ຂ່າວສານຢຸນນານ·ຈີນ| "ປະຊາຊົນຈີນມີຄວາມຜາສຸກນັບມື້ນັບຫຼາຍຂຶ້ນ"

2023-07-06 10:06:40
ມາຈາກ:

ຫວ່າງມໍ່ໆມານີ້, ທ່ານ ຈອນມິລິແກນ - ວິດ ປະທານບໍລິຫານ ກອງທຶນການຮ່ວມມື ອາເມຣິກາ-ຈີນ ຂອງ​ອາ​ເມ​ຣິ​ກາ ໄດ້ໃຫ້ສໍາພາດຕໍ່ນັກຂ່າວວ່າ: ຄວາມທັນສະໄໝແບບຈີນ ແມ່ນຄວາມທັນສະໄໝທີ່ ທົ່ວປວງຊົນສ້າງ​ຄວາມ​ຮັ່ງ​ມີຮ່ວມກັນ, ຊຶ່ງໄດ້ສະແດງໃຫ້ເຫັນເຖິງ ແນວຄິດການພັດທະນາທີ່​ຖືປະຊາຊົນເປັນໃຈກາງ. ຄວາມທັນສະໄໝແບບຈີນ ໄດ້ກາຍເປັນຊ່ອງທາງການພັດທະນາຂອງມວນມະນຸດທີ່ເປີ​ດ​ປະ​ຕູ​ສູ່​ພາຍນອກກວ່າ​ເກົ່າ ແລະ ມີ​ຄວາມໂອບເອື້ອອາລີກວ່າ​ເກົ່າ, ຊຶ່ງໄດ້ສະໜອງທາງເລືອກໃໝ່ໃຫ້ແກ່ການຫັນເປັນທັນສະໄໝຂອງມວນມະນຸດ ແລະ ມີຄວາມໝາຍບໍ່ທໍາມະດາຕໍ່ໂລກ ໂດຍສະເພາະຕໍ່ປະເທດທີ່ກໍາລັງພັດທະນາ.

ທ່ານ ຈອນ ມິລິແກນ - ວິດ ກ່າວຕື່ມວ່າ, ມີນັກຊ່ຽວຊານບາງຄົນເຫັນວ່າ ຄວາມສໍາເລັດຂອງຈີນແມ່ນເປັນແຕ່ຊົ່ວຄາວ, ​ແຕ່ຄວາມຈິງພັດແມ່ນກົງກັນຂ້າມ. ພັກກອກມູນິດຈີນ ໄດ້ນໍາພາປະຊາຊົນຈີນ ຄົ້ນຄວ້າເສັ້ນທາງການພັດທະນາແບບທັນສະໄໝທີ່ມີເອກະລັກ​ພິ​ເສດຂອງຈີນອອກມາ, ພ້ອມທັງໄດ້​ປະ​ສົບຜົນສໍາເລັດອັນຍິ່ງໃຫຍ່, ປະຊາຊົນຈີນ​ຈະ​ມີ​ຄວາມ​ຜາ​ສຸກນັບມື້ນັບຫຼາຍຂຶ້ນ.

ຈີນ​ໄດ້ພະຍາຍາມຢ່າງສຸດຂີດ ເພື່ອບັນລຸຄວາມທັນສະໄໝແບບຈີນ, ພ້ອມທັງໄດ້ຄົ້ນຄວ້າເສັ້ນທາງດັ່ງກ່າວຢ່າງລໍາບາກກາກກໍາ. ບົດລາຍງານກອງປະຊຸມໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດຄັ້ງທີ 20 ຂອງພັກກອມມູນິດຈີນ ໄດ້ສະເໜີວ່າ ຈະຊຸກຍູ້ການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງ​ຊົນຊາດຈີນ ບົນພື້ນຖານການຫັນເປັນທັນສະໄໝ​ຂອງຈີນ. ໃນຄວາມເຫັນຂອງ ທ່ານ ຈອນ ມິລິແກນ - ວິດ, ຈີນບໍ່ໄດ້​ລອກ​ແບບຮູບແບບ​ການ​ຫັນ​ເປັນທັນສະໄໝຂອງປະເທດຕາເວັນຕົກ, ຫາກໄດ້ເດີນ​ຕາມເສັ້ນທາງກ​ານ​ຫັນເປັນທັນສະໄໝທີ່ແທດເໝາະກັບສະພາບຕົວຈິງຂອງຈີນ. “ຈີນ​ຈະ​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ທົ່ວ​ໂລກ ໃນ​ຂະ​ນະ​ທີ່​ບັນ​ລຸ​ການ​ພັດ​ທະ​ນາ​ຕົນ​ເອງ.”

(ແຫຼ່ງຂ່າວ: ໜັງສືພິມປະຊາຊົນລາຍວັນຂອງຈີນ) ບັນນາທິການ:​ ວິມົນ

ຂ່າວສານຢຸນນານ·ຈີນ| "ປະຊາຊົນຈີນມີຄວາມຜາສຸກນັບມື້ນັບຫຼາຍຂຶ້ນ"