ຂ່າວສານຢຸນນານ·ຈີນ| "ການພັດທະນາໃນຮູບແບບຄວາມທັນສະໄໝແບບຈີນ ມີຜົນປະໂຫຍດຕໍ່ທົ່ວໂລກ"

2023-05-19 10:41:55
ມາຈາກ:

“ຄວາມທັນສະໄໝແບບຈີນເປັນການປະດິດສ້າງໃໝ່ອັນຍິ່ງໃຫຍ່ໃນການພັດທະນາສັງຄົມມະນຸດ.” ຫວ່າງມໍ່ໆມານີ້, ທ່ານ ເດວິດ ມອນຍາ ຫົວໜ້າສູນຄົ້ນຄວ້າ ອາຟຣິກາ-ຈີນ ຂອງມະຫາວິທະຍາໄລຈອນເນສເບີກອາຟຣິກາໃຕ້ກ່າວວ່າ, ຄວາມໝາຍຂອງຄວາມທັນສະໄໝແບບຈີນແມ່ນກ້າວເດີນໄປໜ້າເທື່ອລະກ້າວ ແລະ ຖືເອົາການພັດທະນາເປັນທິດຊີ້ນໍາ.

ການຍຶດໝັ້ນແນວຄວາມຄິດການຮ່ວມກັນສ້າງປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດ,ການຍຶດໝັ້ນທັດສະນະການບໍລິຫານທົ່ວໂລກທີ່ປຶກສາຫາລືຮ່ວມກັນ, ສ້າງສາຮ່ວມກັນ ແລະ ຊົມໃຊ້ຮ່ວມກັນ, ການປະຕິບັດທັດສະນະຄວາມໝັ້ນຄົງຮ່ວມກັນ, ກວມລວມ ຮ່ວມມືກັນ ແລະ ຍືນຍົງ, ສົ່ງເສີມຄ່ານິຍົມຮ່ວມຂອງມວນມະນຸດທີ່ສັນຕິພາບ, ພັດທະນາ, ຍຸຕິທໍາ, ປະຊາທິປະໄຕ ແລະ ເສລີພາບເປັນຕົ້ນ. ໃນວິວັດທະນາການທີ່ຊຸກຍູ້ຄວາມທັນສະໄໝແບບຈີນນັ້ນ, ປະເທດຈີນຍຶດໝັ້ນນະໂຍບາຍການຕ່າງປະເທດໂດຍສັນຕິທີ່ເອກະລາດ ແລະ ເປັນເຈົ້າຕົນເອງ, ສົ່ງເສີມການພັດທະນາຮ່ວມກັນຂອງໂລກ. ໃນທັດສະນະຂອງບຸກຄົນສາກົນແລ້ວ, ຄວາມທັນສະໄໝແບບຈີນໄດ້ອໍານວຍທາງເລືອກໃໝ່ ໃຫ້ແກ່ບັນດາປະເທດທີ່ກໍາລັງພັດທະນາໃນການກ້າວໄປສູ່ຄວາມທັນສະໄໝຢ່າງເອກະລາດ ແລະ ເປັນເຈົ້າຕົນເອງ.

“ທິດທາງໃຫຍ່ທີ່ປະເທດຈີນສະເໜີອອກມານັ້ນເຊີດຊູກຳລັງໃຈຫຼາຍ”, ທ່ານ ຮັດໂຕຣີ ລີອໍອີຈີ ເລຂາທິການໃຫຍ່ພັກປະຊາທິປະໄຕສັງຄົມຍີ່ປຸ່ນຫວັງວ່າ: ຄວາມທັນສະໄໝແບບຈີນຈະກາຍເປັນແບບຢ່າງແຫ່ງການພັດທະນາຂອງໂລກ.

