ຂ່າວສານຢຸນນານ·ຈີນ| "ຢຸນເຈີ້ 0551" ທີ່ເປັນແນວພັນອ້ອຍໃໝ່ໄດ້ພົ້ນເດັ່ນອອກມາ

2023-07-21 15:13:12
ມາຈາກ:

ຫວ່າງມໍ່ໆມານີ້, ຫ້ອງການກະຊວງກະສິກໍາ ແລະ ຊົນນະບົດຈີນໄດ້ເຜີຍແຜ່ເຕັກນິກສົ່ງເສີມແນວພັນກະສິກໍາຫຼັກແຫຼ່ງປີ 2023, “ຢຸນເຈີ້ 0551” ທີ່ເປັນແນວພັນອ້ອຍໃໝ່ ທີ່ສະຖາບັນຄົ້ນຄວ້າອ້ອຍຂອງສະພາບັນດິດວິທະຍາສາດກະສິກໍາແຂວງຢຸນນານ ໄດ້ກາຍເປັນແນວພັນກະສິກໍາພຽງໜຶ່ງດຽວຂອງແຂວງຢຸນນານ ທີ່ຖືກຈັດເຂົ້າໃນບັນຊີລາຍຊື່ແນວພັນກະສິກຳຫຼັກແຫຼ່ງ.

ຕາມຂ່າວແຈ້ງວ່າ, ປີ 2023, ໂຄງການເຕັກນິກສົ່ງເສີມແນວພັນກະສິກຳຫຼັກແຫຼ່ງຂອງຈີນໄດ້ຄັດຈ້ອນເຕັກນິກນໍາໜ້າທີ່ສຳຄັນດ້ານກະສິກໍາ 10 ລາຍການ, ແນວພັນຫຼັກແຫຼ່ງ 143 ຊະນິດ ແລະ ເຕັກນິກຫຼັກແຫຼ່ງ 176 ລາຍການ.

“ຢຸນເຈີ້ 0551” ໄດ້ຜ່ານການວິໄຈແນວພັນອ້ອຍໃໝ່ຂອງຈີນໃນປີ 2013, ໄດ້ຮັບສິດເປັນແນວພັນພືດໃໝ່ໃນປີ 2016 ແລະ ໄດ້ຜ່ານການລົງທະບຽນແນວພັນກະສິກໍາປະເພດສໍາຮອງຂອງຈີນໃນປີ 2020. ແນວພັນດັ່ງກ່າວເຕີບໃຫຍ່ໄວ, ມີຜົນຜະລິດສູງ, ມີອັດຕານໍ້າຕານສູງ, ຕ້ອງການນໍ້າບໍ່ຫຼາຍ ແລະຂະຫຍາຍໄດ້ງ່າຍ. ຜົນການຕິດຕາມວິໄຈຂອງສູນຂໍ້ມູນຂ່າວສານຂະແໜງການອ້ອຍ ແລະນໍ້າຕານຈີນສະແດງໃຫ້ເຫັນວ່າ, ປີ 2022, ເນື້ອທີ່ປູກ “ຢຸນເຈີ້ 0551” ໃນແຂວງຢຸນນານໄດ້ບັນລຸເຖິງ 3 ໝື່ນກວ່າຮັກຕາ,ເນື້ອທີ່ປູກຝັງຖືເປັນອັນດັບໜຶ່ງຂອງແຂວງຢຸນນານ. ປີ 2023,ອັດຕາຜະລິດນ້ຳຕານຂອງເຂດປູກຕົ້ນອ້ອຍຂອງແຂວງຢຸນນານບັນລຸເຖິງ 13,28%, ເປັນອັນດັບໜຶ່ງຂອງຈີນ ແລະ ໄດ້ສ້າງສະຖິຕິໃໝ່ໃນປະຫວັດສາດ.

ແຫຼ່ງຂ່າວ: ໜັງສືພິມລາຍວັນຢຸນນານ

ຂ່າວສານຢຸນນານ·ຈີນ| "ຢຸນເຈີ້ 0551" ທີ່ເປັນແນວພັນອ້ອຍໃໝ່ໄດ້ພົ້ນເດັ່ນອອກມາ