“ໜຶ່ງແລວໜຶ່ງເສັ້ນທາງ”ຊຸກຍູ້ການພັດທະນາ ຂອງອາຊີຕາເວັນອອກສ່ຽງໃຕ້

2023-09-27 17:20:06
ມາຈາກ:

ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ​ຈາງ​ຈັກ​ເຢນ(CHANG CHAK YAN) ຫົວ​ໜ້າ​ວິ​ທະ​ຍາ​ໄລ​ຂໍ້​ມູນ​ຂ່າວ​ສານ​ມາ​ເລ​ເຊຍໄດ້​ພິມບົດ​ຄວາມ​ວ່າ, ນັບ​ແຕ່​ປີ 2013 ເປັນ​ຕົ້ນ​ມາ, ອາ​ຊຽນ​ພ້ອມ​ດ້ວຍ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ໄດ້​ກາຍ​ເປັນ​ຄູ່​ຮ່ວມ​ມື​ສຳ​ຄັນ ໃນ​ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ ໜຶ່ງ​ເສັ້ນ​ທາງ”. ຈຳ​ນວນ​ໂຄງການທີ່​ສ້າງ​ສຳ​ເລັດ ແລະ ກຳ​ລັງ​ກໍ່​ສ້າງ​ພາຍ​ໃຕ້​ຂອບ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ຂໍ້​ລິ​ເລີ່ມ​ດັ່ງ​ກ່າວ​ເປັນ​ຂໍ້​ລິ​ເລີ່ມ​ທີ່​ສ້າງ​ຜົນ​ປະ​ໂຫຍດໃຫ້​ແກ່​ທຸກ​ຝ່າຍ.

ກ່​ອນ​ອື່ນ, “ໜຶ່ງ​ແລວ​ ໜຶ່ງ​ເສັ້ນ​ທາງ” ໄດ້​ຊຸກ​ຍູ້​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ ແລະ ການພັດ​ທະ​ນາ​ທາງ​ສັງ​ຄົມ​ຂອງຫຼາຍປະ​ເທດ. ການ​ກໍ່​ສ້າງທາງ​ລົດ​ໄຟ, ທາງຫຼວງ ​ແລະ ທ່າ​ກຳ​ປັ່ນ​ໄດ້​ປັບ​ປຸງ​ລະ​ບົບ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ ຊຶ່ງ​ໄດ້​ກາຍ​ເປັນ​ເສົາ​ຄ້ຳ​ໃນ​ການ​ເຕີບ​ໂຕ​ດ້ານ​ເສດຖະ​ກິດ.ໂດຍ​ໄດ້​ຮັບຜົນ​ປະໂຫຍດ​ຈາກ​ການ​ກໍ່​ສ້າງພື້ນ​ຖານ​ໂຄງ​ລ່າງ​ເຫຼົ່າ​ນີ້, ຕົວ​ເມືອງຕ່າງໆ, ຕາ​ແສງ​ຕ່າງໆ, ເຂດ​ຊົນ​ນະ​ບົດຈົນ​ເຖິງ​ບ້ານທີ່​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ ໄດ້​ບັນ​ລຸ​ການ​ເຊື່ອມ​ຈອດ​ກັນ ຊຶ່ງ​ໄດ້​ເລັ່ງ​ຂະ​ບວນ​ການ​ຈໍ​ລະ​ຈອນ​ຂອງ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ ແລະ ຜະ​ລິດ​ຕະ​ພັນ​ປະ​ເພ​ດ​ອື່ນໆ, ພ້ອມ​ທັງ​ໄດ້​ເປີດກວ້າງ​ຕະຫຼາດ, ຫຼຸດ​ອັດ​ຕາຫວ່າງ​ງານ​ໃຫ້​ຕ່ຳ​ລົງ ແລະ ຊຸກ​ຍູ້​ພາ​ລະກິດ​ການ​ສຶກ​ສາ.

ສອງ, ໂດຍ​ຜ່ານ​ຈາກການ​ກໍ່​ສ້າງ ແລະ ປັບ​ປຸງ​ພື້ນ​ຖານ​ໂຄງ​ລ່າງ​ຕ່າງໆ ເຊັ່ນ: ​ທ່າ​ກຳ​ປັ່ນ, ສະ​ໜາມ​ບິນ ແລະ ທາງຫຼວງ​ເປັນ​ຕົ້ນ​ໃຫ້​ສົມ​ບູນ​ຂຶ້ນ, ໄດ້​ຊ່ວຍຫຼາຍ​ປະ​ເທດ​ເປີດກວ້າງ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ ຊຶ່ງ​ມີ​ບົດ​ບາດ​ຈະ​ແຈ້ງ​ທີ່​ສຸດ​ຕໍ່​ລາວ, ກຳ​ປູ​ເຈຍ, ມຽນ​ມາ, ມາ​ເລ​ເຊຍແລະ ອິນ​ໂດ​ເນ​ເຊຍ. ພາຍ​ໃຕ້​ການ​ຊຸກ​ຍູ້​ຂອງ​ໂຄງ​ການ​ເຫຼົ່າ​ນີ້, ອາ​ຊຽນ​ກາຍ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ຈີນ.

ສາມ, ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ ໜຶ່ງ​ເສັ້ນ​ທາງ” ໄດ້​ຊ່ວຍ​ປະ​ເທດ​ຈຳ​ນວນ​ໜຶ່ງ​ບັນ​ລຸ​ສະ​ຖຽນ​ລະ​ພາບ​ທາງ​ການ​ເມືອງ, ໂດຍ​ໄດ້​ຊຸກ​ຍູ້​ການ​ຍົກ​ລະ​ດັບ​ຂອງ​ສິ່ງ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ ພາຍ​ໃຕ້​ຂອບ “ໜຶ່ງ​ແລວ ​ໜຶ່ງ​ເສັ້ນ​ທາງ”, ປະ​ເທດ​ຈຳ​ນວນ​ໜຶ່ງ​ໄດ້​ເລັ່ງ​ການ​ພັດ​ທະ​ນາ​ດ້ານ​ເສດ​ຖະ​ກິດ ແລະໄດ້​ສ້າງ​ໂອ​ກາດ​ປະ​ກອບ​ອາ​ຊີບ​ເປັນ​ຈຳ​ນວນຫຼວງ​ຫຼາຍ.

ສີ່, ການ​ລົງ​ທຶນ ແລະ ການຄ້າ​ພາຍ​ໃຕ້​ຂອບ “ໜຶ່ງ​ແລວ ​ໜຶ່ງເສັ້ນ​ທາງ” ໄດ້​ຊຸກ​ຍູ້​ການ​ພັດທະ​ນາ​ຖາ​ວອນ​ຂອງ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ ພ້ອມ​ທັງ​ໄດ້​ຍົກ​ສູງ​ຖາ​ນະ​ໃຈ​ກາງ​ຂອງ​ອາຊຽນ​ໃນ​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ.

ແຫຼ່ງຂ່າວ: ເວັບໄຊໜັງສືພິມລາຍວັນຈີນ

“ໜຶ່ງແລວໜຶ່ງເສັ້ນທາງ”ຊຸກຍູ້ການພັດທະນາ ຂອງອາຊີຕາເວັນອອກສ່ຽງໃຕ້