ຂ່າວສານຢຸນນານ·ຈີນ| "ໝາກຜົນການຮ່ວມມືພາຍໃຕ້ຂອບ ‘ໜຶ່ງແລງ ໜຶ່ງເສັ້ນທາງ’ ສ້າງຜົນປະໂຫຍດ ໃຫ້ຝ່າຍຕ່າງໆຢ່າງທົ່ວເຖິງ"

2023-07-14 16:39:26
ມາຈາກ:

ພາຍໃຕ້ຂອບການຮ່ວມກັນສ້າງ "ໜຶ່ງແລວ ໜຶ່ງເສັ້ນທາງ", ຈີນໄດ້ເພີ່ມທະວີການເຊື່ອມຕໍ່ທາງຍຸດທະສາດດ້ານການພັດທະນາກັບປະເທດຕ່າງໆ ແລະ ເປີດກວ້າງຄວາມເຫັນເປັນເອກະພາບກັນ ໃນດ້ານການເປີດປະຕູສູ່ພາຍນອກແລະ ການຮ່ວມມື ຈະມີຜົນດີ
ຕໍ່ການສ້າງປະຊາຄົມຮ່ວມຊາຕາກໍາທີ່ແໜ້ນແຟ້ນກວ່າເກົ່າ.

ການຮ່ວມກັນສ້າງຂໍ້ລິເລີ່ມ "ໜຶ່ງແລວ ໜຶ່ງເສັ້ນທາງ" ເປັນຂໍ້ລິເລີ່ມທີ່ຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການພັດທະນາເສດຖະກິດ. ເສັ້ນທາງສາຍໄໝບູຮານ ເປັນໜຶ່ງໃນເສັ້ນທາງການຄ້າທີ່ຍິ່ງໃຫຍ່ທີ່ສຸດໃນປະຫວັດສາດ. ການຮ່ວມກັນສ້າງຂໍ້ລິເລີ່ມ "ໜຶ່ງແລວ ໜຶ່ງເສັ້ນທາງ" ໄດ້ສືບທອດຈິດໃຈເສັ້ນທາງສາຍໄໝບູຮານ, ຍຶດໝັ້ນລັດທິສັນຕິພາບ, ໄດ້ວາງວິໄສທັດໃໝ່ແຫ່ງການຮ່ວມມືເສດຖະກິດ ແລະ ການຄ້າຫຼາຍຝ່າຍ. ພາຍໃຕ້ການຮ່ວມກັນສ້າງ "ໜຶ່ງແລວ ໜຶ່ງເສັ້ນທາງ"ຝ່າຍຕ່າງໆໄດ້ເພີ່ມທະວີການລົງທຶນໃນດ້ານພື້ນຖານໂຄງລ່າງ, ຄົມມະນາຄົມການຂົນສົ່ງ, ການຄ້າ, ການລົງທຶນ ແລະ ຂົງເຂດອື່ນໆ, ຊຶ່ງມີຜົນດີຕໍ່ການໄປມາຫາສູ່ກັນ ແລະ ການໝູນວຽນຂອງແຮງງານ, ສິນຄ້າ ແລະ ທຶນຮອນ ໃຫ້ມີຄວາມສະດວກໂລ່ງລຽນຫຼາຍຂຶ້ນ. ຈີນໄດ້ເພີ່ມທະວີການເຊື່ອມຕໍ່ທາງຍຸດທະສາດດ້ານການພັດທະນາກັບປະເທດຕ່າງໆ, ແລະ ເປີດກວ້າງຄວາມເຫັນເປັນເອກະພາບກັນ ໃນດ້ານການເປີດປະຕູສູ່ພາຍນອກ ແລະ ການຮ່ວມມື, ຈະມີຜົນດີຕໍ່ການສ້າງປະຊາຄົມຮ່ວມຊາຕາກໍາທີ່ແໜ້ນແຟ້ນກວ່າເກົ່າ.

ປີນີ້ເປັນປີສະເໜີ ການຮ່ວມກັນສ້າງ ຂໍ້ລິເລີ່ມ "ໜຶ່ງແລວ ໜຶ່ງເສັ້ນທາງ" ຄົບຮອບ 10 ປີ, ຂໍ້ລິເລີ່ມດັ່ງກ່າວຈາກບໍ່ມີເຖິງມີ, ຈາກທັດສະນະຄະຕິເຖິງການປະຕິບັດຕົວຈິງ, ຝ່າຍເຂົ້າຮ່ວມໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ຊຶ່ງໄດ້ສະແດງໃຫ້ເຫັນວ່າ, ຈີນໄດ້ປະກອບສ່ວນຕໍ່ການຮ່ວມມືສາກົນນັບມື້ນັບຫຼາຍຂຶ້ນ. ຫວັງວ່າ ການຮ່ວມກັນສ້າງ "ໜຶ່ງແລວ ໜຶ່ງເສັ້ນທາງ" ຈະເພີ່ມພະລັງຂັບເຄື່ອນໃຫ້ແກ່ປະເທດພວມພັດທະນາຫຼາຍກວ່າເກົ່າ.

ແຫຼ່ງຂ່າວ: ໜັງສືພິມປະຊາຊົນລາຍວັນຂອງຈີນ

ຂຽນໂດຍ: ທ່ານ ຊາຮາຣີ ເມີລອຟຊາຮາຣີເຢັຟ ປະທານສະມາຄົມ"ໜຶ່ງແລວ ໜຶ່ງເສັ້ນທາງ" ຮ່ວມທົ່ວປະເທດບຸນກາລີ

ຂ່າວສານຢຸນນານ·ຈີນ| "ໝາກຜົນການຮ່ວມມືພາຍໃຕ້ຂອບ ‘ໜຶ່ງແລງ ໜຶ່ງເສັ້ນທາງ’ ສ້າງຜົນປະໂຫຍດ ໃຫ້ຝ່າຍຕ່າງໆຢ່າງທົ່ວເຖິງ"