ຂ່າວສານຢຸນນານ·ຈີນ|ນາງ ວັນນະພອນ ຄໍາພິລົມ ກ່າວວ່າ: ທາງລົດໄຟລາວ-ຈີນ ຊ່ວຍບັນລຸຄວາມໄຝ່ຝັນຂອງເຮົາ

2023-05-29 16:58:46
ມາຈາກ:

“ຖ້າທ່ານເດີນທາງໄປທ່ຽວປະເທດລາວໃນອະນາຄົດ, ​ຂໍ​ໃຫ້​ທ່ານຕິດຕໍ່ຫາບໍລິສັດຂອງພວກເຮົາເດີ!”

“ບໍລິສັດຂອງພວກເຮົາສາມາດໃຫ້ການບໍລິການທ່ອງທ່ຽວແບບຄົບວົງຈອນ, ຖ້າ​ທ່ານ​ອອກ​ເດີນ​ທາງ​ຈາກ​ນະ​ຄອນຄຸນໝິງໄປນະຄອນຫຼວງວຽງຈັນປະເທດລາວ, ທ່ານພຽງແຕ່ຫິ້ວກະເປົາ, ກໍສາ​ມາດອອກເດີນທາງໄດ້ເລີຍ.”

ເມື່ອເວົ້າເຖິງການ​ໄປ​ທ່ຽວປະເທດລາວ ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ທີ່​ສຸດ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້, ນາງ ວັນນະພອນ ທີ່ເປັນນັກສຶກສາລາວຮຽນປີ 3 ຢູ່ມະຫາວິທະຍາໄລຄຸນໝິງ ເຕັມໄປດ້ວຍຄວາມຫ້າວຫັນ ແລະ ມີ​ຄວາມ​ກະ​ຕື​ລື​ລົ້ນ. ເມື່ອບໍ່ດົນມານີ້, ລາວໄດ້ຮ່ວມກັບທ້າວ ວຽງໄຊ ພຸດທະວົງ ທີ່ເປັນຄົນລາວ ພ້ອມທັງບໍລິສັດທີ່ປຶກສາຂໍ້ມູນ​ຂ່າວ​ສານຂ້າມແດນ ຢົງຈື້ ຂອງເຂດທົດລອງການຄ້າເສລີ(ຢຸນນານ)ຈີນໄດ້ສ້າງຕັ້ງບໍລິສັດການທ່ອງທ່ຽວສາກົນ​ຮ່ວມ​ທຶນລາວ-ຈີນ ຂຶ້ນແຫ່ງທໍາອິດຂອງປະເທດຈີນ, ແລະ ​ໄດ້ຮັບໃບທະບຽນ​ທຸ​ລະ​ກິດ​ຢູ່ເຂດທົດລອງການຄ້າເສລີ(ຢຸນນານ)ຈີນສາຂາເຂດຄຸນໝິງ.

ນາງ ວັນນະພອນ ຮຽນຢູ່ຄຸນໝິງເປັນເວລາ 3 ປີ. ພາຍຫຼັງດ່ານບໍ່ຫານ​ໄດ້​ເປີດດ່ານຄືນ​ໃໝ່ຢ່າງເປັນປົກກະຕິບໍ່ດົນ, ນາງໄດ້ຈັດແຈງການທ່ອງທ່ຽວຂ້າມຊາຍແດນຄັ້ງໜຶ່ງແກ່ຄອບຄົວ. ໂດຍຜ່ານການທ່ອງທ່ຽວ​ຄັ້ງນີ້, ລາວມີຄວາມຄິດບາງຢ່າງ ນັ້ນກໍ​ຄື: ​ຈະສາມາດນໍາໃຊ້ໂອກາດ​ການ​ເປີດ​ນຳ​ໃຊ້ທາງລົດໄຟ ລາວ-ຈີນ ​ເພື່ອເຮັດໃຫ້ຄົນຈີນເຂົ້າໃຈ ແລະ ຮັບຮູ້ຕໍ່ປະເທດລາວໃຫ້ຫຼາຍ​ຂຶ້ນ ໄດ້ຫຼືບໍ? ເຮັດໃຫ້ຄົນລາວມາທ່ຽວຈີນຫຼາຍກວ່າ​ເກົ່າ​ໄດ້​ບໍ່? ສະນັ້ນ, ນາງ​ເລີຍ​ມີຄວາມຄິດຢາກສ້າງຕັ້ງບໍລິສັດການທ່ອງທ່ຽວ.

ພາຍຫຼັງມີຄວາມຄິດແລ້ວ, ນາງ ວັນນະພອນ ເລີ່ມກະກຽມ“​ເປີດບໍລິສັດ”. ກ່ອນອື່ນ, ຕ້ອງຕິດຕໍ່​ຫາຄູ່ຮ່ວມມືຝ່າຍລາວ ເພື່ອຮັບປະກັນໃຫ້ນັກທ່ອງທ່ຽວສາມາດເຊົ່າລົດ, ​ມີ​ທີ່ພັກອາໄສ, ​ມີ​ບໍ​ລິ​ການ​ນຳທ່ຽວ ແລະ ການບໍລິການອື່ນໆຢູ່ລາວ. ຕໍ່ມາ, ຕ້ອງຮັບຮູ້ເງື່ອນໄຂການສ້າງຕັ້ງບໍລິສັດການທ່ອງທ່ຽວຢູ່ຈີນສໍາລັບຄົນຕ່າງປະເທດ. ນາງ ວັນນະພອນ ເວົ້າວ່າ, ດຽວນີ້ມີນັກທ່ອງທ່ຽວຈີນ​ຄ່ອຍຕິດ​ຕໍ່ມາຫາລາວ ໂດຍຜ່ານທາງອິນເຕີເນັດແລ້ວ ແລະ ໄດ້​ໃຊ້ການບໍລິການຂອງບໍລິສັດລາວ.

ນາງ ວັນນະພອນ ຫວັງວ່າ:“ ເຖິງແມ່ນວ່າດຽວນີ້ພຽງເປັນການເລີ່ມຕົ້ນນ້ອຍໆກໍຕາມ, ແຕ່ຂ້ອຍຈະ​ພະ​ຍາ​ຍາມ​ສຸດ​ຂີດ ​ເພື່ອ​ເປີດກວ້າງການ​ບໍ​ລິ​ການ​ຂອງ​ບໍ​ລິ​ສັດ, ຫວັງວ່າຂ້ອຍຈະສາມາດປະກອບສ່ວນເຂົ້າໃນການແລກປ່ຽນວັດທະນະທໍາລະຫວ່າງສອງ​ປະ​ເທດລາວ ແລະ ຈີນ.”

ຂ່າວ: ໜັງສືພິມລາຍວັນຢຸນນານ

ຂ່າວສານຢຸນນານ·ຈີນ|ນາງ ວັນນະພອນ ຄໍາພິລົມ ກ່າວວ່າ: ທາງລົດໄຟລາວ-ຈີນ ຊ່ວຍບັນລຸຄວາມໄຝ່ຝັນຂອງເຮົາ