ຂ່າວສານຢຸນນານ·ຈີນ|ຊ່ອງ​ທາງ​ໃໝ່​ທາງ​ບົກ ແລະ ທາງ​ທະ​ເລ​ພາກ​ຕາ​ເວັນ​ຕົກ​ ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ເທດ​ລຽບ​ຕາມ​ຊ່ອງ​ທາງ​

2023-06-05 17:13:27
ມາຈາກ:

ຊ່ອງ​ທາງ​ໃໝ່​ທາງ​ບົກ ແລະ ທາງ​ທະ​ເລ​ພາກ​ຕາ​ເວັນ​ຕົກ ​ປົກ​ຄຸມ 12 ແຂວງ, ນະ​ຄອນ ແລະ ເຂດ​ປົກ​ຄອງ​ຕົນ​ເອງທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ, ໄດ້​ເຊື່ອມ​ຕໍ່​ກັບ 120 ສະ​ຖາ​ນີ​ໃນ 61 ຕົວ​ເມືອງ​ຂອງ 18 ແຂວງ, ນະ​ຄອນ ແລະ ເຂດ​ປົກ​ຄອງ​ຕົນ​ເອງ​ໃນ​ທົ່ວ​ປະ​ເທດ,ສາ​ມາດ​ໄປ​ເຖິງທ່າ​ກຳ​ປັ່ນ393 ແຫ່ງ​ຂອງ 119 ປະ​ເທດແລະເຂດ​ແຄວ້ນ…ໃນ​​ງານພົບປະ​ສັງ​ສັນ​ການ​ຄ້າ ແລະ ການ​ລົງ​ທຶນ​ສາ​ກົນ​ທາງ​ພາກ​ຕາ​ເວັນ​ຕົກ​ຈີນ​ຄັ້ງ​ທີ 5 ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຈົ່ງ​ກິ່ງ ລະ​ຫວ່າງວັນ​ທີ 18 ຫາ 21 ພຶດ​ສະ​ພາຜ່ານມາ​ນີ້, ຫ້ອງວາງ​ສະ​ແດງ​ຊ່ອງ​ທາງ​ໃໝ່​ທາງ​ບົກ ແລະ ທາງ​ທະ​ເລ ໄດ້​ວາງ​ສະ​ແດງ​ຜົນ​ງານ​ໃໝ່ ຊຶ່ງ​ໄດ້​ດຶງ​ດູດ​ຜູ້​ຊົມຫຼາຍ​ທ່ານ​ເຂົ້າ​ຊົມ.

ຊ່ອງ​ທາງ​ໃໝ່​ທາງ​ບົກ​ ແລະ​ ທາງ​ທະ​ເລ​ພາກ​ຕາ​ເວັນ​ຕົກ​ ໄດ້​ຖື​ເອົາ​ນະ​ຄອນ​ຈົ່ງ​ກິ່ງ​ເປັນ​ຈຸດ​ໃຈ​ກາງ, ຖື​ເອົາແຂວງ, ນະ​ຄອນ ແລະ ເຂດ​ປົກ​ຄອງ​ຕົນ​ເອງ​ອື່ນໆ ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ​ເປັນ​ຈຸດ​ເຊື່ອມ​ຕໍ່​ສຳ​ຄັນ, ໂດຍ​ນຳ​ໃຊ້​ວິ​ທີ​ຂົນ​ສົ່ງ​ຕ່າງໆເຊັ່ນ: ທາງ​ລົດ​ໄຟ, ທາງ​ທະ​ເລ ແລະ ທາງ​ບົກ​ເປັນ​ຕົ້ນ,ຜ່ານ​ຈາກ​ດ່ານ​ທາງ​ບົກ ​ແລະ ​ທາງ​ທະ​ເລ​ ທາງ​ທິດ​ໃຕ້​ຂອງເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີ ແລະ ແຂວງ​ຢຸນ​ນານ​ ເດີ​ນ​ທາງ​ໄປ​ເຖິງ​ແຫ່ງ​ຕ່າງໆ​ຂອງ​ໂລກ ຊຶ່ງ​ໄດ້​ປະ​ຢັດ​ເວ​ລາ​ຢ່າງຫຼວງຫຼາຍ ເມື່ອ​ທຽບ​ໃສ່​ການ​ເດີນ​ທາງ​ຈາກ​ທ່າ​ກຳ​ປັ່ນ​ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ຈີນ.

