ຂ່າວສານຢຸນນານ·ຈີນ| ທາງລົດໄຟ ລາວ-ຈີນ ແມ່ນຊ່ອງທາງໃຫຍ່ທີ່ຊຸກຍູ້ ການເຊື່ອມໂຍງເຊື່ອມຈອດຂອງພາກພື້ນ

2023-06-13 09:48:44
ມາຈາກ:

ແຂ່ງ​ໝາກ​ກະ​ຕໍ້​ຮ່ວມ​ກັນ, ຟ້ອນ​ລຳ​ທຳ​ເພງ​ຮ່ວມ​ກັນ, ຖ່າຍ​ຮູບ​ຮ່ວມ​ກັນ… ຄົນ​ທັງຫຼາຍ​ທີ່​ຮ່ວມ​ກິດ​ຈະ​ກຳ​ລ້ວນ​ແຕ່​ມີ​ໃບ​ໜ້າ​ທີ່​ຍິ້ມ​ແຍ້ມ​ແຈ່ມ​ໃສ. ໃນລະ​ຫວ່າງວັນ​ທີ 30 ຫາ 31 ພຶດ​ສະ​ພາ​ຜ່ານ​ມາ, ກິດ​ຈະ​ກຳ​ແລກ​ປ່ຽນ​ວັດ​ທະ​ນ​ະ​ທຳ​ສາ​ກົນ​ພາຍ
ໃຕ້ຫົວ​ຂໍ້ “ສາຍ​ນໍ້າສາຍໃຈດຽວ ​ກົມກຽວດັ່ງຄອບຄົວດຽວກັນ” ໃນຍຸກໃໝ່ ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຄຸນ​ໝິງແຂວງ​ຢຸນ​ນານ ສ​ປ ຈີນ ຊຶ່ງ​​ເຕັມ​ໄປ​ດ້ວຍ​ບັນ​ຍາ​ກາດ​ທີ່​ເບີກ​ບານ​ມ່ວ​ນ​ຊື່ນ.

6 ປະ​ເທດ​ແມ່​ນໍ້າລ້ານຊ້າງ-ແມ່ນໍ້າຂອງ ທີ່​ມີ​ພູຜາ ແລະ ແມ່​ນໍ້າ​​ຕິດ​ຈອດ​ກັນ ແລະ ມີ​ມູນເຊື້ອ​ວັດ​ທະ​ນະ​ທຳ​ທີ່​ຄ້າຍ​ຄື​ກັນ. ໃນ​ຖາ​ນະ​ເປັນ​ກົນ​ໄກ​ຮ່ວມ​ມື​ແບບໃໝ່ໃນ​ອະ​ນຸ​ພາກ​ພື້ນ​ ແລະ ເປັນກົນ​ໄກ​ທຳ​ອິດ ທີ່ 6 ປະ​ເທດ​ແມ່​ນໍ້າລ້ານຊ້າງ-​ແມ່​ນໍ້າຂອງໄດ້​ປຶກ​ສາ​ຫາ​ລື​ຮ່ວມ​ກັນ, ສ້າງ​ສາ​ຮ່ວມ​ກັນ ແລະ ຊົມ​ໃຊ້​ຮ່ວມ​ກັນ, ນັບ​ແຕ່​ເລີ່ມ​ປະຕິ​ບັດ​ກົນ​ໄກ​ໃນ​ປີ 2016 ເປັນ​ຕົ້ນ​ມາ, ກົນ​ໄກ​ຮ່ວມ​ມື​ ແມ່​ນໍ້າ​ລ້ານຊ້າງ-ແມ່​ນໍ້າຂອງ ໄດ້​ກາຍ​ເປັນ“ແມ່ພິມສີຄໍາ” ໃນ​ການ​ຮ່ວມ​ມື​ອະ​ນຸ​ພາກ​ພື້ນ ດ້ວຍ​ການ​ພັດ​ທະ​ນາ​ໃນ​ລະ​ດັບ​ສູງ. ເນື່ອງ​ໃນ​ໂອ​ກາດ​ການ​ສະ​ເໜີການ​ຮ່ວມ​ກັນ​ສ້າງ​ຂໍ້​ລິ​ເລີ່ມ “​ໜຶ່ງ​ແລວ​ ໜຶ່ງ​ເສັ້ນ​ທາງ” ຄົບ​ຮອບ 10 ປີ, ແຂກ​ຜູ້​ມີ​ກຽດ​ທັງ​ພາຍໃນ ແລະ ຕ່າງ​ປະ​ເທດໄດ້​ເຕົ້າໂຮມ​ກັນ​ຢູ່​ນະ​ຄອນ​ຄຸນ​ໝິງ ເພື່ອສ້າງ​ຄວາມ​ຮັກ​ແພງ​ປານ​ພີ່​ນ້ອງ​ກັນ.

