ຂ່າວສານຢຸນນານ·ຈີນ|ການທ່ຽວຫຼິ້ນແບບໃໝ່ຢູ່ແຂວງຢຸນນານໃນ"ວັນທ່ອງທ່ຽວຈີນ 19 ພຶດສະພາ"

2023-05-29 16:56:44
ມາຈາກ:

ໄປ​ສຳ​ຜັດ​ກັບແບບແຜນຊີວິດແຂວງຢຸນນານ​ຢູ່​ບ່ອນ​ທີ່​ມີ​ສາຍ​ລົມ​ຜັດ​ມາ​ແບບ​ເຢັນ​ສະ​ບາຍ. ວັນທີ 19 ພຶດສະພາເປັນ “ວັນທ່ອງທ່ຽວຈີນ”, ໃນຖານະເປັນສະຖານທີ່​ເຈົ້າ​ພາບຫຼັກຂອງກອງປະຊຸມ, ການທ່ຽວຫຼິ້ນ​ແບບ​ໃໝ່ຕ່າງໆຂອງແຂວງຢຸນນານໄດ້ດຶງດູດຄວາມສົນໃຈຂອງ​ຄົນ​ທັງຫຼາຍ.

“ການທ່ຽວຢຸນນານ 7 ມື້​ແບບ​ສຸດ​ຂີດ ​ສາ​ມາດ​ໄປທ່ຽວຊົມທົ່ວນະຄອນຄຸນໝິງນະຄອນຕ້າຫຼີ, ນະຄອນລີ້ຈ່ຽງ ແລະ ນະຄອນຊັງຣີລາ.” ຫວ່າງມໍ່ໆມານີ້, ມີຊາວເນັດບາງຄົນ​ໄດ້​ເຜີຍ​ແຜ່ແຜນການການທ່ອງທ່ຽວ ຢຸນນານຂອງຕົນຢູ່ຕາມ​ສື່​ສັງ​ຄົມ​ອອນ​ລາຍ, ໄດ້​ໄປ​ທ່ຽວຫຼາຍຕົວ​ເມືອງ​ພາຍ​ໃນ​ເວ​ລາ​ສັ້ນໆ. ເຄືອຂ່າຍຄົມມະນາຄົມທີ່ສະດວກ​ສະ​ບາຍ ແລະ ພື້ນຖານໂຄງລ່າງຕົວເມືອງທີ່ຄົບຖ້ວນສົມບູນເປັນເງື່ອນໄຂ​ເບື້ອງ​ຕົ້ນທີ່ຈໍາເປັນໃນການບັນລຸ “ການທ່ອງທ່ຽວແບບວ່ອງໄວ” ແບບ​ນີ້. ຊາວເນັດຄົນນີ້​ກ່າວວ່າ: “ແຂວງຢຸນນານ​ມີຊັບພະຍາກອນ​ດ້ານການທ່ອງທ່ຽວ​ທີ່ອຸດົມສົມບູນຫຼາຍ, ແຕ່​ຊັບ​ພະ​ຍາ​ກອນ​ທ່ອງ​ທ່ຽວ​ຕ່າງໆ​ໄດ້ກະແຈກກະຈາຍ​ຢູ່ຫຼາຍ​ຕົວ​ເມືອງ. ໃນປັັດຈຸບັນ,ທາງລົດໄຟຄວາມໄວສູງໄດ້ເຊື່ອມ​ຕໍ່ແຫຼ່ງທ່ອງທ່ຽວ​ຕ່າງໆ​ຢູ່​ລຽບ​ຕາມ​ທາງ​ລົດ​ໄຟ, ຈັ່ງແມ່ນສະດວກ​ສະ​ບາຍ​ທີ່​ສຸດ.”

