ຂ່າວສານຢຸນນານ·ຈີນ| ສໍາຜັດກັບແບບແຜນຊີວິດຢຸນນານດ້ວຍຫຼາຍຮູບແບບ

2023-06-13 10:06:57
ມາຈາກ:

ໃນ​ກິດ​ຈະ​ກຳ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ສາ​ກົນ​ພາຍໃຕ້ຫົວ​ຂໍ້ “ສາຍ​ນໍ້າສາຍໃຈດຽວ ​ກົມກຽວດັ່ງຄອບຄົວດຽວກັນ” ໃນ​ຍຸກ​ໃໝ່, ຜະ​ລິດ​ຕະ​ພັນ​ວາງ​ສະແດງ​ທີ່​ມີຫຼາກຫຼາຍ​ສີ​ສັນ​ຈາກ​ນະ​ຄອນ​ລິນ​ຊາງ, ນະ​ຄອນ​ປາວ​ຊານ, ກິ່ງ​ແຂວງ​ປົກ​ຄອງ​ຕົນ​ເອງ​ເຜົ່າ​​ລື້​ ແລະ ເຜົ່າຈິງ​ໂພ ເຕີ​ຫົງ ແລະ ກິ່ງ​ແຂວງ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຮາ​ນີ​ເຜົ່າ​ຢີ​ ຫົງ​ເຫີ ໄດ້​ດຶງ​ດູດ​ສາຍ​ຕາ​ຂອງ​ແຂກ​ຜູ້​ມີ​ກຽດ​ທີ່​ມາ​ຈາກ​ປະ​ເທດ​ແມ່​ນໍ້າລ້ານ​ຊ້າງ​-ແມ່​ນໍ້າຂອງ​ຕ່າງໆ.

ຢູ່​ເຂດວາງ​ສະ​ແດງ​ຂອງ​ນະ​ຄອນ​ເຕີ​ຫົງ, ຜະ​ລິດ​ຕະ​ພັນ​ປະ​ເພດ​ໝາກ​ຮາ​ວາຍ​ທີ່​ມີຫຼາກຫຼາຍ​ສີ​ສັນ ເຊັ່ນ: ນໍ້າ​ຕານ​ໝາກຮາ​ວາຍ, ນໍ້າມັນ​ໝາກ​ຮາ​ວາຍແກ່ນ​ໝາກ​ຮາວາຍ, ຂະ​ໜົມ​ໝາກ​ຮາ​ວາຍ ແລະ ໝາກ​ຮາ​ວາຍ​ເປັນ​ຕົ້ນ ໄດ້​ດຶງດູດ​ນັກ​ທ່ອງ​ທ່ຽວ​ເປັນ​ຈຳ​ນວນຫຼວງຫຼາຍ. ພະ​ນັກ​ງານ​ແນະ​ນຳ​ໃຫ້​ຮູ້​ວ່າ: “ຜະ​ລິດ​ຕະ​ພັນຫຼາກຫຼາຍ​ສີ​ສັນ​ໄດ້​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ລູກ​ຄ້າ​ຕ່າງກັນ.” ພະ​ນັກ​ງານ​ທັງ​ແນະ​ນຳ ທັງເຊີນ​ຊວນ​ລູກ​ຄ້າ​ຊິມ​ຜະ​ລິດ​ຕະ​ພັນ​ເຫຼົ່າ​ນີ້.

ຢູ່​ເຂດ​ວາງ​ສະ​ແດງ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ນາມ​ມະ​ທຳ​ ນະ​ຄອນ​ລິນ​ຊາງ, ທ່ານ ຈຽນ​ລຽງເລ​ຂາ​ແຫ່ງ​ລັດ ​ກະ​ຊວງ​ຖະ​ແຫຼງຂ່າວ​ກຳ​ປູ​ເຈຍຖາມ​ວ່າ: “ນີ້​ແມ່​ນຊາ​ຫຍັງ? ຂ້ອຍ​ຊິມ​ເບິ່ງ​ໄດ້​ບໍ່?”ພະ​ນັກ​ງານ​ຕອບ​ວ່າ: “ນີ້​ແມ່ນ​ຊາ​ເກິງ​ມາ ​ຂອງ​ນະ​ຄອນ​ລິນ​ຊາງ​ພວກ​ເຮົາ, ຫອມຫຼາຍ, ເຊີນ.” ຊາ​ເກິງ​ມາ ​ແມ່ນ​ໜຶ່ງ​ໃນ​ຊາ​ບູ​ຮານ​ ຂອງ​ນະ​ຄອນ​ລິນ​ຊາງ, ມີ​ຈຳ​ນວນ​ໜ້ອຍ​ທີ່​ສຸດ.

