ຂ່າວສານຢຸນນານ·ຈີນ| "ການພັດທະນາຢ່າງມີຄຸນນະພາບສູງຂອງຈີນສະໜອງໂອກາດ ທີ່ຫາຍາກໃຫ້ແກ່ພວກເຮົາ"

2023-06-25 17:46:59
ມາຈາກ:

ເມື່ອບໍ່ດົນມານີ້, ທ່ານ ອີ​ຣອນ ມັສ ​ຜູ້ບໍ​ລິ​ຫານ​ທຸ​ລະ​ກິດ​ສູງ​ສຸດຂອງບໍລິສັດ ເ​ທສລາຂອງ​ອາ​ເມ​ຣິ​ກາ​ໄດ້ມາຢ້ຽມຢາມປະເທດຈີນ ໄດ້ກ່າວວ່າ: ຂ້າພະເຈົ້າຢາກບອກໃຫ້ທົ່ວໂລກ​ຮູ້ວ່າ, ໂຮງງານເ​ທສລາ ສາຂາຊຽງໄຮ້ ບໍ່ພຽງແຕ່ເປັນໂຮງງານທີ່ມີປະສິດທິພາບສູງທີ່ສຸດໃນໂລກ​ເທົ່າ​ນັ້ນ, ​ຫາກ​ຍັງໄດ້ຜະລິດລົດທີ່ມີຄຸນນະພາບດີທີ່ສຸດໃນໂລກ...​ ຂ້າພະເຈົ້າເຫັນວ່າອະນາຄົດມີ​ຄວາມ​ປອດ​ໂປ່ງ​ສົດ​ໃສ ແລະ ເປັນທີ່ໜ້າຄອງຄອຍຫຼາຍ. ນອກຈາກ ທ່ານ ​ອ​ີຣອນ ມັສ ແລ້ວ, ຍັງມີຜູ້ບໍລິຫານ​ລະ​ດັບສູງຫຼາຍທ່ານ ໄດ້ເດີນທາງມາ​ຢ້ຽມ​ຢາມປະເທດຈີນ.

ໃນຫວ່າງມໍ່ໆມານີ້, ກອງປະຊຸມສຸດຍອດຈີນທົ່ວໂລກຂອງ ​ບໍ​ລິ​ສັດເຈ.ພີ.ມໍແກນ ຄັ້ງທີ 19 ໄດ້ຈັດຂຶ້ນຢູ່ ນະຄອນຊຽງໄຮ້ ສ​ປ ຈີນ, ມີ​ຜູ້​ບໍ​ລິ​ຫານ​ທຸ​ລະ​ກິດສູງ​ສຸດ​ຂອງ​ບໍ​ລິ​ສັດສະຕາຣບັກ ແລະ ຫຼາຍວິສາຫະກິດຂອງອາເມຣິກາໄດ້​ເຂົ້າ​ຮ່ວມກອງປະຊຸມດັ່ງກ່າວ. ກ່ອນ​ໜ້າ​ນີ້ບໍ່ດົນ, ທ່ານທິມ ຄູກ ​ຜູ້​ບໍ​ລິ​ຫານ​ທຸ​ລະ​ກິດສູງ​ສຸດຂອງບໍລິສັດ Apple, ທ່ານນາງ ມາຣີ ໂບຣາ ຜູ້​ບໍ​ລິ​ຫານ​ທຸ​ລະ​ກິດ​ສູງ​ສຸດຂອງບໍລິສັດ GE ຂອງ​ອາ​ເມ​ຣິ​ກາ ໄດ້ມາຢ້ຽມຢາມປະເທດຈີນຕາມໆ​ກັນ.