ທ່ານ​ ອູ​ຢາງ ຜູ້​ອຳນວຍ​ການ​ໃຫຍ່​ບໍ​ລິ​ສັດ​ຕົວ​ແທນ​ການ​ຂົນ​ສົ່ງ​ສິນ​ຄ້າ​ສາ​ກົນ​ມິງ​ເຊິງທີ່​ດຳ​ເນີນ​ທຸ​ລະ​ກິດ​ການ​ຄ້າຈີນ-ລາວ ມາ​ເປັນ​ເວລາ​ດົນ​ນານ​ກ່າວ​ວ່າ: “ແຕ່​ກ່ອນ, ຖ້າ​ຂົນ​ສົ່ງ​ສິນ​ຄ້າ​ປະ​ເທດ​ລາວ​ໄປ​ເຖິງ​ນະ​ຄອນ​ຈົ່ງ​ກິ່ງ ແລະ ແຂວງ​ເສ​ສວນ ທີ່​ຢູ່​ທາງ​ພາກ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້​ຂອງ​ຈີນຕ້ອງ​ໃຊ້ເວລາຢ່າງໜ້ອຍ 20 ກວ່າ​ວັນ.” ແຕ່​ດຽວ​ນີ້​ຖ້າ​ຂົນ​ສົ່ງ​ຕາມ​ຂະ​ບວນ​ສາ​ກົນທາງລົດ​ໄຟລາວ-ຈີນຕາມຊ່ອງ​ທາງ​ໃໝ່​ທາງ​ບົກ ແລະ​ທາງ​ທະ​ເລ​ພາກ​ຕາ​ເວັນ​ຕົກ,ໃຊ້ເວລາພຽງ​ແຕ່​ 4 ວັນ​ເທົ່າ​ນັ້ນ.

ຊ່ອງ​ທາງ​ໃໝ່​ທາງ​ບົກ ແລະ​ ທາງ​ທະ​ເລ​ພາກ​ຕາ​ເວັນ​ຕົກ​ສອດ​ຄ່ອງ​ກັບຫຼັກ​ການ​ປຶກ​ສາ​ຫາ​ລື​ຮ່ວມ​ກັນ, ສ້າງ​ສາ​ຮ່ວມ​ກັນ ແລະ ຊົມ​ໃຊ້​ຮ່ວມ​ກັນ​ຂອງ “ໜຶື່ງ​ແລວ​ ໜຶ່ງ​ເສັ້ນ​ທາງ” ໃນ​ລະ​ດັບ​ສູງ, ທັງ​ຊ່ວຍ​ຊຸກ​ຍູ້​ການ​ເປີດ​ປະ​ຕູ​ສູ່​ພາຍນອກ ແລະ ການ​ພັດ​ທະ​ນາ​ຂອງ​ເຂດ​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ ແລະ ຍັງໄດ້​ຊ່ວຍ​ໃຫ້​ປະ​ເທດ ແລະ ເຂດ​ແຄວ້ນ​ທີ່​ຢູ່ລຽບ​ຕາມ​ຊ່ອງ​ທາງ​ຊົມ​ໃຊ້​ຜົນ​ປະ​ໂຫຍດ​ດ້ານ​ຕະຫຼາດ​ຂອງ​ຈີນ ຊຶ່ງ​ໄດ້​ເຮັດ​ໃຫ້​ຊ່ອງ​ທາງ​ໃໝ່​ດັ່ງ​ກ່າວ​​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ເທດ​ ແລະ​ເຂດ​ແຄວ້ນ​ຕ່າງໆ​ນັບ​ມື້​ນັບຫຼາຍ​ຂຶ້ນ.

