ທາງ​ລົດ​ໄຟ​ຈີນ​ໄດ້​ຂົນ​ສົ່ງ​ຜູ້​ໂດຍ​ສານ​ທັງ​ໝົດ 830 ລ້ານ​ເທື່ອ​ຄົນ​ໃນຍາມ​ພັກ​ລະ​ດູ​ຮ້ອນ​ປີ 2023

2023-09-08 18:31:36
ມາຈາກ:

ກຸ່ມ​ບໍ​ລິ​ສັດ​ທາງ​ລົດ​ໄຟ​ແຫ່ງ​ຊາດ​ຈີນ​ແຈ້ງ​ຂ່າວ​ໃຫ້​ຮູ້​ວ່າ: ລະ​ຫວ່າງວັນ​ທີ 1 ກໍ​ລະ​ກົດ​ຫາ​ວັນ​ທີ 31 ສິງ​ຫາ​ຜ່ານ​ມາ, ທາງ​ລົດ​ໄຟ​ຈີນ​ໄດ້​ຂົນ​ສົ່ງ​ຜູ້​ໂດຍ​ສານ​ທັງ​ໝົດ 830 ລ້ານ​ເທື່ອ​ຄົນ​ ຊຶ່ງ​ໄດ້​ສ້າງ​ສະ​ຖິ​ຕິ​ສູງ​ສຸດ​ໃນ​ປະ​ຫວັດ​ສາດ​ໃນ​ການ​ຂົນ​ສົ່ງ​ຜູ້​ໂດຍ​ສານ​ໃນ​ຍາມ​ພັກ​ລະ​ດູ​ຮ້ອນ. ໃນ​ນັ້ນ, ທາງ​ລົດ​ໄຟ​ ລາວ-ຈີນ​ ໄດ້​ຂົນ​ສົ່ງ​ຜູ້​ໂດຍ​ສານ​ຂ້າມ​ຊາດ 26.000 ເທື່ອ​ຄົນ. ວັນ​ທີ 11 ສິງ​ຫາ​ຜ່ານ​ມາ, ຜູ້​ໂດຍ​ສານ​ທີ່​ຂີ່​ລົດ​ໄຟ​ຕາມ​ທາງ​ລົດ​ໄຟ​ ລາວ-ຈີນ ​ເຂົ້າ​ປະ​ເທດ​ຈີນ​ໄດ້​ແລກ​ປ່ຽນ​ກັບ​ຕຳຫຼວດກວດ​ຄົນ​ເຂົ້າ-ອອກ​ເມືອງ​ດ້ວຍ​ເຄື່ອງ​ແປ​ພາ​ສາ​ອັດ​ສະ​ລິ​ຍະ.

ແຫຼ່ງຂ່າວ: ເວັບໄຊກວາງໝິງ ພາບໂດຍ: ສໍານັກຂ່າວຊິນຮວາ

ທາງ​ລົດ​ໄຟ​ຈີນ​ໄດ້​ຂົນ​ສົ່ງ​ຜູ້​ໂດຍ​ສານ​ທັງ​ໝົດ 830 ລ້ານ​ເທື່ອ​ຄົນ​ໃນຍາມ​ພັກ​ລະ​ດູ​ຮ້ອນ​ປີ 2023