​ໃນ​ຖານະ​ທີ່​ເປັນ​ເຈົ້າ​ພາບຫຼັກ​ຂອງ “ວັນ​ທ່ອງ​ທ່ຽວ​ຈີນ” ປີ​ນີ້, ນະຄອນ​ເທີງ​ຊົງແຂວງ​ຢຸນນານ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ດ້ວຍ​ກິດຈະກຳ​ວັດທະນະທຳ​ການທ່ອງທ່ຽວແບບໄວໜຸ່ມ, ການສໍາຜັດແບບລົງເລິກ ແລະ ມີການແລກປ່ຽນ​ກັບ​ນັກ​ທ່ອງ​ທ່ຽວ​ທີ່​ດີ. ນາງ ອູຈ່າຊິນທີ່ດໍາລົງຊີວິດຢູ່ນະຄອນຊຽງໄຮ້ໄດ້ມາທ່ຽວນະຄອນ​ເຖິງ​ຊົງ ພາຍໃຕ້ການແນະນໍາຂອງໝູ່ເພື່ອນຢຸນນານ. “ຫຼາຍມື້ທີ່ຜ່ານມານີ້ໄດ້ໄປທ່ຽວຫຼາຍ​ບ່ອນ,ໄດ້​ບຳ​ລຸງ​ສຸ​ຂະ​ພາບ​ຢູ່​ເຂດ​ບໍ່​ນ້ຳ​ອຸ່ນ​ນະ​ຄອນ​ເຖີງ​ຊົງ, ໄດ້​ກິນ​ໄຂ່​ໄກ່​ລາດ​ທີ່​ໄດ້​ອົບ​ສຸກ​ດ້ວຍ​ບໍ່​ນ້ຳ​ອຸ່ນ​ຢູ່​ນະ​ຄອນ​ເຖີງ​ຊົງ, ໄດ້ຂີ່ເຮືອຢູ່ເທິງດິມຊຸ່ມເປີຍໄຮ ແລະ ສໍາຜັດ​ກັບວັດທະນະທໍາປະຫວັດສາດຂອງ​ຊາວຈີນຕ່າງດ້າວ ຢູ່ຕາແສງບູຮານເຫີຊຸ້ນ.” ນາງ ອູຈ່າຊິນ ກ່າວອຸທານວ່າ: “​ຂ້າພະ​ເຈົ້າໄດ້​ພົບເຫັ​ນ​ຊັບ​ສິນທີ່ລໍ້າຄ່າ!”

ໂດຍອີງຕາມແຫຼ່ງ ທ່ອງທ່ຽວທີ່ອຸດົມສົມບູນ ແລະ ການຄົມມະນາຄົມທີ່ສະດວກສະບາຍ, ​ນັບແຕ່ປີນີ້ເປັນຕົ້ນມາ ການທ່ອງທ່ຽວຂອງແຂວງຢຸນນານໄດ້ຟື້ນ​ຄືນຢ່າງແຂງແຮງ, ຕາມຕົວເລກຈາກພະແນກວັດທະນະທໍາ ແລະ ທ່ອງທ່ຽວແຂວງຢຸນນານ​ໃຫ້ຮູ້ວ່າ, ​ໃນ​ໄຕມາດ​ທຳ​ອິດ​ປີ​ນີ້, ແຂວງ​ຢຸນານ​ໄດ້​ຕ້ອນ​ຮັບນັກທ່ອງທ່ຽວ 285 ລ້ານເທື່ອຄົນ, ເພີ່ມຂຶ້ນ 61,1% ເມື່ອທຽບໃສ່ໄລຍະດຽວກັນຂອງ​ປີ​ກາຍ.

ຂ່າວ: ໜັງສືພິມລາຍວັນຢຸນນານ

ຂ່າວສານຢຸນນານ·ຈີນ|ການທ່ຽວຫຼິ້ນແບບໃໝ່ຢູ່ແຂວງຢຸນນານໃນ"ວັນທ່ອງທ່ຽວຈີນ 19 ພຶດສະພາ"