ຂ່າວສານຢຸນນານ·ຈີນ|"ເພີ່ມພະລັງທາງບວກທີ່ແຂງແຮງເຂົ້າ ໃນການພັດທະນາສັນຕິພາບຂອງໂລກ"

2023-05-19 10:53:02
ມາຈາກ:

ຄວນສ້າງສາຍພົວພັນຄູ່ຮ່ວມມືຟື້ນຟູເສດຖະກິດທົ່ວໂລກ, ຍຶດໝັ້ນຖານະບູລິມະສິດຂອງການພັດທະນາ ແລະ ຖືເອົາປະຊາຊົນເປັນໃຈກາງ, ເອົາໃຈໃສ່ນຳຄວາມຫຍຸ້ງຍາກຂອງປະເທດທີ່ກໍາລັງພັດທະນາຢ່າງສະເໝີຕົ້ນສະເໝີປາຍ ແລະ ເອົາໃຈໃສ່ນຳຄວາມສົນໃຈຂອງປະເທດທີ່ກໍາລັງພັດທະນາ.

——ຄັດຈ້ອນຈາກຄຳປາໄສຂອງທ່ານ ສີຈິ້ນຜິງ ປະທານປະເທດແຫ່ງ ສປ ຈີນທີ່ກ່າວໃນກອງປະຊຸມສຸດຍອດຜູ້ນໍາ G20 ຄັ້ງທີ 17

ທ່ານ ອໍຢຸນເອີເຕັງ ປະທານພັກປະຊາຊົນມົງໂກນ, ນາຍົກລັດຖະມົນຕີມົງໂກນ ໄດ້ໃຫ້ສຳພາດຕໍ່ນັກຂ່າວເມື່ອບໍ່ດົນມານີ້ວ່າ: “ປັດຈຸບັນນີ້, ສະຖານະການສາກົນໄດ້ຜັນແປຢ່າງສະຫຼັບສັບຊ້ອນ, ການຟື້ນຕົວຂອງເສດຖະກິດໂລກໄດ້ປະສົບຄວາມຫຍຸ້ງຍາກ, ການພັດທະນາຂອງມະນຸດພວມປະເຊີນໜ້າກັບສິ່ງທ້າທາຍໃຫຍ່ຕ່າງໆນາໆ. ຈີນໄດ້ສະໜອງສະຕິປັນຍາຈີນ ແລະ ແຜນການຈີນໃຫ້ແກ່ການແກ້ໄຂບັນຫາ ທີ່ມວນມະ ນຸດປະເຊີນໜ້າຮ່ວມກັນ ຊຶ່ງໄດ້ເພີ່ມພະລັງທາງບວກທີ່ແຂງແຮງເຂົ້າໃນການພັດທະນາສັນຕິພາບຂອງໂລກ.

ໃນເດືອນມີນາປີນີ້, ທ່ານ ອໍຢຸນເອີເຕັງ ໄດ້ເຂົ້າຮ່ວມກອງປະຊຸມສົນທະນາຂັ້ນສູງລະຫວ່າງພັກກອມມູນິດຈີນ ກັບ ພັກການເມືອງຂອງໂລກ ໂດຍຜ່ານທາງວິດີໂອ. ໃນກອງປະຊຸມສົນທະນາດັ່ງກ່າວ, ທ່ານກ່າວວ່າ: “ເນື່ອງໃນໂອກາດທີ່ມະນຸດປະເຊີນກັບສິ່ງທ້າທາຍຕ່າງໆນາໆ, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກກອມມູນິດຈີນ ໄດ້ສະເໜີຂໍ້ລິເລີ່ມວ່າດ້ວຍສັນຕິພາບ ແລະ ການຮ່ວມມືຕ່າງໆເຊັ່ນ: ຂໍ້ລິເລີ່ມວ່າດ້ວຍການພັດທະນາທົ່ວໂລກ, ຂໍ້ລິເລີ່ມວ່າດ້ວຍຄວາມໝັ້ນຄົງທົ່ວໂລກ ແລະ ຂໍ້ລິເລີ່ມວ່າດ້ວຍຄວາມສີວິໄລທົ່ວໂລກ, ມົງໂກນໄດ້ສະໜັບສະໜູນຂໍ້ລິເລີ່ມເຫຼົ່ານີ້.”

ທ່ານ ອໍຢຸນເອີເຕັງ ກ່າວຕື່ມວ່າ, ພັກກອມມູນິດຈີນເປັນພັກທີ່ໄດ້ສ້າງຕັ້ງຂຶ້ນມາເປັນເວລາຮ້ອຍປີ, ຫວັງວ່າຈະເພີ່ມທະວີການແລກປ່ຽນກັບພັກກອມມູນິດຈີນໃນຈຸດເລີ່ມຕົ້ນໃໝ່, ແລະ ຖອດຖອນການບໍລິຫານພັກ ແລະ ການປົກຄອງປະເທດຂອງພັກກອມມູນິດຈີນ.

ຂ່າວ: ໜັງສືພິມປະຊາຊົນລາຍວັນຂອງຈີນ

ຂ່າວສານຢຸນນານ·ຈີນ|"ເພີ່ມພະລັງທາງບວກທີ່ແຂງແຮງເຂົ້າ ໃນການພັດທະນາສັນຕິພາບຂອງໂລກ"