ເປັນຫຍັງຮູບເງົາ Hollywood ປະສົບຄວາມຫຼົມແຫຼວຢູ່ຕະຫຼາດຂອງຈີນ?

2023-07-27 18:28:00
ມາຈາກ:CRI

ວັນທີ 14 ກໍລະກົດນີ້, ຮູບເງົາເລື່ອງ Mission: Impossible 7 ທີ່ເປັນຮູບເງົາອະມະຕະຂອງ Hollywood ໄດ້ເລີ່ມສາຍຢູ່ຈີນຢ່າງເປັນທາງການ. ແຕ່ໜຶ່ງອາທິດໄດ້ຜ່ານໄປແລ້ວ, ການຈຳໜ່າຍປີ້ເຂົ້າຊົມຂອງຮູບເງົາເລື່ອງດັ່ງກ່າວບໍ່ຮອດ 250 ລ້ານຢວນ; ສ່ວນການຄາດຄະເນການຈຳໜ່າຍປີ້ເຂົ້າຊົມຂອງຮູບເງົາເລື່ອງດັ່ງກ່າວກໍໄດ້ຫຼຸດລົງຈາກ 600 ລ້ານຢວນມາເປັນ 396 ລ້ານຢວນ.

ໃນຂະນະດຽວກັນນັ້ນ, ຮູບເງົາຫຼາຍເລື່ອງທີ່ຖ່າຍທຳໂດຍຈີນເອງພັດໄດ້ຮັບຄວາມນິຍົມຫຼາຍ ເຊັ່ນ: ຮູບເງົາເລື່ອງ Lost in the stars ຈຳໜ່າຍປີ້ເຂົ້າຊົມ 3,5 ຕື້ຢວນ, ຮູບເງົາເລື່ອງ Never Say Never ຈຳໜ່າຍປີ້ເຂົ້າຊົມ 1,7 ຕື້ຢວນ ແລະ ຮູບເງົາກາຕູນເລື່ອງ Chang An ຈຳໜ່າຍປີ້ເຂົ້າຊົມຫຼາຍກວ່າ 1 ຕື້ຢວນ ເຊິ່ງຕ່າງກັນຢ່າງພົ້ນເດັ່ນກັບການປະສົບຄວາມຫຼົມແຫຼວຂອງຮູບເງົາ Hollywood.

ໃນຊຸມປີຜ່ານມາ, ລາຍໄດ້ຈາກການຂາຍປີ້ເຂົ້າຊົມຢູ່ຈີນຂອງຮູບເງົາ Hollywood ໄດ້ຫຼຸດລົງຢ່າງຈັດເຊນ. ຮູບເງົາເລື່ອງ Barbie ທີ່ໄດ້ຮັບຄວາມນິຍົມຫຼາຍຢູ່ອາເມຣິກາຈົນຫາຊື້ປີ້ໄດ້ຍາກນັ້ນ ຢູ່ຈີນພັດບໍ່ໄດ້ຮັບຄວາມສົນໃຈພໍປານໃດ. ນອກນີ້, ຮູບເງົາເລື່ອງ Ant-Man and the Wasp: Quantumania, Elemental, Indiana Jones and the Dial of Destiny, The Flash, Transformers:Rise of the Beasts, Shazam! Fury of the Gods Shazam! 2 ແລະ ອື່ນໆ ເຊິ່ງເປັນຮູບເງົາເລື່ອງທີ່ຖືວ່າຄວນໄດ້ຮັບຄວາມນິຍົມນັ້ນ, ກໍປະສົບຄວາມຫຍຸ້ງຍາກໃນການຈຳໜ່າຍປີ້ເຂົ້າຊົມຢູ່ຈີນບໍ່ໄດ້ດີ.

