ຊາວໜຸ່ມອບການສຳພາດຂອງບັນດາປະເທດໃນໂລກເຫັນດີນຳຄວາມຄິດຫຼັກ ແລະ ຜົນສຳເລັດຮອບ 10 ປີຂອງ “ໜຶ່ງແລວໜຶ່ງເສັ້ນທາງ” ໃນລະດັບສູງ

2023-10-16 17:20:22
ມາຈາກ:CRI

ເນື່ອງໃນໂອກາດການສະເໜີຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຄົບຮອບ 10 ປີ, ຜົນການສຳຫຼວດທົ່ວໂລກສະບັບໜຶ່ງ ທີ່ວິທະຍຸໂທລະພາບສູນກາງຈີນ ແລະ ມະຫາວິທະຍາໄລປະຊາຊົນຈີນຮ່ວມກັນຈັດຂຶ້ນສະແດງໃຫ້ເຫັນວ່າ: ຊາວໜຸ່ມຈາກ 18 ປີ ຫາ 44 ປີໄດ້ເຫັນດີນຳແນວຄິດຫຼັກຂອງ “ໜຶ່ງແລວ ໜຶ່ງເສັ້ນທາງ” ໃນລະດັບສູງ ແລະ ສະແດງຄວາມຊົມເຊີຍເປັນຢ່າງສູງຕໍ່ຜົນສຳເລັດອັນຍິ່ງໃຫຍ່ໃນຮອບ 10 ປີແຫ່ງການຮ່ວມກັນສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ”.

ຜົນການສຳຫຼວດສະແດງໃຫ້ເຫັນວ່າ, ມີຊາວໜຸ່ມຕອບການສຳພາດ 84,6% ເຫັນດີນຳ “ຈິດໃຈເສັ້ນທາງສາຍໄໝ” ທີ່ “ສັນຕິພາບ, ຮ່ວມມືກັນ, ເປີດກວ້າງ, ເຊື່ອມໂຍງເຂົ້າຫາກັນ, ຖອດຖອນບົດຮຽນເຊິ່ງກັນແລະກັນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ” ທີ່ຈີນເປັນຜູ້ສະເໜີ. ຜົນການສຳຫຼວດຍັງພົບເຫັນວ່າ, ຜູ້ຕອບການສຳພາດມີອາຍຸໜຸ່ມຊ່ຳໃດ, ກໍຍິ່ງມີຄວາມເຫັນດີຕໍ່ “ຈິດໃຈເສັ້ນທາງສາຍໄໝ” ໃນລະດັບສູງຊ່ຳນັ້ນ. ໃນໝູ່ຜູ້ຕອບການສຳພາດລະຫວ່າງ 18 ປີຫາ 24 ປີ, ມີ 88,8% ເຫັນດີເຫັນພ້ອມນຳ “ຈິດໃຈເສັ້ນທາງສາຍໄໝ”.

ຊາວໜຸ່ມອບການສຳພາດຂອງບັນດາປະເທດໃນໂລກເຫັນດີນຳຄວາມຄິດຫຼັກ ແລະ ຜົນສຳເລັດຮອບ 10 ປີຂອງ “ໜຶ່ງແລວໜຶ່ງເສັ້ນທາງ” ໃນລະດັບສູງ