ຂ່າວສານຢຸນນານ·ຈີນ| RCEP ມີຜົນບັງຄັບໃຊ້ຮອບດ້ານ ເພີ່ມພະລັງຂັບເຄື່ອນອັນແຂງແຮງ ໃຫ້ແກ່ຂະບວນການເຊື່ອມໂຍງເຂົ້າກັນຂອງເສດຖະກິດພາກພື້ນ

2023-06-16 17:32:49
ມາຈາກ:

ວັນທີ 2 ມິຖຸນາ​ຜ່ານມາ, ສັນຍາ​ວ່າ​ດ້ວຍ​ການ​ພົວ​ພັນ​ຄູ່​ຮ່ວມ​ເສດ​ຖະ​ກິດ​ຮອບ​ດ້ານ​ຂອງ​ພາກ​ພື້ນ ຫຼື RCEP ມີຜົນບັງຄັບໃຊ້ຕໍ່ຟິລິບປິນຢ່າງເປັນທາງການ ຊຶ່ງ ໝາຍ​ຄວາມວ່າ RCEP ໄດ້ມີຜົນບັງຄັບໃຊ້ຢ່າງຮອບດ້ານຕໍ່ 15 ປະເທດ​ພາ​ຄີ, ແລະ ຍັງໝາຍ​ຄວາມວ່າ ເຂດການຄ້າເສລີທີ່ມີປະຊາກອນຫຼາຍທີ່ສຸດ, ມີ​ຂະ​ໜາດ​ເສດ​ຖະກິດ​ການ​ຄ້າໃຫຍ່ທີ່ສຸດ ແລະ ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ດ້ານ​ການ​ພັດ​ທະ​ນາທີ່ສຸດໃນໂລກ ໄດ້ກ້າວເຂົ້າສູ່ໄລຍະການປະຕິບັດຢ່າງຮອບດ້ານ, ​ທັງ​ ໝົດ​ເຫຼົ່າ​ນີ້ຈະນໍາເອົາພະລັງຂັບ​ເຄື່ອນ​ຢ່າງ​ແຂງ​ແຮງໃຫ້ແກ່​ຂະ​ບວນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ​ດ້ານ​ເສດ​ຖະ​ກິດ​ຂອງ​ພາກ​ພື້ນ.

ວັນທີ 15 ພະຈິກ 2020, 10 ປະເທດອາຊຽນ, ອົສຕຣາລີ, ຈີນ, ຍີ່ປຸ່ນ, ສ.ເກົາຫຼີ ​ແລະນູແວນເຊລັງ ໄດ້ຮ່ວມກັນລົງນາມໃນ RCEP, ພ້ອມທັງຊຸກຍູ້ສັນຍາດັ່ງກ່າວໃຫ້ມີຜົນບັງຄັບໃຊ້​ຢ່າງ​ເປັນ​ທາງ​ການໃນວັນທີ1 ມັງກອນ 2022. ປະຊາກອນ, ຍອດມູນຄ່າ GDP ແລະ ມູນຄ່າການຄ້າ​ສິນ​ຄ້າ​ປະ​ເພດ​ຈັບ​ຕ້ອງ​ໄດ້ໃນບັນ​ດາ​ປະ​ເທດ​ສະ​ມາ​ຊິກ RCEP ​ໄດ້ກວມເອົາເຖິງ 30% ຂອງໂລກ.

