ຂ່າວສານຢຸນນານ·ຈີນ| ມຸ່ງໜ້າໄປສູ່ອະນາຄົດທີ່ດີງາມກວ່າເກົ່າກັບໂລກ
ລະຫວ່າງວັນທີ 27 ຫາ 29 ພຶດສະພາຜ່ານມາ, ກອງປະຊຸມເວທີປຶກສາຫາລືຊຸກຍູ້ການສ້າງຄວາມສີວິໄລດ້ານນິເວດທົ່ວໂລກ(ເອີໄຫ) 2023 ໄດ້ຈັດຂຶ້ນຢູ່ກິ່ງແຂວງປົກຄອງຕົນເອງເຜົ່າປາຍຕ້າຫຼີແຂວງຢຸນນານ ສປ ຈີນ ໂດຍໄດ້ເຜີຍແຜ່ຂໍ້ລິເລີ່ມເອີໄຫກ່ຽວກັບ “ຄົ້ນຄວ້າຮູບແບບໃໝ່ດ້ານສີວິໄລຂອງມະນຸດ ເພື່ອຊຸກຍູ້ໃຫ້ມະນຸດ ແລະ ທຳມະຊາດຢູ່ຮ່ວມກັນຢ່າງກົມກຽວ”.
ທ່ານ ຫຼີຈຸ່ນຮວາ ຮອງເລຂາທິການໃຫຍ່ອົງການສະຫະປະຊາຊາດກ່າວໃນກອງປະຊຸມເວທີປຶກສາຫາລືວ່າ: ຈີນໄດ້ຈັດເອົາການພັດທະນາແບບຍືນຍົງເປັນຍຸດທະສາດແຫ່ງຊາດ ແລະ ໄດ້ສະເໜີຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”, ຂໍ້ລິເລີ່ມວ່າດ້ວຍການພັດທະນາທົ່ວໂລກ ແລະ ອື່ນໆ, ທັງໝົດເຫຼົ່ານີ້ລ້ວນແຕ່ໄດ້ຊຸກຍູ້ໃຫ້ທົ່ວໂລກ ແລະ ພາກພື້ນມຸ່ງໜ້າໄປສູ່ເປົ້າໝາຍບັນລຸການພັດທະນາແບບຍືນຍົງ.
ທ່ານ ຊູກັດ ຣັດນາຢາເກ ອາຈານ ສັນຊາດສີລັງກາ ຂອງມະຫາວິທະຍາໄລຢຸນນານມີຄວາມຮູ້ສຶກຢ່າງເລິກເຊິ່ງຕໍ່ເລື່ອງນີ້. ທ່ານກ່າວວ່າ: ຈີນໄດ້ຕັ້ງໜ້າຊ່ວຍປະເທດພວມພັດທະນາຈັດຕັ້ງປະຕິບັດທັດສະນະຄະຕິປົກປ້ອງຊີວະນາໆພັນມາໂດຍຕະຫຼອດ, ໄດ້ເພີ່ມຄວາມຮັບຮູ້ຕໍ່ການປົກປ້ອງຊີວະນາໆພັນໃຫ້ແກ່ປະເທດລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ” ແລະ ລົງເລິກການຮ່ວມມືໃນດ້ານຊີວະນາໆພັນທົ່ວໂລກ.
ປີນີ້ແມ່ນປີສະເໜີການຮ່ວມກັນສ້າງຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ຄົບຮອບ 10 ປີ. 10 ປີຜ່ານມາ, ຈີນໄດ້ຕັ້ງໜ້າສ້າງການພົວພັນຮ່ວມມືທີ່ແໜ້ນແຟ້ນກວ່າເກົ່າກັບຝ່າຍຕ່າງໆ ເພື່ອເຮັດໃຫ້ສີຂຽວກາຍເປັນສີພື້ນຖານທີ່ສົດໃສທີ່ສຸດໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”.
ທ່ານ ວິນຕິນ ບັນນາທິການໃຫຍ່ວາລະສານດາວເໜືອຂອງມຽນມາກ່າວວ່າ: ຢູ່ລຽບຕາມສອງຟາກທາງໃນຫຼາຍຕົວເມືອງຂອງຈີນລ້ວນແຕ່ໄດ້ປູກຕົ້ນໄມ້ຕົ້ນຫຍ້າ, ການກໍ່ສ້າງທາງຫຼວງແລະ ທາງລົດໄຟລ້ວນແຕ່ບໍ່ໄດ້ທຳລາຍສິ່ງແວດລ້ອມ ນິເວດຊຶ່ງເຮັດໃຫ້ຕົນເຊື່ອໝັ້ນວ່າ, ຈີນມີຄວາມສາມາດຊຸກຍູ້ການສ້າງປະຊາຄົມຮ່ວມຊີວິດລະຫວ່າງຄົນກັບທຳມະຊາດ.
ທ່ານ ຫຼີຢົງຫົງ ຮອງຫົວໜ້າສູນແລກປ່ຽນ ແລະ ຮ່ວມມືສາກົນ ກະຊວງສິ່ງແວດລ້ອມນິເວດຈີນກ່າວວ່າ: ສູນຕົນໄດ້ດຳເນີນການແລກປ່ຽນ ແລະ ຮ່ວມມືສາກົນຢ່າງກວ້າງຂວາງໂດຍປິ່ນອ້ອມການພັດທະນາແບບຍືນຍົງ, ໂດຍສະເພາະໄດ້ຮັບຄວາມຄືບໜ້າໃໝ່ເລື້ອຍໆໃນຂົງເຂດການຮ່ວມມືຕ່າງໆລະຫວ່າງຈີນ-ອາຊຽນ, ການຮ່ວມມືພາຍໃຕ້ຂອບ ແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ແລະ ການຮ່ວມມື ຈີນ-ອາຟຣິກາ ເປັນຕົ້ນ.
ນັບແຕ່ຈັດກອງປະຊຸມເວທີປຶກສາຫາລືຄັ້ງປະຖົມມະລືກໃນປີ 2021 ເປັນຕົ້ນມາ, ກອງປະຊຸມເວທີປຶກສາຫາລືເອີໄຫໄດ້ກາຍເປັນກົນໄກການຮ່ວມມື ທີ່ຊຸກຍູ້ການສ້າງສາຄວາມສີວິໄລດ້ານນິເວດທົ່ວໂລກ ແລະ ຊຸກຍູ້ການພັດທະນາແບບຍືນຍົງຂອງທົ່ວໂລກ.
(ແຫຼ່ງຂ່າວ: ໜັງສືພິມລາຍວັນຢຸນນານ)