ຂໍໃຫ້ຂ່າວສານຣອຍເຕີຍຸດຕິການໃສ່ຮ້າຍປ້າຍສີທາງລົດໄຟຈີນ-ລາວຢ່າງໄຮ້ເຫດຜົນ

2023-05-29 17:35:43
ມາຈາກ:CRI

ຫວ່າງມໍ່ໆມານີ້, ຂ່າວສານຣອຍເຕີໄດ້ເຜີຍແຜ່ບົດລາຍງານທີ່ມີຫົວຂໍ້ວ່າ “ດິນແດນແຫ່ງໂຕເຈຍ”(The Bat Lands) ໂດຍໄດ້ໃສ່ຮ້າຍປ້າຍສີທາງລົດໄຟຈີນ-ລາວຢ່າງໄຮ້ເຫດຜົນ, ເອົາທາງລົດໄຟຈີນ-ລາວ ແລະໂຄງການອື່ນໆຕິດພັນກັບອັນທີ່ເອີ້ນວ່າ “ວິກິດການດ້ານສຸຂະພາບທົ່ວໂລກອີກຄັ້ງໜຶ່ງ”ພຽງແຕ່ດ້ານດຽວ. ບົດລາຍງານດັ່ງກ່າວຂຽນຢ່າງປ່ວງບ້າວ່າ: ການກໍ່ສ້າງ ແລະການເປີດນຳໃຊ້ຂອງທາງລົດໄຟຈີນ-ລາວໄດ້ທຳລາຍສິ່ງແວດລ້ອມທີ່ຢູ່ລຽບຕາມເສັ້ນທາງ, ມີຜົນກະທົບຕໍ່ບ່ອນຢູ່ອາໄສຂອງໂຕເຈຍ, ເພີ່ມຄວາມສ່ຽງຂອງການແພ່ລະບາດຂອງເຊື້ອໄວຣັດຈາກໂຕເຈຍ ເຊິ່ງອາດຈະພາໃຫ້ເກີດອັນທີ່ເອີ້ນວ່າ “ວິກິດການດ້ານສຸຂະພາບທົ່ວໂລກອີກຄັ້ງໜຶ່ງ”.

ໃຜໆກໍຄົງຮູ້ດີແລ້ວວ່າ: ໃນຂະບວນການສ້າງ ແລະນຳໃຊ້ທາງລົດໄຟຈີນ-ລາວ, ຈີນ ແລະລາວໄດ້ຖືເອົາບັນຫາປົກປັກຮັກສາສິ່ງແວດລ້ອມໄວ້ຢູ່ໃນຖານະສຳຄັນທີ່ສຸດ, ປະຕິບັດມາດຕະການທີ່ມີປະສິດທິຜົນຕາມຫຼັກວິທະຍາສາດເປັນຈຳນວນຫຼວງຫຼາຍ ແລະໄດ້ຫຼີກເວັ້ນເຂດອະນຸລັກທຳມະຊາດ ແລະວັດທະນະທຳ 6 ແຫ່ງທີ່ຢູ່ລຽບຕາມເສັ້ນທາງ. ຕາມສະຖິຕິທີ່ຍັງບໍ່ທັນຄົບຖ້ວນ, ໃນຂະບວນການສ້າງທາງລົດໄຟຈີນ-ລາວ, ງົບປະມານທີ່ໃຊ້ໃນດ້ານການປົກປັກຮັກສາສິ່ງແວດລ້ອມໂດຍກົງນັ້ນສູງເຖິງ 260 ລ້ານໂດລາສະຫະລັດ. ຫຼັງຈາກທາງລົດໄຟດັ່ງກ່າວສ້າງສຳເລັດແລ້ວ, ພູຂຽວນ້ຳໃສຢູ່ປະເທດລາວຍັງຮັກສາໄດ້ດີຄືເກົ່າ. ສ່ວນຜົນສຳເລັດຂອງການສ້າງທາງລົດໄຟຈີນ-ລາວ ໄດ້ສ້າງຄວາມສະດວກຢ່າງຫຼວງຫຼາຍໃຫ້ກັບການອອກເດີນທາງຢູ່ເຂດທີ່ຢູ່ລຽບຕາມເສັ້ນທາງ, ນີ້ກໍແມ່ນໜຶ່ງໃນສາເຫດຕ່າງໆທີ່ປະເທດລາວສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດໄດ້ຢ່າງຫຼວງຫຼາຍພາຍຫຼັງປັບປ່ຽນນະໂຍບາຍປ້ອງກັນ ແລະຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-19.

