ຂ່າວສານຢຸນນານ·ຈີນ| ນັກຮຽນປະຖົມລາວຮ້ອຍຄົນ ໄດ້ຂີ່ລົດໄຟຄວາມໄວສູງທ່ຽວຈີນ

2023-06-13 09:56:48
ມາຈາກ:

ເນື່ອງ​ໃນ​ໂອ​ກາດ​ວັນ​ເດັກ​ນ້ອຍ​ສາ​ກົນ “1 ມິ​ຖຸ​ນາ” ໝູນ​ວຽນ​ມາ​ເຖິງ, ນັກ​ຮຽນ​ປະ​ຖົມ​ລາວ 100 ຄົນ​ໄດ້​ມາ​ຂີ່​ລົດ​ໄຟ​ຄວາມ​ໄວ​ສູງຢູ່​ຈີນ ເພື່ອ​ສຳ​ຜັດ​ກັບ​ການ​ພັດ​ທະ​ນາ ແລະ ຮີດ​ຄອງ​ປະ​ເພ​ນີ​ຂອງ​ຈີນ ຕາມການເຊື້ອ​ເຊີນ.

ນັກ​ຮຽນ​ຜູ້​ໜຶ່ງ​ກ່າວ​ວ່າ: “ເມື່ອ​ເດີນ​ທາງ​ມາ​ຮອດ​ປະ​ເທດ​ຈີນ​ແລ້ວ, ຢາກ​ໄປຫຼາຍ​ບ່ອນ, ຢາກ​ໄປ​ທ່ຽວ​ກຳ​ແພງ​ເມືອງ​ຈີນ​ທີ່​ສຸດ, ​ຢາກ​ໄປ​ທ່ຽວ​ໂຮງ​ຮຽນ​ຂອງ​ຈີນ ແລະ ແລກ​ປ່ຽນ​ກັບ​ນັກ​ຮຽນ​ຈີນ.”

ຕາມ​ຂ່າວ​ແຈ້ງວ່າ, ນັກ​ຮຽນ​ຮ້ອຍ​ຄົນ​ທີ່​ຖືກເຊື້ອ​ເຊີນ​ມາ​ທ່ຽວ​ຈີນ​ຄັ້ງ​ນີ້ ມາ​ຈາກ 17 ແຂວງ ແລະ 1 ​ນະ​ຄອນ​ຫຼວງ ຂອງ​ລາວ, ມີ​ອາ​ຍຸ​ລະ​ຫວ່າງ 10-12 ປີ. ພວກ​ເຂົາ​ເຈົ້າ​ເດີນ​ທາງ​ອອກ​ຈາກ​ກິ່ງ​ແຂວງ​ສິບ​ສອງ​ພັນ​ນາ​ຂອງ​ແຂວງ​ຢຸ​ນ​ນານ, ເລີ່ມ​ຂະ​ບວນ​ການ​ທ່ອງ​ທ່ຽວ​ແບບມິດ​ຕະ​ພາບ​​ເປັນ​ເວ​ລາ 16 ວັນ ເພື່ອ​ເດີນ​ທາງ​ໄປ​ເຖິງ​ນະ​ຄອນ​ຄຸນ​ໝິງ, ນະ​ຄອນຫຼວງ​ປັກ​ກິ່ງ, ນະ​ຄອນ​ຊີ​ອ່ານ, ນະ​ຄອນ​ເຊ້ຍ​ເໝິນ ແລະ ນະ​ຄອນກວາງ​ໂຈ່ວ​ເປັນ​ຕົ້ນ.

(ແຫຼ່ງຂ່າວ: ເວັບໄຊ CCTV)

ຂ່າວສານຢຸນນານ·ຈີນ| ນັກຮຽນປະຖົມລາວຮ້ອຍຄົນ ໄດ້ຂີ່ລົດໄຟຄວາມໄວສູງທ່ຽວຈີນ