“ກົດໝາຍວ່າດ້ວຍການພົວພັນກັບຕ່າງປະເທດ” ຂອງຈີນໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປົກປັກຮັກສາລະບຽບການສາກົນ ແລະ ຊຸກຍູ້ການພັດທະນາຂອງໂລກ

2023-07-04 16:31:31
ມາຈາກ:CRI

“ກົດໝາຍວ່າດ້ວຍການພົວພັນກັບຕ່າງປະເທດຂອງສາທາລະນະລັດປະຊາຊົນຈີນ” ເລີ່ມມີຜົນບັງຄັບໃຊ້ຢ່າງເປັນທາງການແຕ່ວັນທີ 1 ກໍລະກົດ 2023 ເປັນຕົ້ນໄປ. ນີ້ແມ່ນກົດໝາຍວ່າດ້ວຍການພົວພັນກັບຕ່າງປະເທດສະບັບທຳອິດຂອງຈີນທີ່ມີລັກສະນະພື້ນຖານ, ລັກສະນະໂຄງການ ແລະ ລັກສະນະສັງລວມ, ແມ່ນຜົນສຳເລັດທີ່ສຳຄັນຂອງຈີນໃນດ້ານການປັບປຸງລະບົບກົດໝາຍກ່ຽວກັບການພົວພັນກັບຕ່າງປະເທດໃຫ້ສົມບູນ, ແລະ ຍົກສູງລະດັບວຽກງານກັບຕ່າງປະເທດຫັນເປັນການຄຸ້ມຄອງຕາມກົດໝາຍ, ພ້ອມທັງເປັນຂີດໝາຍສຳຄັນໃນປະຫວັດສາດຂອງປະເທດຈີນໃນດ້ານການສ້າງກົດໝາຍກ່ຽວກັບການພົວພັນກັບຕ່າງປະເທດ.

ກົດໝາຍສະບັບນີ້ແມ່ນກົດໝາຍສະບັບໃໝ່ທີ່ຮອບດ້ານ, ແມ່ນກົດໝາຍສະບັບທຳອິດທີ່ມີລັກສະນະພື້ນຖານທີ່ເນັ້ນເຖິງທິດທາງນະໂຍບາຍ, ຫຼັກໝັ້ນຕາມຫຼັກການ ແລະ ລະບົບລະບຽບການພົວພັນກັບຕ່າງປະເທດຂອງຈີນ, ທັງໄດ້ວາງບົດບັນຍັດທົ່ວໄປກ່ຽວກັບການພົວພັນກັບຕ່າງປະເທດຂອງຈີນ.

ບາງຄົນຂອງປະເທດຕາເວັນຕົກເຫັນວ່າການປະຕິບັດ “ກົດໝາຍວ່າດ້ວຍການພົວພັນກັບຕ່າງປະເທດ” ຈະເຮັດໃຫ້ການພົວພັນກັບຕ່າງປະເທດຂອງຈີນເຄັ່ງຕຶງຂຶ້ນຫຼາຍກວ່າເກົ່າ. ແຕ່ຄວາມຈິງພັດກົງກັນຂ້າມກັບຄວາມເຫັນດັ່ງກ່າວ, ກົດໝາຍສະບັບນີ້ເນັ້ນໜັກວ່າປະເທດຈີນຍຶດໝັ້ນນະໂຍບາຍການຕ່າງປະເທດໂດຍສັນຕິພາບ ແລະ ເປັນເຈົ້າຕົນເອງ, ຍຶດໝັ້ນຫຼັກ 5 ປະການໃນການຢູ່ຮ່ວມກັນໂດຍສັນຕິຄື: ຍຶດໝັ້ນເດີນຕາມເສັ້ນທາງພັດທະນາໂດຍສັນຕິ, ຍຶດໝັ້ນນະໂຍບາຍເປີດປະຕູສູ່ພາຍນອກ, ຍຶດໝັ້ນຍຸດທະສາດເປີດປະຕູ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ.

