ທ່ານ ມາຕິນ ແຈັກເຄສ ຊ່ຽວຊານບັນຫາຈີນຂອງອັງກິດກ່າວວ່າ: ຈີນໄດ້ຈໍ່ຕົວຂຶ້ນເປັນທິດສະດີວ່າດ້ວຍທັນສະໄໝທີ່ສຸກງອມກວ່າເກົ່າ

2023-05-12 17:54:48
ມາຈາກ:

ນັບແຕ່ຈີນ​ດຳ​ເນີນ​ການປະຕູຮູບ ແລະ ເປີດປະຕູສູ່ພາຍນອກເປັນຕົ້ນມາ, ສິ່ງແວດລ້ອມດ້ານລະບອບ ແລະ ຍຸດທະສາດການພັດທະນາຂອງຈີນໄດ້ກະຕຸ້ນຈິດໃຈການປະດິດສ້າງໃໝ່ຂອງປະຊາຊົນຈີນຢ່າງ​ບັງ​ເກີດ​ຜົນ. ​ເມື່ອ​ສັງ​ເກດ​ຈາກແງ່ມຸມ​ຍາວໄກແລ້ວ, ຄວາມພະຍາຍາມອັນບໍ່ລົດລະໃນການຊຸກຍູ້ການຫັນເປັນທັນສະໄໝຂອງຈີນຈະສະໜັບສະໜູນການພັດທະນາເສດຖະກິດຈີນແບບຍືນຍົງຢ່າງແຂງແຮງ.

ການ​ຫັນ​ເປັນ​​ທັນ​ສະ​ໄໝ​ຂອງຈີນ​ແມ່ນ​ການ​ປະ​ດິດ​ສ້າງ​ໃໝ່​ອັນ​ຍິ່ງ​ໃຫຍ່ໃນ​ປະ​ຫວັດ​ສາດ​ການ​ພັດ​ທະ​ນາ​ຂອງມວນມະ​ນຸດ. ​​ນັບ​ແຕ່ສະ​ໄໝ​ໃໝ່ເປັນຕົ້ນມາ, ທຸກ​ປະ​ເທດ​ລ້ວນ​ແຕ່​ປະ​ເຊີນ​ໜ້າ​ກັບບັນຫາ​ການຫັນເປັນທັນສະໄໝ​ໃນ​ຮູບ​ການ​ໃດ. ຄວາມທັນສະໄໝມີລັກສະນະພິ​ເສດຮ່ວມຫຼາຍ​ຢ່າງ, ແຕ່ຮູບແບບການບັນລຸຄວາມທັນສະໄໝແມ່ນແຕກຕ່າງກັນ. ປະເທດຈີນມີມູນເຊື້ອວັດທະນະທໍາ, ຂະໜາດປະ​ຊາ​ກອນ ລະບອບສັງຄົມ ແລະ ສິ່ງອື່ນໆ​ທີ່​ພິ​ເສດ​ຂອງ​ຕົນ, ຈະ​ລອກ​ແບບເສັ້ນທາງການບັນລຸຄວາມທັນສະໄໝຂອງ​ປະ​ເທດຕາເວັນຕົກບໍ່ໄດ້. ຈີນ​ໄດ້​ປະ​ສົບຜົນສຳ​ເລັດ​ດ້ານ​ການ​ພັດທະນາ​ອັນ​ໃຫຍ່​ຫຼວງ, ​ແລະ​ ໄດ້ຈໍ່​ຕົວ​ຂຶ້ນ​ເປັນທິດ​ສະ​ດີ​ທີ່​ມີຄວາມ​ກ້າວ​ໜ້າ​ຕື່ມ​ອີກ​ກ່ຽວ​ກັບ​ການ​ຫັນ​ເປັນທັນ​ສະ​ໄໝ​ແບບ​ໃດ​ ແລະ​ ຈະ​ບັນລຸ​​ຄວາມ​ທັນ​ສະ​ໄໝໄດ້​ແນວ​ໃດ. ຕົວຢ່າງວ່າ, ເມື່ອຈີນ​ຊຳ​ລະການພົວພັນກັບບັນດາປະເທດທີ່ກໍາລັງພັດທະນາ, ​ຈີນ​ໄດ້ຍຶດຫມັ້ນແນວຄວາມຄິດທີ່ແຕກຕ່າງກັນກັບປະເທດຕາເວັນຕົກ ແລະ ຍິ່ງເອົາໃຈໃສ່ນຳ​ການ​ຮ່ວມ​ມື​ແບບຕ່າງຝ່າຍຕ່າງມີຜົນປະໂຫຍດກວ່າ.

ຈີນ​ໄດ້​ສ້າງ​ການ​ພົວພັນ​ທາງ​ດ້ານ​ເສດຖະກິດ​ທີ່​ແໜ້ນ​ແຟ້ນ​ທີ່​ສຸດ​ກັບ​ປະ​ເທດ​ທີ່​ກໍາລັງ​ພັດທະນາ​ຈຳນວນ​ຫຼວງ​ຫຼາຍ, ໄດ້ສົ່ງຜົນສະທ້ອນອັນສໍາຄັນເຖິງການຊອກຫາເສັ້ນທາງການຫັນເປັນທັນສະໄໝຂອງປະເທດທີ່ກໍາລັງພັດທະນາ. ສິ່ງ​ທີ່​ແນ່ນອນ​ຄື​ການ​ຫັນ​ເປັນ​ທັນ​ສະ​ໄໝ​ຂອງ​ປະ​ເທດ​ທີ່​ກໍາລັງ​ພັດທະນາ​ທີ່ຖອດ​ຖອນ​ບົດ​ຮຽນ​ຈາກ​ຈີນ​ຈະ​ບໍ່​ຄື​ກັນ​ກັບ​ການ​ຫັນ​ເປັນ​ທັນ​ສະ​ໄໝ​ຂອງ​ຈີນທັງ​ໝົດ, ຍ້ອນວ່າຈີນບໍ່ເຄີຍສົ່ງອອກຮູບແບບ​ການ​ຫັນ​ເປັນທັນສະໄຫມຂອງຕົນ, ​ຫາກ​ໄດ້​ຍຶດ​ໝັ້ນວ່າ: ​ແຕ່​ລະ​ປະ​ເທດຄວນ​ເປັນ​ເຈົ້າ​ຕົນ​ເອງ​ໃນ​ການ​​ຄົ້ນ​ຫາ​ເສັ້ນ​ທາງ​ການ​ຫັນເປັນທັນ​ສະ​ໄຫມ​ທີ່​ເຫມາະ​ສົມ​ກັບສະ​ພາບ​ຕົວ​ຈິງ​ຂອງປະ​ເທດ​ຊາດ​ຂອງ​ຕົນ.

(ຂ່າວ: ໜັງສືພິມ ປະຊາຊົນລາຍວັນຂອງຈີນ)

ທ່ານ ມາຕິນ ແຈັກເຄສ ຊ່ຽວຊານບັນຫາຈີນຂອງອັງກິດກ່າວວ່າ: ຈີນໄດ້ຈໍ່ຕົວຂຶ້ນເປັນທິດສະດີວ່າດ້ວຍທັນສະໄໝທີ່ສຸກງອມກວ່າເກົ່າ