ຂ່າວສານຢຸນນານ·ຈີນ|ການເຊື່ອມໂຍງລະຫວ່າງກາເຟ ແລະ ການທ່ອງທ່ຽວ ຢູ່ປະເທດລາວພົບໂອກາດໃໝ່

2023-05-19 10:57:52
ມາຈາກ:

ພາຍໃຕ້ການປະສານສົມທົບຈາກສະມາຄົມແຫຼ່ງກໍາເນີດກາເຟໂລກ, ຮ້ານກາເຟຕາດເຍືອງທີ່ບໍລິສັດພັດທະນາແຫຼ່ງທ່ອງທ່ຽວຕາດເຍືອງຫຼັກ 40 ເມືອງປາກຊ່ອງຈໍາກັດ ຮ່ວມກັບບໍລິສັດກວາງໂຈ່ວຫົວຟູບໍລິການ ແລະ ລົງທຶນຈໍາກັດຮ່ວມກັນລົງທຶນນັ້ນ, ໄດ້ເປີດທຸລະກິດຢູ່ນະຄອນກວາງໂຈ່ວແຂວງກວາງຕຸ້ງ ສປ ຈີນ ຢ່າງເປັນທາງການ ຊຶ່ງໄດ້ເຮັດໃຫ້ ທ່ານ ຫຼີຊືຕ້າວ ທີ່ເປັນຜູ້ຮັບຜິດຊອບຂອງກຸ່ມບໍລິສັດຢູ້ຫຼົງສີຊ້ຽງປັກກິ່ງ ແລະບໍລິສັດກວາງໂຈວຫົວຟູບໍລິການ ແລະ ລົງທຶນຈໍາກັດ ຮູ້ສຶກຕື່ນເຕັ້ນດີໃຈຫຼາຍ.

ທ່ານ ຫຼີຊືຕ້າວ ບອກໃຫ້ຮູ້ວ່າ: ທາງລົດໄຟ ລາວ-ຈີນເຮັດໃຫ້ການຂົນສົ່ງກາເຟລາວມາເຖິງຈີນໃຊ້ເວລາສັ້ນລົງຢ່າງຫຼວງຫຼາຍ, ໄດ້ສ້າງເງື່ອນໄຂທີ່ດີທີ່ສຸດ ໃຫ້ແກ່ກາເຟລາວເຂົ້າສູ່ຕະຫຼາດຈີນຢ່າງຫຼວງຫຼາຍ. ພາຍຫຼັງການເປີດນຳໃຊ້ທາງລົດໄຟ ລາວ-ຈີນ ໜຶ່ງເດືອນເທົ່ານັ້ນ, ກຸ່ມບໍລິສັດຢູ້ຫຼົງສີຊ້ຽງປັກກິ່ງ ແລະ ບໍລິສັດກວາງໂຈ່ວຫົວຟູບໍລິການ ແລະ ລົງທຶນຈໍາກັດ ກໍໄດ້ເຊັນສັນຍາຮ່ວມມືກັບບໍລິສັດກາເຟດາວ ຊຶ່ງເປັນບໍລິສັດກາເຟໃຫຍ່ທີ່ສຸດຂອງລາວ, ແລະ ດຳເນີນການຮ່ວມມືໃນຫຼາຍດ້ານ.

ທ່ານ ຫຼີຊືຕ້າວ ກ່າວວ່າ, ຫຼັງຈາກໄດ້ເປີດນຳໃຊ້ຖ້ຽວລົດໄຟໂດຍສານສາກົນຕາມທາງລົດໄຟ ລາວ-ຈີນ ແລ້ວ, ການເດີນທາງໄປປະເທດລາວຂອງນັກທ່ອງທ່ຽວຈີນ ຍິ່ງສະດວກກວ່າເກົ່າອີກ. ໃນອະນາຄົດ, ພວກເຂົາເຈົ້າຈະຮ່ວມກັບຄູ່ຮ່ວມມືຝ່າຍລາວ ເພື່ອເປີດກວ້າງຊ່ອງທາງທຸລະກິດຕື່ມອີກ, ດ້ານໜຶ່ງຈະຊຸກຍູ້ຜະລິດຕະພັນທີ່ມີເອກະລັກພິເສດຂອງປະເທດລາວເຂົ້າສູ່ປະເທດຈີນ, ອີກດ້ານໜຶ່ງ, ຈະຕັ້ງໜ້າພັດທະນາຜະລິດຕະພັນທີ່ມີການເຊື່ອມໂຍງລະຫວ່າງກາເຟກັບການທ່ອງທ່ຽວ ພ້ອມທັງເຊື້ອເຊີນນັກທ່ອງທ່ຽວຈີນໄປປະເທດລາວສໍາຜັດກັບມົນສະເໜ່ຂອງກາເຟລາວຢ່າງເຕັມທີ່.

ຂ່າວ: ໜັງສືພິມລາຍວັນຢຸນນານ

ຂ່າວສານຢຸນນານ·ຈີນ|ການເຊື່ອມໂຍງລະຫວ່າງກາເຟ ແລະ ການທ່ອງທ່ຽວ ຢູ່ປະເທດລາວພົບໂອກາດໃໝ່