ເປີດພື້ນທີ່ອັນກວ້າງຂວາງໃຫ້ແກ່ການຊຸກຍູ້ຄວາມກ້າວໜ້າຂອງອະລິຍາທໍາມະນຸດ

2023-08-04 17:42:47
ມາຈາກ:

ພັກກອມມູນິດຈີນ ຊ່າງຖອດ​ຖອນສະຕິປັນຍາ ຈາກວັດທະນະທໍາທີ່ເປັນມູນເຊື້ອທີ່ດີເດັ່ນຂອງຊົນຊາດຈີນ, ກໍາລັງນໍາພາປະຊາຊົນຈີນ ບາກບັ່ນສູ້ຊົນ ​ເພື່ອສ້າງປະເທດແບບທັນສະໄໝທີ່ເຂັ້ມແຂງ, ມີຄວາມປະດິດສ້າງໃໝ່,​ ໂອບເອື້ອອາລີ. ພາຍໃຕ້ການນໍາພາຂອງພັກກອມມູນິດຈີນ, ຈີນ ໄດ້ຍຶດໝັ້ນ​ເດີນ​ຕາມເສັ້ນທາງການພັດທະນາ​ໂດຍສັນຕິ, ໃຫ້ຄໍາໝັ້ນສັນຍາວ່າ ຈະບໍ່ເປັນ​ເຈົ້າ​ອຳ​ນາດຕະຫຼອດໄປ, ຈະບໍ່ແຜ່ຂະຫຍາຍອິດທິກຳ​ລັງຕະຫຼອດໄປ, ຈະສະແຫວງຫາການພັດທະນາ, ​ປົກ​ປັກຮັກສາສັນຕິພາບ ແລະ ການ​ພັດ​ທະ​ນາຂອງໂລກຢ່າງໜັກ​ແໜ້ນ, ​ປົກ​ປັກ​ຮັກ​ສາສັນຕິພາບ ແລະ ການພັດທະນາຂອງໂລກ ໃຫ້ດີກວ່າເກົ່າ ດ້ວຍ​ການ​ພັດ​ທະ​ນາ​ຂອງ​ຕົນ ຊຶ່ງໄດ້ເປີດເສັ້ນທາງໃໝ່​ແຫ່ງ​ການ​ຫັນ​ເປັນທັນສະໄໝ.

ຄວາມທັນສະໄໝແບບຈີນ ໄດ້ສ້າງ​ຮູບ​ແບບໃໝ່ຂອງອະລິຍາທໍາມະນຸດ,​ ໄດ້ເປີດ​ພື້ນ​ທີ່ອັນກວ້າງຂວາງ ໃຫ້ແກ່ການ​ຊຸກ​ຍູ້ຄວາມກ້າວໜ້າຂອງອະລິຍາທໍາມະນຸດ. ຈີນສະເໜີຂໍ້ລິເລີ່ມ​ທີ່ຮ່ວມກັນກໍ່ສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ”, ຂໍ້ລິເລີ່ມວ່າດ້ວຍການພັດທະນາທົ່ວໂລກ, ຂໍ້ລິເລີ່ມວ່າດ້ວຍຄວາມໝັ້ນຄົງທົ່ວໂລກ, ສຸມໃສ່ສົ່ງເສີມການພັດທະນາ ແລະ ສັນຕິພາບຂອງໂລກ. ເດືອນມີ​ນາຂອງປີ​ນີ້, ​ທ່ານ ສີຈິ້ນຜິງ ປະທານປະເທດ​ຈີນ ໄດ້ສະເໜີຂໍ້ລິເລີ່ມ ວ່າດ້ວຍອະລິຍາທໍາທົ່ວໂລກ. ນີ້ແມ່ນຜະລິດຕະພັນສາທາລະນະອັນ​ສຳ​ຄັນອີກປະການໜຶ່ງທີ່ຈີນສະໜອງໃຫ້ແກ່​ປະ​ຊາ​ຄົມໂລກ. ຂໍ້ລິເລີ່ມດັ່ງກ່າວ ບໍ່ພຽງແຕ່ມີຄວາມສໍາຄັນໃນການຊຸກຍູ້ການຖອດຖອນແລກປ່ຽນອະລິຍາທໍາທີ່ແຕກຕ່າງກັນ,​ ຍັງມີຜົນດີຕໍ່ການ​ຊຸກ​ຍູ້ຄວາມໝັ້ນຄົງ ແລະ ​ສະ​ຖຽນ​ລະ​ພາບຂອງໂລກ. ແຕ່ລະປະເທດຍຶດໝັ້ນໃຫ້ເຂົ້າໃຈເຊິ່ງກັນ ແລະ ກັນ, ​ເຄົາ​ລົບ​ນັບ​ຖືເຊິ່ງກັນ ແລະ ກັນ,​ ເພີ່ມທະວີການແລກປ່ຽນດ້ານອະລິ​ຍາທໍາ​ບົນພື້ນຖານຄວາມສະເໝີພາບ ແລະ ໂອບເອື້ອອາລີ, ມີຜົນດີຕໍ່ການສ້າງລະບຽບການສາກົນທີ່ທ່ຽງທໍາ ແລະ ສົມເຫດສົມຜົນຫຼາຍກວ່າເກົ່າ, ເສີມສ້າງ​ສະ​ພາບແວດລ້ອມສາກົນທີ່​ໝັ້ນຄົງ ແລະ​ ເປັນລະບຽບ.

ແຫຼ່ງຂ່າວ: ເວັບໄຊຂ່າວສານຈີນ, ຂຽນໂດຍ:​ ທ່ານ ເຊເມີ ມຳມາດອຟ ຫົວໜ້າສູນຄົ້ນຄວ້າບັນຫາ​ສາ​ກົນ “ສັງເກດເອີຣົບ” ຂອງປະເທດອາ​ເຊັ​ກ​ໄບ​ຊານ

ເປີດພື້ນທີ່ອັນກວ້າງຂວາງໃຫ້ແກ່ການຊຸກຍູ້ຄວາມກ້າວໜ້າຂອງອະລິຍາທໍາມະນຸດ