ຂ່າວສານຢຸນນານ·ຈີນ|ການພັດທະນາແບບປະສານສົມທົບກັນລະຫວ່າງທ້ອງຖິ່ນຕ່າງໆ ຊຸກຍູ້ການຫັນເປັນທັນສະໄໝຂອງຈີນ
ເຂດທົດລອງການຄ້າເສລີຕ່າງໆ ແລະ ທ່າການຄ້າເສລີໄຫຫຼຳຂອງຈີນພວມຈະເລີນຮຸ່ງເຮືອງຂຶ້ນ, ເຂດແຄມຝັ່ງທະເລພວມເລັ່ງລັດການປະດິດສ້າງໃໝ່, ພາກກາງ ແລະ ພາກຕາເວັນຕົກພວມເລັ່ງລັດການພັດທະນາ, ການຟື້ນຟູຄວາມຈະເລີນຢູ່ພາກຕາເວັນອອກສ່ຽງເໜືອພວມກ້າວເຂົ້າສູ່ລວງເລິກ, ເຂດຊາຍແດນນັບມື້ນັບຈະເລີນຂຶ້ນແລະ ປະຊາຊົນຮັ່ງມີຂຶ້ນ. ໃນ 10 ປີທີ່ຜ່ານມາ, ຈີນໄດ້ຊຸກຍູ້ຍຸດທະສາດໃຫຍ່ຢູ່ທ້ອງຖິ່ນຕ່າງໆຢ່າງໜັກແໜ້ນ ຊຶ່ງໄດ້ສ້າງພື້ນຖານແຫ່ງການພັດທະນາແບບປະສານສົມທົບກັນລະຫວ່າງທ້ອງຖິ່ນຕ່າງໆ, ໄດ້ເພີ່ມພະລັງງານເຂົ້າໃນຂະບວນການຫັນເປັນທັນສະໄໝຂອງຈີນ, ຊຶ່ງໄດ້ເປັນບົດຮຽນທີ່ດີ ແລະ ໄດ້ສ້າງກາລະໂອກາດການພັດທະນາຮ່ວມກັນໃຫ້ແກ່ບັນດາປະເທດໃນໂລກ.
“ຍຶດໝັ້ນການພັດທະນາແບບປະສານສົມທົບກັນລະຫວ່າງທ້ອງຖິ່ນຕ່າງໆ, ຄວາມມີຊີວິດຊີວາດ້ານການພັດທະນາກວມລວມຂອງຈີນ ສືບຕໍ່ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ.” ທ່ານ ຟຣານເຊສໂກ ມາຣິນຈິໂອ ປະທານສະມາຄົມສົ່ງເສີມເສັ້ນທາງສາຍໄໝໃໝ່ຂອງອີຕາລີ ໄດ້ໄປຢ້ຽມຢາມແຂວງອ່ານຮຸຍ ແລະ ແຂວງຈ່ຽງຊູ ສປ ຈີນ ເມື່ອບໍ່ດົນມານີ້ ແລະ ໄດ້ມີຄວາມປະທັບໃຈຢ່າງເລິກເຊິ່ງຕໍ່ການພັດທະນາຢ່າງມີຄຸນນະພາບສູງຂອງສອງແຂວງດັ່ງກ່າວ. “ເຂດສວນອຸດສາຫະກຳໃນຫຼາຍຕົວເມືອງໄດ້ສ້າງເປັນກຸ່ມອຸດສາຫະກຳທີ່ມີເອກະລັກພິເສດ, ໃນນັ້ນມີອຸດສາຫະກຳເຕັກໂນໂລຊີສູງ ແລະ ໃໝ່ຫຼາຍຢ່າງ.” ທ່ານ ມາຣິນຈິໂອ ກ່າວຕື່ມວ່າ, ພາກສ່ວນຕ່າງໆຂອງຈີນລ້ວນແຕ່ມີແຜນການພັດທະນາທີ່ຈະແຈ້ງ, ທ້ອງຖິ່ນຕ່າງໆສາມາດປະສານງານແລະ ຮ່ວມມືກັນ ເພື່ອບັນລຸການຊ່ວຍຊູຍູ້ໜູນກັນດ້ານທ່າແຮງ ແລະ ການພັດທະນາຮ່ວມກັນ.
