ໝາກທຸລຽນຂອງປີນີ້ມີລົດຊາດແຊບກວ່າເກົ່າ

2023-06-08 17:24:03
ມາຈາກ:

ນັບຕັ້ງແຕ່ຕົ້ນປີມານີ້, ໝາກທຸລຽນຂາຍດີຢ່າງຕໍ່ເນື່ອງ. ຍອດຈຳໜ່າຍໝາກທຸລຽນຢູ່ຕະຫຼາດຄຸນໝິງເພີ່ມຂຶ້ນຫຼາຍກວ່າ 250% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ພ້ອມດຽວກັນນັ້ນ, ຜູ້ບໍລິໂພກເກືອບທັງໝົດລ້ວນແຕ່ໃຫ້ຄໍາເຫັນວ່າ: “ໝາກທຸລຽນຂອງປີນີ້ມີລົດຊາດແຊບດີກ່ວາປີກ່ອນໆ.”

ທ່ານ ລິວຢູ້ຕົງ ຜູ້ຮັບຜິຊອບບໍລິສັດການຄ້າເກິເຕົ້າຢຸນນານຈໍຳກັດທີ່ເຂດກວານຕູ້ເມືອງຄຸນໝິງກ່າວວ່າ: “ໝາກທຸລຽນຂາດຕະຫຼາດມາໂດຍຕະຫຼອດ, ບໍ່ສາມາດຕອບສະໜອງກັບຄວາມຕ້ອງການ, ກ່ອນໜ້ານັ້ນຍ້ອນວ່າບໍ່ສາມາດນຳເຂົ້າໝາກທຸລຽນໄດ້ໃນປະລິມານຫຼາຍ, ດັ່ງນັ້ນ ປີທີກາຍນີ້ພວກເຮົາຂາຍໄດ້ພຽງແຕ່ 25 ຕູ້ຄອນເທັນເນີ້ເທົ່ານັ້ນ, ປີນີ້ຍ້ອນວ່າທາງລົດໄຟລາວ-ຈີນ, ລະດູເກັບໝາກທຸລຽນຍັງບໍ່ທັນໝົດ, ພວກເຮົາຂາຍໄປແລ້ວ 70 ຕູ້ຄອນເທັນເນີ້.”

ນອກເໜືອຈາກບໍລິມາດຂົນສົ່ງທີ່ເພີ່ມສູງຂຶ້ນເຮັດໃຫ້ຍອດຈຳໜ່າຍໄດ້ເພີ່ມຂຶ້ນແລ້ວ, ສິ່ງທີ່ເຮັດໃຫ້ ທ່ານ ລິວຢູ້ຕົງ ມີຄວາມສຸກຫຼາຍກວ່າເກົ່ານັ້ນແມ່ນການປັບປຸງຄຸນນະພາບຂອງໝາກທຸລຽນ. ທ່ານ ລິວຢູ້ຕົງ ແນະນຳວ່າ: ແຕ່ກ່ອນ, ໝາກທຸລຽນໃຊ້ເວລາຢ່າງໜ້ອຍ 10 ວັນໃນການຂົນສົ່ງຈາກປະເທດໄທໄປຍັງເມືອງຄຸນໝິງດ້ວຍທາງບົກ, ເພື່ອຮັບປະກັນໃຫ້ລູກຄ້າສາມາດຊື້ໝາກທຸລຽນທີ່ບໍ່ເສື່ອມຄຸນນະພາບໄດ້, ຈຳເປັນຕ້ອງເກັບໝາກທຸລຽນຈາກຕົ້ນເມື່ອໝາກທຸລຽນສຸກພຽງ 60 ເປີເຊັນເທົ່ານັ້ນ. ປັດຈຸບັນ, ໂດຍຜ່ານລະບົບການຂົນສົ່ງຕ່ອງໂສ້ເຢັນຂອງທາງລົດໄຟລາວ-ຈີນ, ສາມາດຂົນສົ່ງໝາກທຸລຽນຈາກຕົ້ນກຳເນີດໄປຍັງເມືອງຄຸນໝິງໄດ້ພາຍໃນ 2 ວັນ, ພຽງແຕ່ຕ້ອງໄດ້ເກັບເອົາເມື່ອໝາກທຸລຽນສຸກຕາມທຳມະຊາດເຖິງ 80 ເປີເຊັນເທົ່ານັ້ນ ແລະ ລູກຄ້າສາມາດໄດ້ຮັບໝາກທຸລຽນສຸກຢ່າງເຕັມທີ່, ສະນັ້ນ, ໝາກທຸລຽນຂອງປີນີ້ແມ່ນລົດຊາດແຊບດີເປັນພິເສດ.