ໃນຫຼາຍປີມານີ້, ອາເມຣິກາໄດ້ສ້າງກົດໝາຍພາຍໃນປະເທດຕ່າງໆເຊັ່ນ: “ກົດໝາຍວ່າດ້ວຍການຕໍ່ຕ້ານສໍ້ລາດບັງຫຼວງຢູ່ຕ່າງປະເທດ”, “ກົດໝາຍວ່າດ້ວຍການຄ້າກັບປະເທດເປັນປໍລະປັກກັນ” ແລະກົດໝາຍສະບັບອື່ນໆໂດຍລົງໂທດປະເທດ, ອົງການຈັດຕັ້ງ ແລະ ບຸກຄົນຕ່າງໆໂດຍກົງ, ການຍື່ນມືເຂົ້າມາກ້າວກ່າຍຕໍ່ອົງກອນ ແລະ ບຸກຄົນຂອງປະເທດອື່ນດ້ວຍຊ່ອງທາງກົດໝາຍພາຍໃນປະເທດອາເມຣິກາຕາມລຳພັງໃຈ. ໜັງສືພິມວໍຊິນຕັງພົສ ອາເມຣິກາພິມບົດຄວາມໃນເດືອນມິຖຸນາແລ້ວນີ້ກ່າວວ່າ, ອາເມຣິກາພວມລົງໂທດ 12.000 ອົງກອນ. ປະຊາຄົມໂລກລວມທັງປະເທດຈີນໄດ້ປະສົບກັບຜົນຮ້າຍຢ່າງຫຼວງຫຼາຍ; ຍິ່ງໄປກວ່ານັ້ນ, ມາຮອດປັດຈຸບັນ, ລັດຖະມົນຕີກະຊວງປ້ອງກັນປະເທດຈີນຍັງເປັນ “ອັນທີ່ເອີ້ນວ່າເປົ້າໝາຍລົງໂທດ” ຂອງອາເມຣິກາ. ສະນັ້ນ, ຈີນເລີ່ມປະຕິບັດ “ກົດໝາຍວ່າດ້ວຍການພົວພັນກັບຕ່າງປະເທດ”, ໂດຍໄດ້ສ້າງບ່ອນອີງດ້ານກົດໝາຍ ແລະ ອາວຸດໃຫ້ແກ່ປະເທດຈີນທີ່ແນໃສ່ລັດທິຝ່າຍດຽວ, ລັດທິປົກປ້ອງການຄ້າ ແລະການກະທຳການຂົ່ມເຫັງ, ໃຊ້ສິດດ້ານການຕໍ່ຕ້ານການລົງໂທດ, ຕ້ານການແຊກແຊງວຽກງານພາຍໃນ ແລະ ຕ້ານການຍື່ນມືເຂົ້າມາກ້າວກ່າຍຕາມກົດໝາຍທີ່ຖືກຕ້ອງ. ອີງຕາມກົດໝາຍດັ່ງກ່າວ, ປະເທດຈີນຈະມີສິດປະຕິບັດມາດຕະການຕໍ່ຕ້ານ ແລະ ຈຳກັດຕໍ່ການກະທຳທີ່ສ້າງຄວາມສ່ຽງຕໍ່ສິດອະທິປະໄຕ ແລະ ຜົນປະໂຫຍດການພັດທະນາຂອງຈີນ.

“ກົດໝາຍວ່າດ້ວຍການພົວພັນກັບຕ່າງປະເທດ” ຂອງຈີນມີຜົນບັງຄັບໃຊ້ຢ່າງເປັນທາງການ, ໄດ້ສະແດງໃຫ້ເຫັນເຖິງຄວາມຕັດສິນໃຈອັນເດັດດ່ຽວຂອງປະເທດຈີນເພື່ອປົກປັກຮັກສາລະບົບສາກົນທີ່ຖືອົງການສະຫະປະຊາຊາດເປັນແກນກາງ ແລະ ລະບຽບການສາກົນທີ່ຖືກົດໝາຍສາກົນເປັນພື້ນຖານ. ນັກວິເຄາະຊີ້ໃຫ້ເຫັນວ່າ, ການເຜີຍແຜ່ ແລະ ປະຕິບັດກົດໝາຍດັ່ງກ່າວບໍ່ພຽງແຕ່ແມ່ນໝາກຜົນສຳຄັນດ້ານການສ້າງສາການຄຸ້ມຄອງຕາມກົດໝາຍກ່ຽວກັບຕ່າງປະເທດຂອງຈີນເທົ່ານັ້ນ, ຍັງເປັນໝາກຜົນສຳຄັນຂອງປະເທດຈີນໃນຖານະເປັນປະເທດໃຫຍ່ທີ່ມີຄວາມຮັບຜິດຊອບ ແລະ ຊຸກຍູ້ໃຫ້ການພົວພັນສາກົນຫັນເປັນແບບປະຊາທິປະໄຕ, ແລະການຄຸ້ມຄອງຕາມກົດໝາຍໂດຍຜ່ານການຄົ້ນຄວ້າ ແລະ ພຶດຕິກຳຂອງຕົນ, ທັງໄດ້ປະກອບສ່ວນເຂົ້າໃນການປົກປັກຮັກສາລະບຽບການສາກົນ ແລະ ຊຸກຍູ້ການພັດທະນາຂອງໂລກ.

“ກົດໝາຍວ່າດ້ວຍການພົວພັນກັບຕ່າງປະເທດ” ຂອງຈີນໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປົກປັກຮັກສາລະບຽບການສາກົນ ແລະ ຊຸກຍູ້ການພັດທະນາຂອງໂລກ