ອີກດ້ານໜຶ່ງ, ມີວິສາຫະກິດຕ່າງປະເທດຫຼາຍແຫ່ງໄດ້ສືບຕໍ່ເພີ່ມການລົງທຶນຢູ່ປະເທດຈີນ. ທ້າຍເດືອນມີນາ​ປີ​ນີ້, ໃນກອງ​ປະ​ຊຸມປະຈໍາປີ 2023 ຂອງເວທີປຶກສາຫາລື​ລະ​ດັບ​ສູງກ່ຽວ​ກັບການພັດທະນາ​ຂອງຈີນທີ່ຈັດຂຶ້ນ​ຢູ່ນະຄອນຫຼວງປັກກິ່ງ, ​ການລົງທຶນ​ຢູ່ປະເທດຈີນ ໄດ້ກາຍເປັນແຜນການໃໝ່ຂອງວິສາຫະກິດ​ໃຫຍ່ 500 ແຫ່ງຂອງ​ໂລກ ແລະ ວິສາຫະກິດຂ້າມ​ຊາດຕ່າງໆ.

ທ່ານ ໂອລາ ຄາເລນຽສ ປະທານກຸ່ມບໍລິສັດ ເມີຊີເດສ ເບນສ໌ ເອຈີ ຄອນລິນສັນ ກ່າວວ່າ: ພວກເຮົາຈະສືບຕໍ່ລົງທຶນຢູ່ປະເທດຈີນ​ແບບ​ຄົບ​ວົງ​ຈອນ, ການພັດທະນາຢ່າງມີຄຸນນະພາບສູງ ແລະ ການເປີດປະຕູສູ່ພາຍນອກຂອງຈີນ ໄດ້ສະໜອງໂອກາດທີ່ຫາຍາກໃຫ້ແກ່ພວກເຮົາ. ໃນຂະນະທີ່ເພີ່ມທະວີການລົງທຶນຢູ່ປະເທດຈີນ, ວິສາຫະກິດທຶນຕ່າງປະເທດກໍໄດ້ປັບປຸງ​ໂຄງ​ປະ​ກອບ​ດ້ານ​ອຸດ​ສາ​ຫະ​ກຳ​ຂອງ​ຕົນຢູ່ຈີນໃຫ້​ສົມ​ບູນ​ຂຶ້ນຕື່ມອີກ.

ຕາມ “ບົດວິເຄາະສະພາບແວດລ້ອມ​ດ້ານການດໍາເນີນທຸລະກິດ​ຂອ​ງ​ທຶນ​ຕ່າງ​ປະ​ເທດຢູ່ຈີນ​ປະ​ຈຳໄຕມາດທີໜຶ່ງ ປີ 2023” ຂອງສະມາຄົມສົ່ງເສີມການຄ້າຈີນໃຫ້ຮູ້ວ່າ, ໃນໄຕມາດທີໜຶ່ງປີນີ້, ວິສາຫະກິດທຶນຕ່າງປະເທດທີ່​ຕອບ​ການສໍາພາດ 80% ແມ່ນມີ ຄວາມເພິ່ງພໍໃຈຕໍ່ການບໍລິການດ້ານການເສຍ​ສ່ວຍ​ສາອາກອນ, ການຄ້າຂ້າມ​ຊາຍແດນ ແລະ ການແກ້ໄຂ້​ຂໍ້ຂັດແຍງດ້ານທຸລະກິດຂອງຈີນ. ວິສາຫະກິດທຶນຕ່າງປະເທດ​ 97% ​ມີ​ຄວາມເພິ່ງພໍໃຈ ນໍານະໂຍບາຍຕໍ່ວິສາຫະກິດທຶນຕ່າງປະເທດທີ່ລັດຖະບານຈີນວາງອອກ ນັບ​ແຕ່ໄຕມາດທີ 4 ຂອງປີກາຍເປັນ​ຕົ້ນ​ມາ.

(ລວມຂ່າວຈາກໜັງສືພິມຊາວໜຸ່ມຈີນ ແລະ ສື່ມວນຊົນຕ່າງໆ)

ຂ່າວສານຢຸນນານ·ຈີນ| "ການພັດທະນາຢ່າງມີຄຸນນະພາບສູງຂອງຈີນສະໜອງໂອກາດ ທີ່ຫາຍາກໃຫ້ແກ່ພວກເຮົາ"