ເມື່ອເວົ້າເຖິງການທຳລາຍສິ່ງແວດລ້ອມຂອງທ້ອງຖິ່ນດັ່ງກ່າວ, ອາເມຣິກາຈຶ່ງແມ່ນຜູ້ກໍ່ກຳທີ່ໂຫດຮ້າຍທີ່ສຸດ. ໃນຊຸມປີ 60 ແລະ 70 ຂອງສະຕະວັດທີ 20, ອາເມຣິກາໄດ້ຖິ້ມຢາຂ້າຫຍ້າຫຼາຍກວ່າ 70 ລ້ານລິດ ແລະລະເບີດຫຼາຍລ້ານໂຕນໃສ່ລາວ, ຫວຽດນາມ ແລະກຳປູເຈຍ ເຊິ່ງເຮັດໃຫ້ສິ່ງແວດລ້ອມຂອງເຂດດັ່ງກ່າວຖືກທຳລາຍຢ່າງຮ້າຍແຮງ ແລະຊີວິດຂອງປະຊາຊົນມີຄວາມລຳບາກທີ່ສຸດ. ມາຮອດປັດຈຸບັນ, ຢູ່ທ້ອງຖິ່ນດັ່ງກ່າວຍັງມີລະເບີດທີ່ບໍ່ທັນແຕກຢ່າງຫຼວງຫຼາຍ. ສ່ວນໃນຂະບວນການສ້າງທາງລົດໄຟຈີນ-ລາວ, ໄດ້ໃຊ້ງົບປະມານຫຼາຍກວ່າ 100 ລ້ານໂດລາສະຫະລັດເຂົ້າໃນການຊອກຄົ້ນຫາ ແລະທຳລາຍລະເບີດທີ່ບໍ່ທັນແຕກທີ່ຢູ່ລຽບຕາມເສັ້ນທາງ. ຖ້າວ່າຂ່າວສານຣອຍເຕີເອົາໃຈໃສ່ບັນຫາການປົກປັກຮັກສາສິ່ງແວດລ້ອມຂອງລາວ ແລະປະເທດອື່ນໆທີ່ກ່ຽວຂ້ອງ, ຄວນໄປຮັບຟັງແນວຄິດຂອງປະຊາຊົນທີ່ໄດ້ຮັບຄວາມລຳບາກຈາກລະເບີດທີ່ບໍ່ທັນແຕກ, ປະຕິບັດການສຳຫຼວດຢ່າງເລິກເຊິ່ງໃຫ້ຫຼາຍກວ່າເກົ່າ ແລະຮ່ວມກັນເຕືອນໃຫ້ຜູ້ກໍ່ເຫດຊຳລະໜີ້ສິນທາງປະຫວັດສາດດັ່ງກ່າວ.

ທາງລົດໄຟຈີນ-ລາວດີຫຼືບໍ່, ຕ້ອງໃຫ້ປະຊາຊົນລາວ ແລະຈີນທີ່ຢູ່ລຽບຕາມເສັ້ນທາງເປັນຜູ້ເວົ້າ. ພາຍຫຼັງເປີດນຳໃຊ້ເປັນເວລາຫຼາຍກວ່າ 1 ປີມານີ້, ການຂົນສົ່ງສິນຄ້າຂ້າມຊາດຜ່ານທາງລົດໄຟຈີນ-ລາວໄດ້ມີຫຼາຍກວ່າ 4 ລ້ານໂຕນແລ້ວ. ເບຍລາວ ແລະໝາກຖົ່ວລຽນຂອງໄທ ສາມາດໄປເຖິງໂຕະອາຫານຂອງຜູ້ບໍລິໂພກຊາວຈີນພາຍໃນ 3 ມື້; ສິນຄ້າທີ່ຜ່ານທາງລົດໄຟຈີນ-ລາວ ໄດ້ເພີ່ມຂຶ້ນຈາກ 10 ກວ່າຊະນິດໃນໄລຍະເບື້ອງຕົ້ນຂອງການເປີດນຳໃຊ້ ມາເປັນ 2.000 ກວ່າຊະນິດໃນປັດຈຸບັນ. ທາງລົດໄຟຈີນ-ລາວໄດ້ຊຸກຍູ້ການພັດທະນາຂອງຫຼາຍຂະແໜງການທີ່ຢູ່ລຽບຕາມເສັ້ນທາງ ເຊັ່ນ: ການຂົນສົ່ງສິນຄ້າ, ການຄົມມະນາຄົມຂອງຕົວເມືອງ, ການຄ້າ, ການທ່ອງທ່ຽວ ແລະອື່ນໆ, ໄດ້ເພີ່ມຕຳແໜ່ງປະກອບອາຊີບຫຼາຍກວ່າ 100.000 ຕຳແໜ່ງ. ມາຮອດປັດຈຸບັນ, ທາງລົດໄຟຈີນ-ລາວຕອນຢູ່ປະເທດລາວໄດ້ຂົນສົ່ງຜູ້ໂດຍສານລວມທັງໝົດ 2.457.000 ເທື່ອຄົນ ເຊິ່ງໄດ້ຮັບປະກັນຄວາມຕ້ອງການດ້ານການອອກເດີນທາງຂອງປະຊາຊົນທີ່ຢູ່ລຽບຕາມເສັ້ນທາງ.

ຂ່າວສານຣອຍເຕີລາຍງານຂ່າວທີ່ບໍ່ແມ່ນຄວາມຈິງກ່ຽວກັບທາງລົດໄຟຈີນ-ລາວ ກ່ອນດຳເນີນການຄົ້ນຄວ້າສຳຫຼວດ ເຊິ່ງບໍ່ມີຄວາມເປັນວິທະຍາສາດ ແລະບໍ່ມີຄວາມເປັນຈິງ, ເປັນການລະເມີດຫຼັກການພື້ນຖານຂອງການລາຍງານຂ່າວທີ່ຕ້ອງຖືຄວາມຈິງພາວະວິໄສເປັນບ່ອນອ້າງອີງ. ຫວັງວ່າຂ່າວສານຣອຍເຕີຈະມີຄວາມເປັນພາວະວິໄສ ແລະຄວາມເປັນທຳໃນເວລາເຮັດບົດລາຍງານສຳຫຼວດ, ຫາກບໍ່ແມ່ນຢັບຢັ້ງທາງລົດໄຟຈີນ-ລາວ ທີ່ເປັນທາງລົດໄຟແຫ່ງການພັດທະນາ ແລະທາງລົດໄຟແຫ່ງສັນຕິພາບ ໂດຍອີງໃສ່ພຽງແຕ່ຖ້ອຍຄຳບາງຕອນຂອງນັກຂ່າວສອງສາມຄົນເທົ່ານັ້ນ.

ຂໍໃຫ້ຂ່າວສານຣອຍເຕີຍຸດຕິການໃສ່ຮ້າຍປ້າຍສີທາງລົດໄຟຈີນ-ລາວຢ່າງໄຮ້ເຫດຜົນ