ມາຮອດວັນທີ 3 ມິຖຸນານີ້, ທາງລົດໄຟລາວ-ຈີນໄດ້ຂົນສົ່ງຜູ້ໂດຍສານທັງໝົດ 16,4 ລ້ານຄົນ ແລະ ຂົນສົ່ງສິນຄ້າ 21 ລ້ານໂຕນ. ໃນໄລຍະ 18 ເດືອນທີ່ຜ່ານມານັບແຕ່ໄດ້ເປີດເສັ້ນທາງລົດໄຟລາວ-ຈີນ, ເຊິ່ງໄດ້ມີບົດບາດອັນຕັ້ງໜ້າອໍານວຍຄວາມສະດວກໃນການເດີນທາງຂອງປະຊາຊົນສອງປະເທດ ແລະ ຊຸກຍູ້ສົ່ງເສີມການແລກປ່ຽນດ້ານການຄ້າ ແລະ ຍັງໄດ້ນຳມາເຊິ່ງກາລະໂອກາດໃໝ່ໆໃຫ້ແກ່ບັນດາປະເທດໃນພາກພື້ນ ແບ່ງປັນຮ່ວມກັນການເຊື່ອມຕໍ່ເຊື່ອມຈອດກັນ. ປັດຈຸບັນ, 25 ແຂວງ(ເຂດປົກຄອງຕົນເອງ, ນະຄອນ, ເມືອງ)ຂອງຈີນ ໄດ້ເລີ່ມເປີດນຳໃຊ້ຂະບວນຂົນສົ່ງສິນຄ້າຂ້າມຊາຍແດນທາງລົດໄຟລາວ-ຈີນຢ່າງຕໍ່ເນື່ອງ, ການຂົນສົ່ງສິນຄ້າໄດ້ກວມເອົາປະເທດ ແລະ ເຂດແຄວ້ນຕ່າງໆ ຕາມຂອບເຂດ "ໜຶ່ງແລວ ໜຶ່ງເສັ້ນທາງ" ເຊັ່ນ: ລາວ, ໄທ, ມຽນມາ ແລະ ອື່ນໆ. ຈາກສິນຄ້າພຽງແຕ່ 10 ກວ່າປະເພດ ເຊັ່ນ: ຝຸ່ນ, ເຄື່ອງໃຊ້ປະຈຳວັນໃນໄລຍະຕົ້ນໄດ້ຖືກຂະຫຍາຍອອກເປັນຫຼາຍກວ່າ 2,000 ປະເພດ ເຊັ່ນ: ເຄື່ອງເອເລັກໂຕຣນິກ, ລະບົບຜະລິດໄຟຟ້າດ້ວຍພະລັງງານແສງແດດ ແລະ ໝາກໄມ້ທີ່ຕ່ອງໂສ້ເຢັນ.

ແຫຼ່ງຂ່າວ: ໜັງສືພິມລາຍວັນຢຸນນານ

ນັກຂ່າວ: ອູເຜີຍຈາວ

ໝາກທຸລຽນຂອງປີນີ້ມີລົດຊາດແຊບກວ່າເກົ່າ