ຂ່າວສານຢຸນນານ·ຈີນ|ທ່ານ ເປໂດຣ ເຣໂນ ເຊື່ອວ່າຈີນຈະມີອະນາຄົດທີ່ດີງາມກວ່າເກົ່າ

2023-05-29 17:00:52
ມາຈາກ:

ຢູ່ຕາແສງຈິນສຽວ​ເມືອງຜູຕົ່ງນະຄອນຊຽງໄຮ້, ອາຄານຂອງວິ​ທະ​ຍາໄລທຸລະກິດສາກົນ ຈີນ-ເອີຣົບ ໄດ້ປະ​ສານສົມ​ທົບ​ກັບ​ສະ​ຖາ​ປັດ​ຕະ​ຍະ​ກຳ​ແບບ​ຈີນ ແລະ ​ແບບຕາເວັນຕົກ, ມົນສະເໜ່ທີ່ມີເອກະລັກ​​ພິ​ເສດຂອງ​ບ້ານນ້ຳໃນ​ເຂດ​ພາກໃຕ້ຂອງຈີນ​ໄດ້​ສົມ​ທົບກັບຄວາມງາມຂອງສະຖາປັດຕະຍະກຳຕາເວັນຕົກ, ຊຶ່ງໄດ້​ຈໍ່​ຕົວ​ຂຶ້ນເປັນ​ທີວ​ທັດ​ວິ​ທະ​ຍາ​ໄລທີ່ມີເອກະລັກສະເພາະ. ເມື່ອຫວນຄືນເຖິງ​ໄລ​ຍະ​ຫາ​ກໍ່​ສ້າງ​ຕັ້ງ​ວິ​ທະ​ຍາ​ໄລ, ທ່ານ ເປໂດຣ ເຣໂນ ທີ່ເປັນ​ຜູ້​ອຳ​ນວຍ​ການ​ກິດ​ຕິ​ມະ​ສັກຝ່າຍເອີຣົບຂອງວິ​ທະ​ຍາ​ໄລທຸລະກິດສາກົນ ຈີນ-ເອີຣົບ ແລະ ຊ່ຽວຊານດ້ານການບໍລິຫານເສດຖະກິດການຄ້າແອັສປາຍ​ກ່າວວ່າ: “ເມື່ອ​ວິ​ທະ​ຍາ​ໄລ​ແຫ່ງ​ນີ້ຫາກໍ່ສ້າງຕັ້ງຂຶ້ນ, ເຂດອ້ອມຂ້າງຍັງເປັນດິນເຮື້ອ. ປັດຈຸບັນ, ເຂດຜູຕົ່ງໄດ້ປ່ຽນແປງແບບ​ໜ້າ​ມື​ເປັນຫຼັງ​ມືແລ້ວ, ການພັດທະນາຂອງຈີນໄວອີ່ຫຼີ.”

ໃນຊຸມປີ 1980, ທ່ານ ເຣໂນ ໄດ້​ເດີນ​ທາງມາເຖິງປະເທດຈີນດ້ວຍຄວາມ​ຄອງ​ຄອຍຕໍ່ອະນາຄົດ​ແຫ່ງການປະຕິຮູບ ແລະ ການເປີດປະຕູສູ່ພາຍນອກຂອງຈີນ. ​ຄວາມ​ສາ​ມາດບົ່ມຊ້ອນ​ດ້ານຕະຫຼາດອັນໃຫຍ່ຫຼວງຂອງຈີນໄດ້ສ້າງຄວາມຕ້ອງການດ້ານການບໍລິຫານທຸລະກິດອັນໃຫຍ່ຫຼວງ, ຊຶ່ງທ່ານ ເຣໂນ ໄດ້​ເປີດຝຶກອົບຮົມ MBA ຢູ່​ນະ​ຄອນຫຼວງປັກກິ່ງ. ໃນປີ 1994, ພາຍໃຕ້ການສົ່ງເສີມຂອງທ່ານ ເຣໂນ, ວິ​ທະ​ຍາ​ໄລທຸລະກິດສາກົນ ຈີນ-ເອີຣົບ ທີ່ຈີນ ແລະ ສະຫະພາບເອີຣົບຮ່ວມກັນສ້າງຕັ້ງຂຶ້ນນັ້ນ ໄດ້​ເລີ່ມ​ລົງ​ມື​ກໍ່​ສ້າງຢູ່​ເມືອງຜູຕົ່ງນະຄອນຊຽງໄຮ້, ຊຶ່ງ​ໄດ້ສຸມໃສ່ການອົບ​ຮົມ​ບົ່ມສ້າງບຸກຄະລາກອນດ້ານການບໍລິຫານວິສາຫະກິດໃຫ້ແກ່ຈີນ.

ທ່ານ ເຣໂນ ກ່າວວ່າ, ປັດຈຸ​ບັນ, ລັດທິຕ້ານກັບ​ຂະ​ບວນ​ການ​ໂລກາ​ພິວັດ, ລັດ​ທິ​ຝ່າຍ​ດຽວ ​ແລະ ລັດທິ​ປົກ​ປ້ອງ ພວມນັບ​ມື້​ນັບ​ຮຸນ​ແຮງຂຶ້ນ, ຈີນຍຶດໝັ້ນການເປີດປະຕູສູ່ພາຍນອກໃນລະດັບສູງ, ຮ່ວມກັນຊົມໃຊ້ຜົນປະໂຫຍດດ້ານການພັດທະນາກັບປະເທດຕ່າງໆໃນໂລກ, ສືບຕໍ່ເປັນ​ແຫຼ່ງກຳລັງ​ທີ່​ໝັ້ນຄົງ​ເພື່ອ​ຊຸກຍູ້​ການ​ຟື້ນ​ຟູ​ເສດຖະກິດ​ຂອງ​ໂລກ. “​ຂ້າ​ພະ​ເຈົ້າເຊື່ອໝັ້ນວ່າ: ອະນາຄົດຂອງຈີນຈະນັບມື້ນັບດີ​ງາມກວ່າ​ເກົ່າ, ແລະ ​ຈີນຈະນໍາເອົາກາລະໂອກາດ​ອັນ​ໃຫຍ່ຫຼວງກວ່າ​ເກົ່າໃຫ້ແກ່ການພັດທະນາຂອງໂລກ.”

ຂ່າວ: ໜັງສືພິມປະຊາຊົນລາຍວັນຂອງຈີນ

ຂ່າວສານຢຸນນານ·ຈີນ|ທ່ານ ເປໂດຣ ເຣໂນ ເຊື່ອວ່າຈີນຈະມີອະນາຄົດທີ່ດີງາມກວ່າເກົ່າ