ຂ່າວສານຢຸນນານ·ຈີນ| “ ‘ໜຶ່ງແລວ ໜຶ່ງເສັ້ນທາງ’ ແມ່ນເສັ້ນທາງພັດທະນາໂດຍສັນຕິ”

2023-07-21 15:18:46
ມາຈາກ:

ຈີນໄດ້ສະເໜີຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ໃນປີ 2013, ປີນີ້ພໍດີສະເໜີອອກມາໄດ້ເປັນເວລາ 10 ປີແລ້ວ. ມື້ນີ້, ພວກເຮົາສາມາດຕີລາຄາໂຄງການທົ່ວໂລກດັ່ງກ່າວໄດ້ດີກວ່າເກົ່າ.

ຕົວເລກຈະເປັນຫຼັກຖານທີ່ດີ, ພວກເຮົາຈະຍົກຕົວເລກທີ່ກ່ຽວຂ້ອງກັບ “ໜຶ່ງແລວ ໜຶ່ງເສັ້ນທາງ”. ອີງຕາມຕົວເລກຂໍ້ມູນຈາກເວັບໄຊທາງການຂອງ“ໜຶ່ງແລວ ໜຶ່ງເສັ້ນທາງ”: ມາຮອດວັນທີ 6 ມັງກອນ 2023, ລວມມີ 151 ປະເທດ ແລະ 32 ອົງການຈັດຕັ້ງສາກົນໄດ້ເຊັນເອກະສານຮ່ວມມື 200 ກວ່າສະບັບກັບຈີນ ພາຍໃຕ້ຂອບ “ໜຶ່ງແລວ ໜຶ່ງເສັ້ນທາງ”.

ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ໄດ້ຍຶດໝັ້ນຫຼັກການ “ປຶກສາຫາລືຮ່ວມກັນ, ສ້າງສາຮ່ວມກັນ ແລະ ຊົມໃຊ້ຮ່ວມກັນ”. ບົນຫຼັກການດັ່ງກ່າວ, ຈີນໄດ້ພິຈາລະນາເຖິງຄວາມຕ້ອງການ ແລະ ຜົນປະໂຫຍດຂອງບັນດາປະເທດຢ່າງເຕັມສ່ວນ ພ້ອມທັງຮ່ວມກັບປະເທດຕ່າງໆພະຍາຍາມຊອກຫາຄວາມເຫັນທີ່ເປັນເອກະພາບກັນ ແລະ ຜົນປະໂຫຍດຮ່ວມກັນ. ຈິດໃຈ “ໜຶ່ງແລວ ໜຶ່ງເສັ້ນທາງ” ໄດ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການສຳຄັນສອງຢ່າງຂອງປະເທດຕ່າງໆໃນໂລກ, ນັ້ນກໍຄື: ການພັດທະນາແບບຍືນຍົງ ແລະມີຄວາມຮັບຜິດຊອບ ແລະ ການຍົກຄຸນນະພາບດ້ານຊີວິດການເປັນຢູ່ຂອງປະຊາຊົນໃຫ້ສູງຂຶ້ນ.

ທີ່ຈິງແລ້ວ, ນອກຈາກຂົງເຂດການຄ້າ ແລະ ເສດຖະກິດແລ້ວ, ພວກເຮົາບໍ່ຄວນລືມຈຸດປະສົງສຸດທ້າຍຂອງຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ແມ່ນຮັບປະກັນການພັດທະນາໂດຍສັນຕິຂອງທົ່ວໂລກ. ທີ່ຈິງແລ້ວ, ມັນເນັ້ນໃສ່ຂະບວນການພັດທະນາແບບເປີດປະຕູສູ່ພາຍນອກ, ກວມລວມ ແລະ ຊົມໃຊ້ຮ່ວມກັນ, ຫາກບໍ່ແມ່ນສ້າງ “ວົງແຄບ”ທີ່ປາສະຈາກຜູ້ອື່ນ; ມັນບໍ່ໄດ້ຈຳແນກຜູ້ເຂົ້າຮ່ວມດ້ວຍຮູບຖານຈິດສຳນຶກ ແລະ ກໍບໍ່ປະຕິບັດຕາມຫຼັກການການຊ່ວງເສັງຜົນລວມເປັນສູນ. ໃນຫຼາຍປີມໍ່ໆມານີ້, ຈີນໄດ້ສະເໜີຂໍ້ລິເລີ່ມວ່າດ້ວຍການພັດທະນາທົ່ວໂລກ, ຂໍ້ລິເລີ່ມວ່າດ້ວຍຄວາມໝັ້ນຄົງທົ່ວໂລກ ແລະ ຂໍ້ລິເລີ່ມວ່າດ້ວຍອະລິຍະທຳທົ່ວໂລກ, ກໍໄດ້ເປັນສິ່ງຄໍ້າປະກັນທີ່ແຂງແຮງໃຫ້ແກ່ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ”.

ແຫຼ່ງຂ່າວ: ເວັບໄຊກວາງໝິງ

ຂຽນໂດຍ: ທ່ານ ຟາປີໂອມາຊີໂມ ປາເຣນຕ ຮອງສາດສະດາຈານ ວິທະຍາໄລສາກົນໂລເຣນໂຈ ເດີ ເມດີຊ ຂອງອີຕາລີ

ຂ່າວສານຢຸນນານ·ຈີນ| “ ‘ໜຶ່ງແລວ ໜຶ່ງເສັ້ນທາງ’ ແມ່ນເສັ້ນທາງພັດທະນາໂດຍສັນຕິ”