ຂ່າວສານຢຸນນານ·ຈີນ|ງານ​ເຊີດ​ສິງ​ໂຕ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​​ມົນ​ສະ​ເໜ່​ຂອງຮີດ​ຄອງ​​ປະ​ເພນີ​ດັ້ງ​ເດີມ

2023-06-05 17:20:21
ມາຈາກ:

ວັນ​ທີ 19 ພຶດ​ສະ​ພາ ຜ່ານມາ, ກິດ​ຈະ​ກຳ​ເຈົ້າ​ພາບຫຼັກ “ວັນ​ທ່ອງ​ທ່ຽວ​ຈີນ 19 ພຶດ​ສະ​ພາ” ຄັ້ງ​ທີ 13 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ປາວ​ຊານ​ ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ແຂວງ​ຢຸນ​ນານ ສ​ປ​ ຈີນ. ໃນ​ມື້​ນັ້ນ, ເມືອງ​ຊື​ຕ້ຽນ​ນະ​ຄອນ​ປາວ​ຊານ​ໄດ້​ຈັດ​ງານ​ເຊີດ​ສິງ​ໂຕ​ຢ່າງ​ອຶກ​ກະ​ທຶກ​ຄຶກ​ຄື້ນ, ທີມ​ເຊີດ​ສິງ​ໂຕ​ໃນ​ທົ່ວ​ເມືອງ​ດັ່ງ​ກ່າວ​ໄດ້​ມາ​ເຕົ້າ​ໂຮມ​ກັນ​ຢູ່​ໃນ​ເມືອງ ຊຶ່ງ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ມົນ​ສະ​ເໜ່​ຂອງ​ຮີດ​ຄອງ​ປະ​ເພ​ນີ​ດັ້ງ​ເດີມ​ຢ່າງ​ເຕັມ​ທີ່.

ຕອນ​ບ່າຍສອງ​ໂມງ, ງານ​ເຊີດ​ສິງ​ໂຕ​ຂອງ​ເມືອງ​ ຊື​ຕ້ຽນ​ໄດ້​ເລີ່ມ​ຂຶ້ນ​ແລ້ວ, ສຽງ​ກອງ​ດັງ​ຂຶ້ນ, ສີ​ມື​ເຊີດ​ສິງ​ໂຕ​ຂອງ​ທີມ​ເຊີດ​ສິງ​ໂຕ​ຊວນ​ເຟີງ​ເມືອງ​ຊື​ຕ້ຽນ​ຈັ່ງ​ແມ່ນເກັ່ງຫຼາຍ, ໄດ້​ລວມ​ສູນ​ມວຍ​ອູ​ຊູ້, ວິ​ທີ​ການ​ເຕັ້ນ ແລະ ກາຍ​ຍະ​ສິນ, ໂດຍ​ຜ່ານ​ຈາກ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງຫຼາຍ​ຄົນ, ລອກ​ແບບ​ກິ​ລິ​ຍາ​ປະ​ເພດ​ຕ່າງໆ​ຂອງ​ສິງ​ໂຕ ເຊິ່ງ​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກ​ຜູ້​ຊົມ​ທັງ​ຫຼາຍ. ການ​ສະ​ແດງ​ທາງ​ໜ້າ​ດິນ, ການ​ສະ​ແດງ​ເທິງ​ເສົາ​ສູງ, ການ​ເຕັ້ນ, ການ​ຟ້ອນ ແລະ ລີ​ລາ​ອື່ນໆ ໄດ້​ເໝືອນ​ດັ່ງ​ສິງ​ໂຕ​ເປັນ.

ຕາມ​ຂ່າວ​ແຈ້ງວ່າ, ເມືອງ​ຊື​ຕ້ຽນ​ມີ​ປະ​ເພ​ນີ​ເຊີດ​ສິງ​ໂຕ​ມາ​ແຕ່​ລາ​ຊະ​ວົງ​ໝິງ ແລະ ລາ​ຊະ​ວົງ​ຊິງ. ເມື່ອ​ມື້​ບຸນ ຫຼື ລະ​ດູເກັບ​ກ່ຽວ​ໝູນ​ວຽນ​ມາ​ເຖິງ, ບ້ານ​ຕ່າງໆ​ໄດ້​ມາ​ເຊີດ​ສິງ​ໂຕ​ຮ່ວມ​ກັນ ເພື່ອ​ຂໍ​ອະ​ທິຖານໃຫ້​ມີ​ຟ້າ​ຝົນ​ລົມ​ດີແລະ ມີ​ຜົນ​ເກັບ​ກ່ຽວ​ທີ່​ດີ.

ຂ່າວ: ໜັງສືພິມລາຍວັນຢຸນນານ

ຂ່າວສານຢຸນນານ·ຈີນ|ງານ​ເຊີດ​ສິງ​ໂຕ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​​ມົນ​ສະ​ເໜ່​ຂອງຮີດ​ຄອງ​​ປະ​ເພນີ​ດັ້ງ​ເດີມ