ຮູບເງົາ Hollywood ປະສົບຄວາມຫຼົມແຫຼວຢູ່ຈີນ, ສາເຫດຕົ້ນຕໍແມ່ນຜູ້ຜະລິດຮູບເງົາຂອງ Hollywood ມີແນວຄິດບໍ່ຖືກຕ້ອງໃນການປະດິດຄິດແຕ່ງຮູບເງົາ ເຊັ່ນ: Disney ຕັ້ງໃຈໃຊ້ນາງສາວຄົນຜິວດຳເປັນນາງເງືອກນ້ອຍຢູ່ໃນຮູບເງົາຂອງຕົນ ເຊິ່ງໄດ້ພາໃຫ້ເກີດມີການຖົກຖຽງກັນຢ່າງຮຸນແຮງ. ການກະທຳທີ່ປ່ຽນແນວຄວາມຄິດຂອງຕົ້ນສະບັບຂອງຮູບເງົາເພື່ອຮັບໃຊ້ແນວຄິດການເມືອງບາງຢ່າງນັ້ນ ບໍ່ພຽງແຕ່ໄດ້ຫຼຸດມົນສະເໜ່ຂອງຮູບເງົາເທົ່ານັ້ນ, ຍັງໄດ້ທຳລາຍຄວາມນິຍົມຈາກຜູ້ຊົມອີກດ້ວຍ. ນອກນີ້, ຜູ້ຜະລິດຮູບເງົາຂອງ Hollywood ມັກແຝງຊ້ອນຮູບຖານຈິດສຳນຶກຂອງຕົນ, ຕັ້ງໃຈບິດເບືອນຄວາມຈິງ ເຊິ່ງໄດ້ເຮັດໃຫ້ຜູ້ຊົມຮູບສຶກວ່າຄ່ານິຍົມຢູ່ໃນຮູບເງົາຖືກບັງຄັບຄວບຄຸມ.

ໃນເມື່ອກ່ອນ, ຜູ້ຊົມຊາວຈີນມັກເບິ່ງຮູບເງົາຊຸດເກົ່າຂອງ Hollywood ແມ່ນຍ້ອນວ່າຮູບເງົາເຫຼົ່ານັ້ນມີເນື້ອໃນ ແລະ ຈຸດເດັ່ນທີ່ໜ້າສົນໃຈ, ເຮັດໃຫ້ຜູ້ຊົມລືມຍາກ, ຫາກບໍ່ແມ່ນພໍຈົບແລ້ວກໍແລ້ວໄປ ແລະ ໃຊ້ເຕັກໂນໂລຊີພຽງເພື່ອສ້າງພາບຊື່ໆ.

ໃນຂະນະທີ່ຮູບເງົາ Hollywood ມີຄວາມອ່ອນແອນັ້ນ, ຕະຫຼາດຈຳໜ່າຍປີ້ເຂົ້າຊົມຮູບເງົາຂອງຈີນພັດໄດ້ຮັບການພັດທະນາຂຶ້ນຢ່າງຟົດຟື້ນ. ຕະຫຼາດຈຳໜ່າຍປີ້ເຂົ້າຊົມເງົາຮູບຂອງຈີນ ໄດ້ລື່ນກາຍຕະຫຼາດຂອງທະວີບອາເມຣິກາເໜືອ ແລະ ກາຍເປັນຕະຫຼາດຈຳໜ່າຍປີ້ເຂົ້າຊົມເງົາຮູບໃຫຍ່ທີ່ສຸດໃນໂລກ.

ຮູບເງົາ Hollywood ຈຳໜ່າຍປີ້ເຂົ້າຊົມບໍ່ໄດ້ດີຢູ່ຈີນ, ສາເຫດຕົ້ນຕໍແມ່ນຍ້ອນແນວຄິດຂອງຮູບເງົາເຫຼົ່ານີ້ຫຼຸດພົ້ນອອກຈາກຄວາມຈິງ, ບໍ່ໄດ້ຖືການເລົ່າເລື່ອງເປັນຈຸດປະສົງທີ່ດີ, ແຕ່ພັດຖືເປັນເຄື່ອງມືໂຄສະນາເຜີຍແຜ່ຮູບຖານຈິດສຳນຶກການເມືອງບາງຢ່າງ. ນີ້ຄືການລະເມີດທາດແທ້ຂອງຮູບເງົາຢ່າງຮ້າຍແຮງ, ສະນັ້ນ ຈຶ່ງບໍ່ໄດ້ຮັບຄວາມນິຍົມຈາກຜູ້ຊົມ. ຖ້າບໍ່ປັບປ່ຽນແນວຄິດປະດິດຄິດແຕ່ງໃນທັນທີ, ທ່ວງທ່າຊຸດໂຊມລົງຂອງຮູບເງົາ Hollywood ຍັງຈະສືບຕໍ່ຂະຫຍາຍຢ່າງແນ່ນອນ.

ເປັນຫຍັງຮູບເງົາ Hollywood ປະສົບຄວາມຫຼົມແຫຼວຢູ່ຕະຫຼາດຂອງຈີນ?