ຈີນໄດ້ສ້າງຄວາມມະຫັດສະຈັນດ້ານການພັດທະນາ ທີ່ປະຈັກຕາຊາວໂລກ

2023-07-28 19:14:46
ມາຈາກ:

ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ​ແດນ ສະ​ເຕ​ອິນ​ບົກ ຫົວ​ໜ້າ​ຫ້ອງ​ການ​ຄົ້ນ​ຄວ້າ​ການ​ຄ້າ​ສາ​ກົນ​ໃນ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ ອິນເດຍ-ຈີນ-ອາ​ເມ​ຣິ​ກາ ທີ່​ເປັນ​ອົງ​ການ​ທີ່ສຳຄັນຂອງ​ອາ​ເມ​ຣິ​ກາ​ໄດ້​ພິມ​ບົດ​ຄວາມ​ວ່າ, ນັບ​ແຕ່​ຈີນ​ໄດ້​ປະ​ຕິ​ຮູບ​ ແລະ​ ເປີດ​ປະ​ຕູ​ສູ່​ພາຍນອກ 40 ກວ່າ​ປີ​ມາ​ນີ້, ຈີນ​ໄດ້​ສ້າງ​ຄວາມ​ມະ​ຫັດ​ສະ​ຈັນດ້ານ​ການ​ພັດ​ທະນາ​ທີ່​ປະ​ຈັກ​ຕາ​ຊາວ​ໂລກ.

ບົດ​ຄວາມ​ລະ​ບຸ​ວ່າ: ນັບ​ແຕ່​ຈີນ​ໄດ້​ປະ​ຕິ​ບັດ​ນະ​ໂຍ​ບາຍ​ປະ​ຕິ​ຮູບ ​ແລະ ​ເປີດ​ປະ​ຕູ​ສູ່​ພາຍນອກ ແຕ່​ທ້າຍ​ຊຸມ​ປີ 1970 ເປັນ​ຕົ້ນ​ມາ, ຈີນ​ໄດ້​ສຸມ​ໃສ່​ຊຸກ​ຍູ້​ການ​ປະ​ຕິ​ຮູບ​ກະ​ສິ​ກຳ, ດຶງ​ດູດ​ການ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ, ນຳ​ເຂົ້າ​ເຕັກ​ນິກ​ສູງ ​ແລະ​ ໃໝ່ ແລະ ສົ່ງ​ເສີມ​ການ​ສ້າງ​ພາ​ລະ​ກິດ. ປັດ​ຈຸ​ບັນ, ຜູ້​ປະ​ດິດ​ສ້າງ​ໃໝ່ ແລະ ວິ​ສາ​ຫະ​ກິດ​ເຕັກ​ນິກ​ສູງ ​ແລະ​ ໃໝ່​ຂອງ​ຈີນ ໄດ້​ກາຍ​ເປັນ​ບົດ​ຮຽນ​ທີ່​ດີ​ທີ່​ເຮັດ​ໃຫ້​ທົ່ວ​ໂລກ​ຮຽນ​ນຳ.

ນະ​ຄອນ​ເສິນ​ເຈິ້ນ​ແຂວງກວາງ​ຕຸ້ງ​ເປັນ​ຕົວ​ແບບ​ສຳ​ເລັດ​ຜົນ​ແຫ່ງ​ການ​ປະ​ຕິ​ຮູບ ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ.ປີ 1979, ​ເສິນ​ເຈິ້ນ​ຍັງ​ເປັນ​ບ້ານ​ປະ​ມົງ​ນ້ອຍ​ບ້ານ​ໜຶ່ງ. ປັດຈຸ​ບັນ, ພົນ​ລະ​ເມືອງ​ຂອງ​ນະຄອນ​ເສິນ​ເຈິ້ນ​ມີ​ເກືອບ 18 ລ້ານຄົນ, GDP ສະ​ເລ່ຍ​ຕໍ່​ຫົວ​ຄົນ​ສູງເຖິງ 27.000 ໂດ​ລາ​. ປີ 2018, ຄຽງ​ຄູ່​ກັບ​ການ​ສ້າງ​ສາ​ເຂດອ່າວ​ໃຫຍ່ກວາງ​ຕຸ້ງ-ຮົງ​ກົງ-ມາ​ເກົາ​ ໄດ້​ຢ່າງ​ບາດ​ກ້າວໜັກ​ແໜ້ນ, ການ​ພັດ​ທະ​ນາ​ເສດຖະ​ກິດ​ຂອງ​ແຂວງກວາງ​ຕຸ້ງ​ໄດ້​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່.

