ອາເມຣິກາຍົກເພດານໜີ້ສິນຂຶ້ນເລື້ອຍໆແບບນີ້ຍັງເຮັດໄດ້ດົນປານໃດ

2023-06-15 17:56:39
ມາຈາກ:CRI

ຫວ່າງມໍ່ໆມານີ້, ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາໄດ້ລົງນາມໃນລັດຖະບັນຍັດຄວາມຮັບຜິດຊອບດ້ານການເງິນ 2023 ເຊິ່ງເປັນການຍຸດຕິວິກິດການດ້ານການຜິດນັດຊຳລະໜີ້ສິນຂອງອາເມຣິກາເປັນການຊົ່ວຄາວ. ນີ້ແມ່ນລັດຖະສະພາອາເມຣິກາປັບເພດານໜີ້ສິນຂຶ້ນເປັນຄັ້ງທີ 103 ພາຍຫຼັງສົງຄາມໂລກຄັ້ງທີ 2 ສິ້ນສຸດລົງ. ແຕ່ວ່າ, ບັນຫາການລະເມີດສັນຍາການຊຳລະໜີ້ສິນຂອງອາເມຣິກາຍັງບໍ່ທັນໄດ້ຮັບການແກ້ໄຂໂດຍພື້ນຖານເທື່ອ.

ຈຸດປະສົງເບື້ອງຕົ້ນທີ່ລັດຖະບານອາເມຣິກາຕັ້ງເພດານໜີ້ສິນແມ່ນເພື່ອຮັບມືກັບລາຍຈ່າຍງົບປະມານການທະຫານໃນສົງຄາມໂລກຄັ້ງທີ 1. ເພື່ອຄວບຄຸມຂະໜາດໜີ້ສິນ ແລະ ຮັກສາສິນເຊື່ອຂອງຕົນ, ລັດຖະສະພາອາເມຣິກາໄດ້ຜ່ານການຮັບຮອງລັດຖະບັນຍັດພັນທະບັດເສລີຄັ້ງທີ 2 ໃນປີ 1917 ໂດຍໄດ້ກຳນົດມູນຄ່າພັນທະບັດສູງສຸດຂອງລັດຖະບານ ນີ້ກໍຄືເພດານໜີ້ສິນ. ເພດານໜີ້ສິນໃນເວລາດັ່ງກ່າວແມ່ນ 11,9 ຕື້ໂດລາ ເຊິ່ງເທົ່າກັບ 11% ລວມຍອດຜະລິດຕະພັນພາຍໃນ ຫຼື GDP ຂອງອາເມຣິກາໃນເວລານັ້ນ.

ຄຽງຄູ່ກັບຄວາມຕ້ອງການພາຍໃນ ແລະ ຄວາມຕ້ອງການກໍ່ສົງຄາມກັບພາຍນອກຂອງອາເມຣິກາເພີ່ມຂຶ້ນ, ພັນທະບັດແຫ່ງຊາດອາເມຣິກາໄດ້ເພີ່ມຂຶ້ນດ້ວຍຄວາມໄວທີ່ໜ້າຕົກໃຈ. ມາຮອດເດືອນຕຸລາປີ 2021, ໜີ້ສິນລວມທັງໝົດຂອງລັດຖະບານອາເມຣິກາໄດ້ບັນລຸ 31.000 ຕື້ໂດລາ ເຊິ່ງເທົ່າກັບ 143% ຂອງ GDP ແລະ ໄດ້ສ້າງສະຖິຕິສູງສຸດໃນປະຫວັດສາດ.

ຕາມຂ່າວແຈ້ງວ່າ: ໃນປີ 2022, ດອກເບ້ຍໜີ້ສິນແຫ່ງຊາດທີ່ອາເມຣິກາຕ້ອງຈ່າຍມີເກືອບ 500 ຕື້ໂດລາ. ປັດຈຸບັນ, ຄວາມໄວການເຕີບໂຕຂອງໜີ້ສິນອາເມຣິກາໄດ້ລື່ນກາຍຄວາມໄວການເຕີບໂຕຂອງເສດຖະກິດຢ່າງຫຼວງຫຼາຍ. ລະດັບໜິ້ສິນດັ່ງກ່າວ ໄດ້ສູງກວ່າເສັ້ນລະວັງໄພທີ່ເຫັນດີໂດຍອົງການຈັດຕັ້ງສາກົນ ແລະ ຜູ້ຊ່ຽວຊານຢ່າງຫຼາຍແລ້ວ.

