ຂ່າວສານຢຸນນານ·ຈີນ|ກິດ​ຈະ​ກຳ​ຈີນ​ພາຍ​ໃຕ້​ຫົວ​ຂໍ້“ຈາກ​ສັນ​ຍາ​ກາຍ​ມາ​ເປັນ​ການ​ປະ​ສານ​ງານ​ກັນ ເພື່ອ​ຟື້ນ​ຟູ​ຊີ​ວະ​ນາໆ​ພັນ”ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຄຸນ​ໝິງ

2023-06-05 17:19:02
ມາຈາກ:

ວັນ​ທີ 22 ພຶດ​ສະ​ພາ ແມ່ນ​ວັນ​ຊີ​ວະ​ນາໆ​ພັນ​ສາ​ກົນ, ກິດຈະ​ກຳ​ຈີນ​ພາຍ​ໃຕ້​ຫົວ​ຂໍ້ “ຈາກ​ສັນ​ຍາ​ກາຍ​ມາ​ເປັນ​ການ​ປະ​ສານ​ງານ​ກັນ ເພື່ອ​ຟື້ນ​ຟູ​​ຊີ​ວະ​ນາໆ​ພັນ” ເລີ່ມ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຄຸນ​ໝິງແຂວງ​ຢຸນ​ນານ ສ​ປ ຈີນ.

ກອງ​ປະ​ຊຸມ​ໃຫຍ່​ພາ​ຄີ​ຄັ້ງ​ທີ 15 ຂອງ “ສົນ​ທິ​ສັນ​ຍາ​ຊີວະ​ນາໆ​ພັນ” ຫຼື COP15 ໄດ້​ກ້າວ​ເຖິງ​ຂັ້ນ​ເຊັນ “ຂອບ​ຊີ​ວະ​ນາໆ​ພັນ​ທົ່ວ​ໂລກ​ຄຸນ​ໝິງ-ມົງເຕ​ຣອານ”. ໃນ​ກິດ​ຈະ​ກຳ​ທົ່ວ​ໂລກວັນ​ຊີ​ວະ​ນາໆ​ພັນ​ສາ​ກົນ​ປີ 2023ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 22 ພຶດ​ສະ​ພາ​ນີ້, ທ່ານ​ ຈ້າວ​ຢິງ​ມິນ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສິ່ງ​ແວດ​ລ້ອມ​ນິ​ເວດ​ຈີນ​ກ່າວ​ວ່າ, ການ​ຊຸກ​ຍູ້​ໃຫ້​ຊີ​ວະ​ນາໆ​ພັນ​ກ້າວ​ຂຶ້ນ​ສູ່​ເສັ້ນ​ທາງ​ຟື້ນ​ຟູ, ຕ້ອງ​ຢ່ວງບາດ​ກ້າວ​ຈາກ​ຄວາມ​ຮັບ​ຮູ້​ຄື​ກັນ​ມາ​ເປັນ​ຂະ​ບວນ​ການ​ຕົວ​ຈິງ, ຕ້ອງ​ການ​ໃຫ້​ຝ່າຍ​ຕ່າງໆ​ເຂົ້າ​ຮ່ວມ ແລະ ມີ​ການ​ເຄື່ອນ​ໄຫວ​ຕົວ​ຈິງ.