ທ່ານ ອາວເຟຼໂດ ປາສຄູອາວ ລັດຖະມົນຕີກະຊວງການຄ້າ ແລະ ອຸດສາກະກໍາຟິລິບປິນ ກ່າວວ່າ, RCEP ຈະນໍາເອົາຜົນປະໂຫຍດຫຼາຍກວ່າເກົ່າໃຫ້ແກ່ວິສາຫະກິດຂະໜາດກາງ ແລະ ຂະໜາດນ້ອຍຂອງຟິລິບປິນ, ພ້ອມທັງເຮັດໃຫ້ວິສາຫະກິດດັ່ງກ່າວມີໂອກາດເຂົ້າຮ່ວມ​ການ​ແບ່ງ​ງານໃນຕ່ອງ​ໂສ້​ຄຸນຄ່າທົ່ວໂລກ. ລັດຖະບານຟິລິບປິນຈະເນັ້ນໃສ່ການ​ເຜີຍ​ແຜ່ກະຕິກາ ແລະ ທ່າແຮງຂອງ RCEP ໄປຍັງວົງການທຸລະກິດ​ໃຫ້​ທົ່ວ​ເຖິງ, ເພື່ອຊ່ວຍວິສາຫະກິດຂະໜາດກາງ ແລະ ຂະໜາດນ້ອຍ ໝູນໃຊ້ເວທີການຄ້າເສລີທີ່ເປີດປະຕູສູ່ພາຍນອກ ແລະ ໂອບເອື້ອອາລີດັ່ງກ່າວ​ໃຫ້​ໄດ້​ດີກວ່າ​ເກົ່າ.

ທ່ານ ແອນໂທນີ ອາສເດັນກົງສຸນໃຫຍ່ ອົສຕຣາລີ ປະຈໍານະຄອນກວາງໂຈ່ວ ​ສ​ປ ຈີນ ກ່າວວ່າ, RCEP ມີຜົນດີຕໍ່ການຊຸກ​ຍູ້​ຂະ​ບວນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ​ດ້ານ​ເສດ​ຖະ​ກິດ, ຈະສ້າງໂອກາດການຄ້າທີ່ດີກວ່າເກົ່າໃຫ້ແກ່ວິສາຫະກິດຂອງອົສຕຣາລີ, ຈີນ ແລະ ປະ​ເທດສະມາຊິກ RCEP ອື່ນໆ, ພ້ອມທັງຈະຊຸກຍູ້ການເຕີບໂຕດ້ານເສດຖະກິດຂອງອາຊີ.

ທ່ານ ເອັດດີ ພຼິໂອ ແພມດີ ຮອງລັດຖະມົນຕີ ກະຊວງວາງ​ແຜນເສດຖະກິດອິນໂດເນເຊຍ ກ່າວວ່າ, ໃນຖານະທີ່ເປັນກຸ່ມເສດຖະກິດ​ໃຫຍ່ອັນດັບສອງຂອງໂລກທີ່ມີປະຊາກອນ 1,4 ຕື້ຄົນ​, ຈີນໄດ້ສະໜອງໂອກາດການບໍລິໂພກອັນມະຫາສານໃຫ້ແກ່​ປະ​ເທດສະມາຊິກ RCEP, ຈີນຈະ​ເສີມ​ຂະ​ຫຍາຍບົດບາດອັນສໍາຄັນຕໍ່ຂອບ RCEP.

ຕາມຂໍ້ມູນຂອງກະຊວງການຄ້າ​ຈີນໃຫ້ຮູ້ວ່າ, ​ນັບ​ແຕ່ເດືອນມັງກອນຫາເດືອນເມສາ​ປີ 2023, ຍອດມູນຄ່າການ​ຄ້າ​ຂາ​ເຂົ້າ-ຂາ​ອອກ ລະຫວ່າງຈີນກັບ ​ປະ​ເທດສະມາຊິກ ອື່ນໆຂອງ RCEP ມີເຖິງ 4.120 ຕື້ຢວນຈີນ, ເພີ່ມຂຶ້ນ 7,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ກວມເອົາ 30,9% ຂອງຍອດມູນຄ່າການ​ຄ້າ​ຂາ​ເຂົ້າ-ຂາ​ອອກຂອງຈີນ.

(ລວມ​ຂ່າວຈາກສໍານັກຂ່າວຊິນຮວາ) ບັນນາທິການ: ວິມົນ

ຂ່າວສານຢຸນນານ·ຈີນ| RCEP ມີຜົນບັງຄັບໃຊ້ຮອບດ້ານ ເພີ່ມພະລັງຂັບເຄື່ອນອັນແຂງແຮງ ໃຫ້ແກ່ຂະບວນການເຊື່ອມໂຍງເຂົ້າກັນຂອງເສດຖະກິດພາກພື້ນ