ຖ້າອາເມຣິກາຢາກສົນທະນາກັບຈີນ ກໍບໍ່ຄວນປາກຢ່າງໃຈຢ່າງ

2023-06-15 17:55:18
ມາຈາກ:CRI

ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ ແລະ ຜູ້ຮູ້ເລື່ອງພາຍໃນຫຼາຍທ່ານຂອງອາເມຣິກາເປີດເຜີຍຕໍ່ສື່ມວນຊົນວ່າ: ທ່ານອັນໂຕນີ ບລິນເກນ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາຈະຢ້ຽມຢາມປັກກິ່ງໃນໄວໆນີ້, ສອງປະເທດອາເມຣິກາ ແລະ ຈີນ ກຳລັງກ້າວໄປສູ່ການຟື້ນຟູການສົນທະນາລະຫວ່າງການນຳຂັ້ນສູງ. ວັນທີ 14 ມິຖຸນານີ້, ທ່ານວ່າງເຫວີນປີ່ນ ໂຄສົກກະຊວງການຕ່າງປະເທດຈີນຢືນຢັນວ່າ: ຜ່ານການເປິກສາ ແລະ ຕົກລົງກັນລະຫວ່າງຈີນ ແລະ ອາເມຣິກາ, ທ່ານອັນໂຕນີ ບລິນເກນ ຈະເດີນທາງຢ້ຽມຢາມຈີນລະຫວ່າງວັນທີ 18 ຫາ 19 ມິຖຸນານີ້. ໃນຫຼາຍເດືອນຜ່ານມາ, ທ່ານອັນໂຕນີ ບລິນເກນ ໄດ້ສະເໜີຄຳຮ້ອງຂໍຢ້ຽມຢາມຈີນ 5 ເທື່ອແລ້ວ ແລະ ເທື່ອນີ້ໃນທີ່ສຸດກໍໄດ້ຮັບຄຳຕອບຈາກຈີນຢ່າງຈະແຈ້ງ.

ສາເຫດທີ່ຈີນເມີນເສີຍຕໍ່ການຮ້ອງຂໍຢ້ຽມຢາມຈີນຂອງອາເມຣິກາ ໂດຍສະເພາະແມ່ນບໍ່ເອົາຫົວຊານຳເລື່ອງທີ່ທ່ານອັນໂຕນີ ບລິນເກນຮ້ອງຂໍຢ້ຽມຢາມຈີນ ແມ່ນຍ້ອນອາເມຣິກາໄດ້ເວົ້າແບບໜຶ່ງແຕ່ເຮັດອີກແບບໜຶ່ງໃນດ້ານນະໂຍບາຍຕໍ່ຈີນ. ອາເມຣິກາໄດ້ສະແດງໃຫ້ໂລກເຫັນທ່າທີຂອງຕົນທີ່ວ່າ “ຍິນດີສົນທະນາກັບຈີນ” ແຕ່ພາຍຫຼັງມາພັດໄດ້ກົດດັນ ແລະ ລົງໂທດຈີນດ້ວຍກຳລັງແຮງໃຫຍ່ທີ່ສຸດ ພ້ອມທັງໃສ່ຮ້າຍປ້າຍສີຈີນໃນບັນຫາຕ່າງໆ.

ໃນໄລຍະທີ່ການປະທະກັບລະຫວ່າງຣັດເຊຍ-ອູແກຣນຫາກໍເກີດຂຶ້ນ, ອາເມຣິກາໄດ້ເສກສັນປັ້ນແຕ່ງຂ່າວລືທີ່ວ່າ ຈີນສະໜອງອາວຸດໃຫ້ແກ່ຣັດເຊຍ, ຫຼັງຈາກນັ້ນໄດ້ປະກາດອີກວ່າ: ອັນທີ່ວ່າຈີນຊ່ວຍເຫຼືອຣັດເຊຍໃນດ້ານອາວຸດນັ້ນ ແມ່ນຂາດຫຼັກຖານອ້າງອີງ;ເລື່ອງທີ່ນາງແນນຊີ ເປໂລຊີ ອະດີປະທານສະພາຕ່ຳອາເມຣິກາໄປຢ້ຽມຢາມໄຕ້ຫວັນ ໄດ້ເຮັດໃຫ້ການພົວພັນສອງປະເທດຕົກລົງຮອດລະດັບຕ່ຳສຸດ. ນອກນີ້, ອາເມຣິກາຍັງໄດ້ລົງໂທດຢ່າງປ່ວງບ້າຕໍ່ອຸດສາຫະກຳ ເຄິ່ງຕົວນຳຂອງຈີນ, ຍິງບາລູນສຳຫຼວດອຸຕຸນິຍົມໃຊ້ທາງພົນລະເຮືອນຂອງຈີນໃຫ້ຕົກ. ເມື່ອບໍ່ດົນມານີ້, ອາເມຣິກາຍັງໄດ້ “ປຸກປັ່ນຂົນຂວາຍຢ່າງຫັນມັງ” ເພື່ອໃຫ້ອົງການອະນາໄມໂລກເຊື້ອເຊີນໄຕ້ຫວັນເຂົ້າຮ່ວມກອງປະຊຸມອົງການອະນາໄມໂລກໃນປີນີ້ໃນຖານະເປັນນັກສັງເກດການ. ນອກນີ້, ເຈົ້າໜ້າທີ່ອາເມຣິກາຍັງໄດ້ໃສ່ຮ້າຍປ້າຍສີຈີນໃນກໍລະນີຄວາມຂັດແຍ້ງລະຫວ່າງກຳປັ່ນຮົບສອງປະເທດຢູ່ຊ່ອງແຄບໄຕ້ຫວັນ. ເລື່ອງເຫຼົ່ານີ້ພິສູດແລ້ວພິສູດອີກວ່າ: ເຖິງວ່າອາເມຣິກາຢາກຟື້ນຟູການສົນທະນາກັບຈີນຢ່າງຮີບຮ້ອນ, ແຕ່ທາດແທ້ແລ້ວອາເມຣິກາບໍ່ໄດ້ຖືປະເທດຈີນໄວ້ຢູ່ໃນຖານະການຕ່າງປະເທດທີ່ສະເໝີພາບ ແລະ ຂາດການເຄົາລົບດ້ານການຕ່າງປະເທດໂດຍພື້ນຖານຕໍ່ຈີນ.

ສະນັ້ນ, ຖ້າອາເມຣິກາຢາກສົນທະນາກັບຈີນ ກໍບໍ່ຄວນເວົ້າແບບໜຶ່ງແຕ່ເຮັດອີກແບບໜຶ່ງ. ມີແຕ່ຜ່ານການສົນທະນາ ແລະ ການຮ່ວມມືຢ່າງຈິງໃຈ ຈຶ່ງຈະສາມາດແກ້ໄຂຂໍ້ຂັດແຍ້ງ ແລະ ບັນຫາລະຫວ່າງຈີນກັບອາເມຣິກາໄດ້.

ຖ້າອາເມຣິກາຢາກສົນທະນາກັບຈີນ ກໍບໍ່ຄວນປາກຢ່າງໃຈຢ່າງ