ທ່ານ​ ຈ້າວ​ຢິງ​ມິງ​ ກ່າວ​ຕື່ມ​ວ່າ, ການ​ລິ​ເລີ່ມກິດ​ຈະ​ກຳ​ຈີນ​ພາຍ​ໃຕ້​ຫົວ​ຂໍ້ “ຈາກ​ສັນ​ຍາກາຍ​ມາ​ເປັນ​ການ​ປະ​ສານ​ງານ​ກັນ ເພື່ອ​ຟື້ນ​ຟູ​ຊີ​ວະ​ນາໆ​ພັນ” ໂດຍ​ຮຽກ​ຮ້ອງ​ໃຫ້​ຝ່າຍ​ພາ​ຄີ​ຕ່າງໆ ແລະ ຝ່າຍ​ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍດ​ພະ​ຍາ​ຍາມ​ຮ່ວມ​ກັນ, ປະ​ກອບ​ສ່ວນ​ເພື່ອ​ປົກ​ປ້ອງ​ຊີ​ວະ​ນາໆ​ພັນ​ຂອງ​ທົ່ວ​ໂລກ. ຈີນ​ຈະ​ສືບ​ຕໍ່​ປະ​ຕິ​ບັດ​ຕາມ​ພັນ​ທະ​ທີ່​ເປັນ​ປະ​ເທດ​ປ​ະ​ທານ COP15 ເປັນ​ຢ່າງ​ດີ, ນຳ​ພາ​ຂະ​ບວນ​ການ​ປົກ​ປ້ອງ​ຊີ​ວະ​ນາໆ​ພັນ​ຂອງ​ທົ່ວ​ໂລກ, ພະ​ຍາ​ຍາມ​ປະ​ສານ​ສົມ​ທົບ​ໃຫ້​ຝ່າຍ​ຕ່າງໆ​ຈັດ​ຕັ້ງ​ປະ​ຕິ​ບັດ “ຂອບ​ຊີ​ວະ​ນາໆ​ພັນ​ທົ່ວ​ໂລກ​ຄຸນ​ໝິງ-ມົງ​ເຕ​ຣອານ” ຢ່າງ​ຮອບ​ດ້ານ ເພື່ອສ້າງ​ແບບ​ຢ່າງ​ແຫ່ງ​ການ​ຮ່ວມ​ມື​ທົ່ວ​ໂລກ​ໃນ​ຂົງ​ເຂດ​ຊີ​ວະ​ນາໆ​ພັນ​ ແລະ ຮ່ວມ​ກັນ​ສ້າງ​ປະ​ຊາ​ຄົມ​ຊີ​ວິດ​ໜ່ວຍ​ໂລກ.

ແຂວງ​ຢຸນ​ນານ​ຖືກ​ເອີ້ນ​ວ່າ​ເປັນ “ອາ​ນາ​ຈັກ​ສັດ”, “​ອານາ​ຈັກ​ພືດ” ແລະ “ສາງ​ພັນ​ທຸ​ກຳ”, ຈຳ​ນວນ​ຊີ​ວະ​ຊາດ​ສະ​ກຸນ​ໃຫຍ່​ປະ​ເພດ​ຕ່າງໆ ໄດ້​ກວມ​ເກືອບ ຫຼື ຫຼາຍກວ່າ​ເຄິ່ງ​ໜຶ່ງ​ຂອງຍອດ​ຈຳ​ນວນ​ຊີ​ວະ​ຊາດ​ພາຍ​ໃນ​ປະ​ເທດ​ຈີນ. ເພື່ອ​ປົກ​ປ້ອງ​ຊີ​ວະນາໆ​ພັນ​ໃຫ້​ດີ, ແຂວງ​ຢຸນ​ນານ​ໄດ້​ຂີດ​ແບ່ງ​ເນື້ອ​ທີ່​ປ້ອງ​ກັນ​ນິ​ເວດ 113.500 ກິ​ໂລຕາ​ແມັດ​, ໄດ້​ສ້າງ​ເຂດ​ສະ​ຫງວນ​ທຳ​ມະ​ຊາດ​ປະ​ເພດ​ຕ່າງໆ​ ແລະ​ ຂັ້ນ​ຕ່າງໆ360 ກວ່າ​ແຫ່ງ ຊຶ່ງ​ໄດ້​ປົກ​ປ້ອງ​ລະ​ບົບ​ນິ​ເວດ​ແບບ​ຢ່າງຫຼາຍກວ່າ 90% ແລະ ປະເພດ​ສັດ​ ແລະ​ ພືດ​ທີ່​ໄດ້​ຮັບ​ການ​ປົກ​ປ້ອງ​ເປັນ​ພິ​ເສດ 83% ຂຶ້ນ​ໄປຂອງ​ທົ່ວ​ແຂ​ວງ​ເປັນ​ຢ່າງ​ດີ.

ຂ່າວ: ສໍານັກຂ່າວຊິນຮວາ

ຂ່າວສານຢຸນນານ·ຈີນ|ກິດ​ຈະ​ກຳ​ຈີນ​ພາຍ​ໃຕ້​ຫົວ​ຂໍ້“ຈາກ​ສັນ​ຍາ​ກາຍ​ມາ​ເປັນ​ການ​ປະ​ສານ​ງານ​ກັນ ເພື່ອ​ຟື້ນ​ຟູ​ຊີ​ວະ​ນາໆ​ພັນ”ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຄຸນ​ໝິງ