ທ່ານ ຈຽນ​ລຽງ ເລ​ຂາ​ແຫ່ງ​ລັດ​ກະ​ຊວງ​ຖະ​ແຫຼງ​ຂ່າວ​ກຳ​ປູ​ເຈຍ​ເຄີຍ​ໄປ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ສິ​ນ​ຄ້າ ​ຈີນ-ອາ​ຊີ​ໃຕ້, ສໍາມະນາວຽກງານສື່ມວນຊົນ ບັນດາປະເທດແມ່​ນໍ້າລ້ານ​ຊ້າງ-ແມ່​ນໍ້າຂອງ​ ຢູ່​ແຂວງ​ຢຸນ​ນານຫຼາຍ​ເທື່ອ. ທ່ານ​ກ່າວ​ວ່າ: ກິດ​ຈະ​ກຳ “ສາຍ​ນໍ້າສາຍໃຈດຽວ ​ກົມກຽວດັ່ງຄອບຄົວດຽວກັນ” ຄັ້ງ​ນີ້​ໄດ້​ກາຍເປັນ​ຂົວ​ມິດ​ຕະ​ພາບ​ໃຫ້​ແກ່​ຄົນ​ທັງຫຼາຍ​ມາ​ເຕົ້າ​ໂຮມ​ສາ​ມັກ​ຄີ​ກັນ, ປຶກ​ສາ​ຫາ​ລື​ແລກປ່ຽນ​ກັນ ແລະ ຖອດຖອນ​ບົດ​ຮຽນ​ ເຊິ່ງກັນ ​ແລະ ​ກັນ ​ມີ​ຜົນ​ດີ​ຊ່ວຍ​ຊຸກ​ຍູ້​ໃຫ້ 6 ປະ​ເທດ​ແມ່​ນໍ້າ​ລ້ານ​ຊ້າງ-ແມ່​ນໍ້າຂອງ ເພີ່​ມ​ທະ​ວີ​ການ​ໄປ​ມາ​ຫາສູ່​ດ້ານ​ວັດ​ທະ​ນະ​ທຳ ແລະ ຖອດ​ຖອນ​ບົດ​ຮຽນ​ເຊິ່ງ​ກັນ ​ແລະ​ ກັນ.