ເຂດ​ວາງ​ສະ​ແດງ​ນະ​ຄອນປາວ​ຊານ​ສ່ວນຫຼາຍ​ແມ່ນ​ເພັດ​ພອຍ, ແຂກ​ຜູ້​ມີ​ກຽດ​ຈາກ​ປະ​ເທດ​ຕ່າງໆ​ໄດ້​ສົນ​ໃຈ​ນຳ​ເຂດ​ວາງ​ສະ​ແດງ​ເຄື່ອງ​ເອ້​ຫີນ​ໂມ​ລາ​ແດງ​ທີ່​ຜະ​ລິດ​ຈາກ​ນະ​ຄອນ​ປາວ​ຊານ ແລະ ອຸ​ທານ​ວ່າ: “ເພັດ​ພອຍ​ເຄື່ອງ​ນີ້​ຈັ່ງ​ແມ່ນ​ງາມ​ແທ້!” ພະ​ນ​ັກງານ​ເຂດ​ວາງ​ສະ​ແດງ​ໄດ້​ແນະ​ນຳ​ວ່າ, ຫີນ​ໂມ​ລາ​ແດງ​ນິ້ມນວນ​ດີ ແລະ ນະ​ຄອນ​ປາວຊານ​ເປັນ 1 ໃນ 3 ເຂດ​ຜະ​ລິດ​ຫີນ​ໂມ​ລາ​ແດງທີ່​ມີ​ຊື່​ສຽງ​ຂອງ​ຈີນຢູ່​ເຂດ​ວາງ​ສະ​ແດງ​ມໍ​ລະດົກ​ວັ​ດ​ທະ​ນະ​ທຳ​ນາ​ມ​ມະ​ທຳ​ ນະ​ຄອນ​ຫົງ​ເຫີ, ແວ່ນ​, ປອກ​ແຂນ ແລະ ກະ​ຕ່າ​ນ້ອຍ ທີ່​ປະ​ດັບ​ດ້ວຍ​ລວດ​ລາຍເຜົ່າ​ຢີ ໄດ້​ກາຍ​ເປັນ​ຜະ​ລິດ​ຕະ​ພັນ​ທີ່​ໄດ້​ຮັບຄວາມ​ນິ​ຍົມ​ຊົມ​ຊອບ​ຈາກ​ແຂກ​ທັງຫຼາຍ. ຈົນ​ມີ​ແຂກ​ຖາມ​ວ່າ: “ລວດ​ລາຍ​ຕາມ​ລິບ​ສະ​ຕິກ ແລະແວ່ນ​ເຫຼົ່າ​ນີ້​ງາມ​ອີ່ຫຼີ! ນີ້​ໄດ້​ໃຊ້​ສີ​ມື​ພິ​ເສດ​ແນວ​ໃດ​ແດ່?” ນອກ​ຈາກ​ນີ້​ແລ້ວ, ເຂດ​ວາງ​ສະ​ແດງ​ນະ​ຄອນ​ຫົງ​ເຫີ​ຍັງ​ໄດ້​ວາງ​ສະ​ແດງ​ຜະ​ລິດ​ຕະ​ພັນສ້າງ​ສັນດ້ານ​ມໍລະດົກວັດ​ທະ​ນະ​ທຳ​ນາມ​ມະ​ທຳ​ຕ່າງໆ ເຊັ່ນ: ເຄື່ອງ​ເງິນ, ເຄື່ອງ​ຊື່ນ, ເຄື່ອງ​ປັ້ນ​ດິນ​ເຜົາ ແລະອື່ນໆ.

(ແຫຼ່ງຂ່າວ: ໜັງສືພິມລາຍວັນຢຸນນານ)

ຂ່າວສານຢຸນນານ·ຈີນ| ສໍາຜັດກັບແບບແຜນຊີວິດຢຸນນານດ້ວຍຫຼາຍຮູບແບບ