ທ່ານ ໂຄຟີ ຄູອາກູ ນັກຄົ້ນຄວ້າຊັ້ນສູງຂອງສູນຄົ້ນຄວ້າອາຟຣິກາ-ຈີນຂອງມະຫາວິທະຍາໄລຈອນເນສເບີກອາຟຣິກາໃຕ້ກ່າວວ່າ: “ການຍຶດໝັ້ນການພັດທະນາແບບປະສານສົມທົບກັນລະຫວ່າງທ້ອງຖິ່ນຕ່າງໆ, ເຮັດໃຫ້ປະຊາຊົນຈີນມີຊີວິດທີ່ນັບມື້ນັບຮັ່ງມີຂຶ້ນ ແລະ ນັບມື້ນັບດີງາມກວ່າເກົ່າ ຊຶ່ງເປັນບົດຮຽນທີ່ດີສຳລັບປະເທດອື່ນໆໃນໂລກ, ໂດຍສະເພາະແມ່ນປະເທດທີ່ກໍາລັງພັດທະນາ.” ຈີນໄດ້ປະຕິບັດໜ້າທີ່ຕ່າງໆຂອງຍຸດທະສາດການພັດທະນາແບບປະສານສົມທົບກັນລະຫວ່າງທ້ອງຖິ່ນຕ່າງໆຢ່າງຮອບດ້ານ,ຈະເພີ່ມພະລັງງານຂັບເຄື່ອນເຂົ້າໃນການຫັນເປັນທັນສະໄໝຂອງຈີນ ແລະ ຈະເປັນການປະກອບສ່ວນສຳຄັນເຂົ້າໃນການພັດທະນາ ແລະ ສ້າງຄວາມຈະເລີນຮຸ່ງເຮືອງຮ່ວມກັນຂອງທົ່ວໂລກເຊັ່ນກັນ.
ທ່ານ ທາງຈືມິນ ຫົວໜ້າສູນຄົ້ນຄວ້າ ຈີນ-ອາຊຽນ ຂອງວິທະຍາໄລປັນຍາພິວັດຂອງໄທກ່າວວ່າ, ການຊຸກຍູ້ການພັດທະນາແບບປະສານສົມທົບກັນລະຫວ່າງທ້ອງຖິ່ນຕ່າງໆຂອງຈີນ ບໍ່ພຽງແຕ່ມີຜົນດີຕໍ່ການພັດທະນາຢ່າງມີຄຸນນະພາບສູງຂອງເຂດແຄມຝັ່ງທະເລພາກໃຕ້ຂອງຈີນເທົ່ານັ້ນ, ຫາກຍັງຈະຊຸກຍູ້ການຮ່ວມມືລະຫວ່າງອາຊຽນກັບຈີນໃນເຂດນີ້ອີກດ້ວຍ. ໄທ ແລະ ຈີນລ້ວນແຕ່ເອົາໃຈໃສ່ ແລະ ຊຸກຍູ້ການພັດທະນາຮ່ວມກັນຂອງເຂດອ່າວໃຫຍ່ກວາງຕຸ້ງ-ຮົງກົງ-ມາກາວ, ເຂດສາມຫຼ່ຽມປາກແມ່ນໍ້າຢາງເຊຂອງຈີນ ແລະ “ແລວທາງເສດຖະກິດພາກຕາເວັນອອກ” ຂອງໄທ, ສຸມໃສ່ຊຸກຍູ້ການຮ່ວມມືດ້ານອຸດສາຫະກໍາທີ່ມີຄວາມສາມາດບົ່ມຊ້ອນທາງການພັດທະນາ, ເຊັ່ນ: ລົດໃຊ້ພະລັງງານໄຟຟ້າເປັນຕົ້ນ.
ຂ່າວ: ໜັງສືພິມປະຊາຊົນລາຍວັນຂອງຈີນ