​ທ່ານ​ ສົມ​ສະ​ຫວາດ ເລັ່ງ​ສະ​ຫວັດ ອະ​ດີດ​ຮອງ​ນາ​ຍົກ​ລັດຖະ​ມົນ​ຕີ ແຫ່ງ ສ​ປ​ປ ລາວ​ ໄດ້​ເອົາ​ໃຈ​ໃສ່​ຕໍ່ “ເສັ້ນ​ທາງ​ຄຳ” ກໍຄືທາງລົດໄຟລາວ-ຈີນ ສາຍນີ້​ເປັນ​ພິ​ເສດ. ທ່ານ​ກ່າວ​ວ່າ: ນັບ​ແຕ່​ການ​ເປີດ​ນຳ​ໃຊ້​ທາງ​ລົດ​ໄຟ ​ລາວ-ຈີນ​ ເປັນ​ຕົ້ນ​ມາ, ການ​ຂົນ​ສົ່ງ​ຜູ້​ໂດຍ​ສານ ແລະ ການ​ຈໍ​ລະ​ຈອນ​ສິນ​ຄ້າ​ເປັນ​ຈຳ​ນວນຫຼວງຫຼາຍ​ຕາມ​ເສັ້ນ​ທາງ​ສາຍ​ນີ້ ໄດ້​ສ່ອງ​ແສງ​ໃຫ້​ເຫັນເຖິງ​ຄວາມ​ໝາຍ​ຂອງ​ການ​ເຊື່ອມ​ໂຍງ​ເຊື່ອມ​ຈອດ​ຂອງ​ພາກ​ພື້ນ​ຢ່າງ​ແທ້​ຈິງ. ປັດ​ຈຸ​ບັນ, ທາງ​ລົດ​ໄຟ ​ລາວ-ຈີນ ​ບໍ່​ພຽງ​ແຕ່​ແມ່ນ​ທາງ​ລົດ​ໄຟ​ທີ່​ຂົນ​ສົ່ງ​ຜູ້​ໂດຍສານ ແລະ ສິນ​ຄ້າ​ເທົ່າ​ນັ້ນ, ຍັງໄດ້​ກາຍ​ເປັນ​ຊ່ອງ​ທາງ​ໃໝ່​ທີ່​ຊຸກ​ຍູ້​ການ​ເຊື່ອມ​ໂຍງ​ເຊື່ອມ​ຈອດ​ຂອງ​ພາກ​ພື້ນ ຊຶ່ງເປັນ​ແບບ​ຢ່າງ​ໃຫ້​ແກ່​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ ແລະ ຫຼາຍ​ຝ່າຍ​ລະ​ຫວ່າງ​ບັນດາ​ປະເທດແມ່​ນໍ້າລ້ານຊ້າງ-ແມ່​ນໍ້າຂອງ.

ທ່ານ ​ກະ​ຕ່າຍ ມາກ​ໂນ​ຊາ ນັກ​ຂ່າວ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ແຫ່ງ​ຊາດ​ລາວ​ເຫັນ​ວ່າ, ທາງ​ລົດ​ໄຟ ລາວ-​ຈີນ​ ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ “ໜຶ່ງ​ແລວ ໜຶ່ງ​ເສັ້ນ​ທາງ” ຢ່າງ​ມີ​ຊີ​ວິດ​ຊີ​ວາ. ທ່ານ​ກ່າວ​ວ່າ, ທາງ​ລົດ​ໄຟ ລາວ-​ຈີນ​ ຈາກ​ຄວາມ​ຝັນໄດ້​ກາຍ​ມາ​ເປັນ​ທາງ​ລົດ​ໄຟ​ຕົວ​ຈິງ ຊຶ່ງ​ເຮັດ​ໃຫ້​ການ​ອອກ​ເດີນ​ທາງ​ຂອງ​ປະ​ຊາ​ຊົນລາວ​ມີ​ຄວາມ​ສະ​ດວກ​ສະ​ບາຍກວ່າ​ເກົ່າ ແລະ ກໍ​ໄດ້​ເພີ່ມ​ທະ​ວີ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ຊາດ​ ລາວ ແລະ ຈີນ.

(ແຫຼ່ງຂ່າວ: ໜັງສືພິມລາຍວັນຢຸນນານ)

ຂ່າວສານຢຸນນານ·ຈີນ| ທາງລົດໄຟ ລາວ-ຈີນ ແມ່ນຊ່ອງທາງໃຫຍ່ທີ່ຊຸກຍູ້ ການເຊື່ອມໂຍງເຊື່ອມຈອດຂອງພາກພື້ນ