ໃນ​ຫ້ອງ​ວາງ​ສະ​ແດງ​ສາ​ກົນ​ໃນ​ງານ​ພົບ​ປະ​ສັງ​ສັນ​ການ​ຄ້າ ​ແລະ ​ການ​ລົງ​ທຶນ​ສາ​ກົນ​ທາງພາກ​ຕາ​ເວັນ​ຕົກ​ຈີນ​ຄັ້ງ​ນີ້ໄດ້​ວາງ​ສະ​ແດງ​ຜະ​ລິດ​ຕະ​ພັນ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ​ຂອງ​ປະ​ເທດ​ລຽບ​ຕາມ “ໜຶ່ງ​ແລວ​ ໜຶ່ງ​ເສັ້ນ​ທາງ” ຢ່າງຫຼວງຫຼາຍ ເຊັ່ນ: ເຄື່ອງ​ເຟີ​ນີ​ເຈີ​ໄມ້​ແດງ​ລາວ,ໝາກ​ຖົ່ວ​ລຽນ​ຟີ​ລິບ​ປິນ, ກາ​ເຟ​ຂີ້​ແມວ​ອິນ​ໂດ​ເນ​ເຊຍ​ເປັນ​ຕົ້ນ,ຜະ​ລິດ​ຕະ​ພັນ​ສ່ວນ​ໜຶ່ງ​ຖືກ​ຂົນ​ສົ່ງ​ມາ​ເຖິງ​ນະ​ຄອນ​ຈົ່ງ​ກິ່ງ ດ້ວຍ​ຮູບ​ການ​ຈໍ​ລະ​ຈອນ​ສິນ​ຄ້າ​ທີ່​ສະ​ດວກ​ວ່ອງ​ໄວ​ກວ່າ​ເກົ່າ ໂດຍ​ຜ່ານ​ຊ່ອງ​ທາງ​ໃໝ່​ທາງ​ບົກ​ ແລະ ​ທາງ​ທ​ະ​ເລ​ພາກ​ຕາ​ເວັນ​ຕົກ.

ໃນ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ສາ​ກົນ​ຊ່ອງ​ທາງ​ໃໝ່ທາງ​ບົກ ​ແລະ ​ທາງ​ທະ​ເລ​ພາກ​ຕາ​ເວັນ​ຕົກ​ປີ 2023, ທ່ານ ​ວິ​ໄລຄຳ ໂພ​ສາ​ລາດ ຮອງ​ລັດ​ຖະ​ມົນ​ຕີ​ກະຊວງໂຍ​ທາ​ທິ​ການ ແລະຂົນ​ສົ່ງ ແຫ່ງ ສ​ປ​ປ ລາວ​ກ່າວ​ວ່າ: “ການ​ເປີດ​ຂະ​ບວນ​ສາ​ກົນທາງລົດ​ໄຟລາວ​-ຈີນຕາມ​ຊ່ອງ​ທາງ​ໃໝ່​ທາງ​ບົກ​ ແລະ ​ທາງ​ທະ​ເລ​ພາກ​ຕາ​ເວັນ​ຕົກ ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ທີ່​ສຸດ​ຕໍ່​ການ​ຂົນ​ສົ່ງ​ສິນ​ຄ້າ​ຂອງ​ ລາວ​ ແລະ ຈີນ ຊຶ່ງ​ຈະ​ຊ່ວຍ​ຊຸກ​ຍູ້​ໃຫ້​ປະ​ເທດ​ລາວ​ຈາກ “ປະ​ເທດ​ທີ່​ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ” ກາຍ​ມາ​ເປັນ “ປະ​ເທດ​ເຊື່ອມ​ໂຍງ​ເຊື່ອມ​ຈອດ​ຂອງ​ພາກ​ພື້ນ”.

ຂ່າວ: ສໍານັກຂ່າວຊິນຮວາ

ຂ່າວສານຢຸນນານ·ຈີນ|ຊ່ອງ​ທາງ​ໃໝ່​ທາງ​ບົກ ແລະ ທາງ​ທະ​ເລ​ພາກ​ຕາ​ເວັນ​ຕົກ​ ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ເທດ​ລຽບ​ຕາມ​ຊ່ອງ​ທາງ​