ປີ 2001, ຈີນ​ໄດ້​ເຂົ້າ​ເປັນ​ສະ​ມາ​ຊິກ​ອົງ​ການ​ການ​ຄ້າ​ໂລກ ແລະ ໄດ້​ກ້າວ​ເຂົ້າ​ສູ່​ໄລ​ຍະ​ທີ່​​ເສດ​ຖະ​ກິດ​ໄດ້​ພັດ​ທະ​ນາຢ່າງວ່ອງ​ໄວ. ນັບ​ແຕ່​ປີ 2012 ເປັນ​ຕົ້ນ​ມາ, ຈີນ​ໄດ້​ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ມີ​ຄວາມ​ດຸນ​ດ່ຽງ​ຄືນ​ໃໝ່ ບົນ​ພື້ນ​ຖານ​ທີ່​ມີ​ຄວາມ​ສາ​ມາດ​ດ້ານ​ການ​ປະ​ດິດ​ສ້າງ​ໃໝ່ໃນ​ລະ​ດັບທີ່​ນຳ​ໜ້າ​ຂອງ​ໂລກ ແລະ ເປີດກວ້າງ​ການ​ບໍ​ລິໂພກ. ສິ່ງ​ທີ່​ຕ້ອງ​ເວົ້າ​ເຖິງ​ເປັນ​ພິ​ເສດ​ນັ້ນ​ກໍ​ຄື: ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ເດັດ​ຖານ​ຢູ່​ປະ​ເທດ​ພວມ​ພັດ​ທະ​ນາ​ທີ່​ມີ​ປະ​ຊາ​ກອນ 1,4 ຕື້ກວ່າ​ຄົນ ຈະ​ເປັນ​ຜົນ​ສຳ​ເລັດ​ຄັ້ງ​ປະ​ຫວັດ​ສາດ.

ບົດ​ຄວາມ​ລະ​ບຸ​ຕື່ມ​ວ່າ, ການ​ເຕີບ​ໂຕ​ຂອງ​ທົ່ວ​ໂລກ​ຈະ​ອີງ​ອາ​ໄສ​ຈີນ ແລະ ກຸ່ມ​ເສດ​ຖະ​ເກິດ​ຈະ​ເລີນ​ໃໝ່​ຂະ​ໜາດ​ໃຫຍ່​ອື່ນໆ​ນັບ​ມື້​ນັບຫຼາຍ​ຂຶ້ນ. ບໍ່​ຕ້ອງ​ສົງ​ໄສ​ເລີຍ​ວ່າ, ການ​ພັດ​ທະ​ນາ​ຂອງ​ກຸ່ມ​ເສດ​ຖະ​ກິດ​ຈະ​ເລີນ​ໃໝ່​ຕ້ອງ​ການ​ຄວາມກວມ​ລວມ ແລະ ຂະ​ບວນ​ການ​ໂລ​ກາ​ພິ​ວັດ, ອະ​ນາ​ຄົດ​ຄວນ​ເປັນ​ໂລກ​ທີ່​ມີ​ລະ​ບຽບ​ຫຼາຍ​ຂົ້ວ​ທີ່​ມີ​ຄວາມ​ໂອບ​ເອື້ອ​ອາ​ລີກວ່າ​ເກົ່າ, ຫາກ​ບໍ່​ແມ່ນ​ໂລກ​ທີ່​ມີ​ລະ​ບຽບຫຼີກ​ເວັ້ນ​ຄົນ​ອື່ນ.

(ແຫຼ່ງຂ່າວ: ໜັງສືພິມລາຍວັນຈີນ)

ຈີນໄດ້ສ້າງຄວາມມະຫັດສະຈັນດ້ານການພັດທະນາ ທີ່ປະຈັກຕາຊາວໂລກ