ຂ່າວສານຢຸນນານ·ຈີນ|ການ​ຂົນ​ສົ່ງ​ສິນ​ຄ້າ​ຕາມ​ທາງ​ລົດ​ໄຟລາວ​-ຈີນຫຼາຍກວ່າ 20 ລ້ານ​ໂຕນ

2023-06-05 17:21:30
ມາຈາກ:

ແຫຼ່ງ​ຂ່າວ​ຈາກ​ກຸ່ມ​ບໍ​ລິ​ສັດ​ທາງ​ລົດ​ໄຟ​ຈີນ​ສາ​ຂາ​ຄຸນ​ໝິງ​ໃຫ້​ຮູ້​ວ່າ: ນັບ​ແຕ່​ການ​ເປີດ​ນຳ​ໃຊ້​ທາງ​ລົດ​ໄຟລາວ​-​ຈີນ ແຕ່​ເດືອນ​ ທັນ​ວາ​ ປີ 2021 ຫາ​ວັນ​ທີ 16 ພຶດ​ສະ​ພາ​ ປີນີ້ຜ່ານມາ, ຍອດ​ປະ​ລິ​ມານ​ການ​ຂົນ​ສົ່ງ​ສິ​ນ​ຄ້າ​ຕາມ​ທາງ​ລົດ​ໄຟລາວ​-​ຈີນໄດ້ຫຼາຍກວ່າ 20 ລ້ານ​ໂຕນ. ໃນ​ນັ້ນ, ປະ​ລິ​ມານ​ການ​ຂົນ​ສົ່ງ​ສິນ​ຄ້າ​ຂ້າມ​ຊາຍ​ແດນຫຼາຍກວ່າ 4 ລ້ານ​ໂຕນ ແລະ ມີ​ມູນ​ຄ່າຫຼາຍກວ່າ 17,7 ຕື້ຢວນ. ເດືອນ​ທັນ​ວາ​ ປີ 2022, ສູນ​ຕິດ​ຕາມ​ຄຸ້ມ​ຄອງ​ໝາກ​ໄມ້​ນຳ​ເຂົ້າ​ຂອງ​ດ່ານ​ສ​ະ​ຖາ​ນີ​ລົດ​ໄຟ​ບໍ່​ຫານ​ແຂວງ​ຢຸນ​ນານ​ຈີນ​ໄດ້​ເປີດ​ການ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ, ລະ​ຫວ່າງ​ເດືອນ ​ມັງ​ກອນ​ ຫາ​ ເດືອນ ​ເມ​ສາ​ ປີ​ນີ້, ທາງ​ລົດ​ໄຟລາວ​-​ຈີນໄດ້​ຂົ​ນ​ສົ່ງ​ສິນ​ຄ້າ​ທັງ​ໝົດ 6,69 ລ້ານໂຕນ, ເພີ່ມ​ຂຶ້ນ4,08 ລ້ານ​ໂຕນແລະ ເພີ່ມ​ຂຶ້ນ156% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ.

ຂ່າວ: ໜັງສືພິມລາຍວັນຢຸນນານ

ຂ່າວສານຢຸນນານ·ຈີນ|ການ​ຂົນ​ສົ່ງ​ສິນ​ຄ້າ​ຕາມ​ທາງ​ລົດ​ໄຟລາວ​-ຈີນຫຼາຍກວ່າ 20 ລ້ານ​ໂຕນ