ພື້ນຖານທີ່ເຮັດໃຫ້ເສດຖະກິດອາເມຣິກາມີຄວາມຈະເລີນຮຸ່ງເຮືອງ ແມ່ນໜີ້ສິນອາເມຣິກາທີ່ນັບມື້ນັບເພີ່ມຂຶ້ນ. ສ່ວນສາເຫດຕົ້ນຕໍທີ່ອາເມຣິກາສາມາດອອກພັນທະບັດໃນຂອບເຂດທົ່ວໂລກ ແມ່ນຍ້ອນການຄ້ຳປະກັນຈາກຄວາມສາມາດຕົວຈິງຂອງອາເມຣິກາ ແລະ ສິນເຊື່ອດ້ານການເງິນທີ່ດີຂອງອາເມຣິກາ.

ແຕ່ໃນຫຼາຍປີມານີ້, ຍ້ອນອາເມຣິກາພິມເງິນອອກມາເປັນຈຳນວນອັນມະຫາສານ ແລະ ເຮັດໃຫ້ຄ່າເງິນໂດລາຕົກຕ່ຳ ເຊິ່ງເປັນການຂູດເອົາຊັບພະຍາກອນປະເທດອື່ນດ້ວຍເງິນໂດລາທີ່ລາຄາຕົກຕ່ຳແລ້ວ, ເຮັດໃຫ້ປະເທດອື່ນປະສົບຜົນເສຍຫາຍຢ່າງໜັກໜ່ວງ. ນອກນີ້, ພາຍຫຼັງເກີດການປະທະກັນລະຫວ່າງຣັດເຊຍ-ອູແກຣນແລ້ວ, ອາເມຣິກາໄດ້ອາຍັດຊັບສິນຂອງຣັດເຊຍໂດຍອາໄສສິດເຈົ້າອຳນາດດ້ານເງິນຕາຂອງຕົນ ພາຍໃຕ້ສະພາບການທີ່ບໍ່ມີຫຼັກອ້າງອີງດ້ານກົດໝາຍ ພ້ອມທັງໄດ້ຍຶດຊັບສິນຂອງອັຟການິສະຖານໂດຍບໍ່ສົ່ງຄືນ, ເຮັດໃຫ້ເງິນໂດລາກາຍເປັນອາວຸດ. ເລື່ອງເຫຼົ່ານີ້ໄດ້ເຮັດໃຫ້ສິນເຊື່ອອາເມຣິກາເສື່ອມເສຍຢ່າງຫຼວງຫຼາຍ.

ຄຽງຄູ່ກັບອາເມຣິກາອອກພັນທະບັດແບບບໍ່ມີຄວາມຈຳກັດ, ພັນທະບັດແຫ່ງຊາດອາເມຣິກາທີ່ອອກມາໃໝ່ຈະເຂົ້າສູ່ວົງຈອນໜີ້ສິນເພື່ອໄຊ້ແທນໜີ້ສິນເກົ່າ. ເມື່ອພັນທະບັດແຫ່ງຊາດທີ່ອອກມາໃໝ່ຂອງອາເມຣິກາບໍ່ພໍທີ່ຈະໄຊ້ແທນພັນທະບັດແຫ່ງຊາດເກົ່າ, ວິກິດການດ້ານໜີ້ສິນກໍຈະເກີດຂຶ້ນແລ້ວ. ພາຍໃຕ້ສະພາບການທີ່ສິນເຊື່ອດ້ານການເງິນຂອງອາເມຣິກາຖືກສົງໄສນັບມື້ນັບຫຼາຍຂຶ້ນ ແລະ ປະເທດຕ່າງໆທຸ່ມເທຂາຍພັນທະບັດອາເມຣິກາ, ວັນເວລາທີ່ອາເມຣິກາຍົກເພດານໜີ້ສິນຂຶ້ນເລື້ອຍໆນີ້ຈະຮອດມຶ້ຈົບສິ້ນຢ່າງແນ່ນອນ.

ອາເມຣິກາຍົກເພດານໜີ້ສິນຂຶ້ນເລື້ອຍໆແບບນີ້ຍັງເຮັດໄດ້ດົນປານໃດ