ້ມີຄວາມຕົກລົງເຫັນດີເປັນເອກະພາບກັນກັບຝ່າຍລາວ ເພື່ອສົ່ງເສີມຂະແໜງການ ແລະ ວິສາຫະກິດທີ່ມີທ່າແຮງຕ່າງໆຂອງຢຸນນານໄປລົງທຶນຢູ່ລາວຕື່ມ.

ເສັ້ນທາງແຫ່ງການພັດທະນາ, ເສັ້ນທາງແຫ່ງຄວາມສຸກ ແລະ ເສັ້ນທາງແຫ່ງມິດຕິພາບ,ທາງລົດໄຟລາວ-ຈີນ ຈະບຸກເບີກສ້າງອະນາຄົດທີ່ສວຍສົດງົດງາມກວ່າເກົ່າ.

ຂໍ້ມູນມາຈາກໜັງສືພິມລາຍວັນຢຸນນານ, ສໍານັກຂ່າວຊິນຮວາ, ເວັບໄຊຈີນ, ວາລະສານ“ຫວນຊີວ”

ສືບສານມິດຕະພາບ ຂະຫຍາຍການຮ່ວມມື |ເສັ້ນທາງແຫ່ງການພັດທະນາ ເສັ້ນທາງແຫ່ງ ຄວາມສຸກ ເສັ້ນທາງແຫ່ງມິດຕິພາບ ! ມິດຕະພາບລະຫວ່າງລາວ-ຈີນ ໝັ້ນຄົງຂະໜົງ ແກ່ນຍິ່ງຂຶ້ນ