ອັດຕາການປະກອບສ່ວນຕໍ່ການເຕີບໂຕຂອງເສດຖະກິດໂລກໃນ 10 ປີທີ່ຜ່ານມາຂອງຈີນຫຼາຍກວ່າ 30%; ອັດຕາການປະກອບສ່ວນຕໍ່ການຫຼຸດຜ່ອນຄວາມທຸກຍາກຂອງໂລກຂອງຈີນຫຼາຍກວ່າ 70%; ຈີນໄດ້ສ້າງ ແລະ ເປີດກວ້າງເຄືອຂ່າຍເຂດການຄ້າເສລີທີ່ມີມາດຕະຖານສູງທີ່ອ່ວາຍໜ້າໄປສູ່ໂລກຢ່າງບໍ່ຢຸດຢັ້ງ, ຈີນໄດ້ກາຍເປັນຄູ່ການຄ້າຕົ້ນຕໍຂອງ 140 ກວ່າປະເທດ ແລະ ເຂດແຄ້ວນ;ຈີນໄດ້ເປັນເຈົ້າພາບຈັດງານວາງສະແດງສິນຄ້ານໍາເຂົ້າສາກົນຈີນແລະ ຍຶດໝັ້ນເປີດກວ້າງການເປີດປະຕູສູ່ພາຍນອກຢ່າງຮອບດ້ານໝັ້ນໜຽວບໍ່ປ່ຽນແປງ… ຄວາມທັນສະໄໝແບບຈີນບໍ່ພຽງແຕ່ສ້າງຜົນປະໂຫຍດແກ່ໂລກເທົ່ານັ້ນ, ຫາກຍັງສ້າງກາລະໂອກາດອັນໃຫຍ່ຫຼວງກວ່າເກົ່າໃຫ້ແກ່ໂລກອີກດ້ວຍ.

ໜັງສືພິມ ເອີຣົບທາມ ຂອງຝຣັ່ງ ໄດ້ບົ່ງບອກສາຍພົວພັນຢ່າງແໜ້ນແຟ້ນລະຫວ່າງຈີນກັບໂລກ ດ້ວຍຕົວເລກຕ່າງໆຄື: “ຢູ່ໃນໂລກ, ໂດຍສະເລ່ຍແລ້ວ, ສິນຄ້າທີ່ມີມູນຄ່າຫຼາຍກວ່າ 73 ລ້ານຢວນໄດ້ຈໍລະຈອນຢູ່ລະຫວ່າງຈີນກັບປະເທດຕ່າງໆໃນໂລກໃນທຸກນາທີ; ໂດຍສະເລ່ຍແລ້ວ, ມີລົດໄຟຫຼາຍກວ່າ 40 ຖ້ຽວໄດ້ແລ່ນໄປມາລະຫວ່າງ 200 ຕົວເມືອງຂອງຈີນ ແລະ ບັນດາປະເທດເອີຣົບໃນທຸກມື້; ຈາກ “ໂຮງງານໂລກ” ທີ່ມີປະເພດອຸດສາຫະກຳທີ່ຄົບຖ້ວນສົມບູນໄປສູ່ "ຕະຫຼາດໂລກ" ທີ່ມີໂອກາດທາງທຸລະກິດທີ່ບໍ່ມີຂີດຈໍາກັດ, ຄວາມທັນສະໄຫມແບບຈີນໄດ້ສ້າງຜົນປະໂຫຍດແກ່ທົ່ວໂລກ.” ໂດຍປະເຊີນໜ້າກັບສິ່ງທ້າທາຍລັກສະນະທົ່ວໂລກ, ຈີນເປັນ “ປັດໄຈໝັ້ນຄົງ” ສຳລັບການພັດທະນາຂອງໂລກ ແລະ ສ້າງໂອກາດໃໝ່ໃຫ້ແກ່ໂລກ ດ້ວຍການພັດທະນາໃໝ່ຂອງຈີນຢ່າງບໍ່ຢຸດຢັ້ງ.

ຂ່າວ: ສໍານັກຂ່າວຊິນຮວາ, ໜັງສືພິມປະຊາຊົນລາຍວັນຂອງຈີນ

ຂ່າວສານຢຸນນານ·ຈີນ| "ການພັດທະນາໃນຮູບແບບຄວາມທັນສະໄໝແບບຈີນ ມີຜົນປະໂຫຍດຕໍ່ທົ່ວໂລກ"