ຂ່າວສານຢຸນນານ·ຈີນ| ນະຄອນຕ່ານຢ໋າງ ຜະລິດແຜ່ນຢາງແວ່ນຕາ 400 ລ້ານກວ່າແຜ່ນຕໍ່ປີ

2023-07-21 15:16:03
ມາຈາກ:

ຢູ່ຕາມສາຍຜະລິດອັດຕະໂນມັດ, ແຜ່ນຢາງແວ່ນຕາໜາປະມານ 1,5 ຊັງຕີແມັດໄດ້ຖືກຂົນສົ່ງເຂົ້າເຄື່ອງບົດ. ຄຽງຄູ່ກັບສຽງດັງຂອງເຄື່ອງຈັກ ແລະ ມີນໍ້າພົ່ນອອກ, 40 ວິນາທີຜ່ານໄປ, ແຜ່ນຢາງແວ່ນຕາທີ່ມີເອກະລັກພິເສດແຜ່ນໜຶ່ງກໍໄດ້ບົດສຳເລັດແລ້ວ.

ນີ້ແມ່ນກຸ່ມບໍລິສັດລັງສີວິທະຍາ ວານຊິນ ທີ່ຕັ້ງຢູ່ນະຄອນຕ່ານຢ໋າງ(Danyang) ແຂວງຈ່ຽງຊູ(Jiangsu) ຈີນ, ທຸກປີ, ນະຄອນຕ່ານຢ໋າງຈະໄດ້ຜະລິດແຜ່ນຢາງແວ່ນຕາ 100 ລ້ານກວ່າແຜ່ນ ແລະ ຈຳໜ່າຍໄປສູ່ປະເທດຕ່າງໆໃນໂລກ. ນະຄອນຕ່ານຢ໋າງມີປະຊາກອນບໍ່ຮອດ 1 ລ້ານຄົນ, ພັດມີວິສາຫະກິດທີ່ກ່ຽວຂ້ອງກັບແວ່ນຕາ1.600 ກວ່າແຫ່ງ ແລະ ມີຜູ້ປະກອບອາຊີບໃນຂະແໜງການນີ້ 5 ໝື່ນກວ່າຄົນ. ປະລິມານຜະລິດແຜ່ນຢາງແວ່ນຕາສະເລ່ຍຕໍ່ປີມີເຖິງ 400 ກວ່າແຜ່ນ, ກວມ 3 ສ່ວນ 4 ຂອງຍອດປະລິມານແຜ່ນຢາງແວ່ນຕາຂອງຈີນ ແລະ ກວມເຄິ່ງໜຶ່ງຂອງໂລກ, ມີມູນຄ່າເຖິງ 20 ຕື້ຢວນຕໍ່ປີ.

ຈາກວັດຖຸດິບໃນການຜະລິດແຜ່ນຢາງແວ່ນຕາ, ຈົນເຖິງຜ້າເຊັດແວ່ນຕາ ແລະ ການພິມກັບແວ່ນຕາ. ໃນຫຼາຍປີມໍ່ໆມານີ້, ອຸດສາຫະກຳການຜະລິດແວ່ນຕາຂອງນະຄອນຕ່ານຢ໋າງນັບມື້ນັບຄົບຖ້ວນ ແລະ ໄດ້ຂະຫຍາຍໄປສູ່ຂະແໜງການບໍລິການ. ປີ 2014, ພາຍໃຕ້ການວາງແຜນທີ່ເປັນເອກະພາບກັນ,ວິສາຫະກິດໃນຕະຫຼາດແວ່ນຕາໄດ້ຍ້າຍເຂົ້າຕຶກແວ່ນຕາຢ່າງເປັນເອກະພາບ. ຕຶກການຄ້າທີ່ກິນເນື້ອທີ່ 140.000 ກວ່າຕາແມັດດັ່ງກ່າວໄດ້ດຶງດູດລູກຄ້າ 1,5 ລ້ານກວ່າເທື່ອຄົນຕໍ່ປີ.

ທ່ານ ເລິງເວີນຮວາ ຫົວໜ້າຫ້ອງການພັດທະນາເສດຖະກິດນະຄອນຕ່ານຢ໋າງກ່າວວ່າ: “ສະພາບການດຳເນີນທຸລະກິດໄດ້ຮັບການປັບປຸງໃຫ້ດີຂຶ້ນ, ມີການປະດິດສ້າງໃໝ່, ວິສາຫະກິດຫຼັກແຫຼ່ງນຳພາການພັດທະນາຢ່າງຕໍ່ເນື່ອງ ແລະ ມີກຳລັງດ້ານວິຊາການມາເຂົ້າຮ່ວມ ເປັນເຄັດລັບໃນການພັດທະນາອຸດສາຫະກຳແວ່ນຕາຂອງນະຄອນຕ່ານຢ໋າງ.”

ແຫຼ່ງຂ່າວ: ໜັງສືພິມປະຊາຊົນລາຍວັນຂອງຈີນ

ຂ່າວສານຢຸນນານ·ຈີນ| ນະຄອນຕ່ານຢ໋າງ ຜະລິດແຜ່ນຢາງແວ່ນຕາ 400 ລ້ານກວ່າແຜ່ນຕໍ່ປີ