ລາວ ແລະ ຈີນ ແບບຢ່າງການຮ່ວມກັນສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ”

2023-10-27 13:33:11
ມາຈາກ:

ໃນຕອນເຊົ້າວັນທີ 20 ຕຸລາ​ຜ່ານມາ, ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດແຫ່ງ​ ສ​ປ ຈີນ ໄດ້ພົບປະ ກັບ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະ​ທານ​ປະ​ເທດ​ແຫ່ງ ສ​ປ​ປ ລາວ ທີ່ມາເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືສຸດຍອດການຮ່ວມມືສາກົນ “ໜຶ່ງແລວ ໜຶ່ງເສັ້ນທາງ” ຄັ້ງທີ 3 ແລະ ຢ້ຽມຢາມຈີນ​ທາງລັດ​ຖະ​ກິດ.

ຫຼັງຈາກການພົບປະ, ທ່ານສີຈິ້ນຜິງ ແລະ ທ່ານ ທອງລຸນສີສຸລິດ ໄດ້ຮ່ວມກັນລົງນາມໃນ“ແຜນແມ່ບົດວ່າດ້ວຍການຮ່ວມ​ກັນສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ ແຕ່ປີ 2024 ຫາ 2028 ລະຫວ່າງ ພັກກອມມູນິດຈີນ ກັບ ພັກປະຊາຊົນປະຕິວັດລາວ”, ຮ່ວມກັນເປັນສັກ​ຂີພິຍານຕໍ່ການລົງນາມ​ໃນເອກະສານການຮ່ວມມື​ລະ​ຫວ່າງສອງຝ່າຍຫຼາຍສະບັບໃນ​ການ​ຮ່ວມ​ກັນ​ສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໃນດ້ານເສດຖະກິດຕີຈີດອນ, ​ຖະ​ແຫຼງ​ຂ່າວ, ວັດທະນະທໍາ, ການທ່ອງທ່ຽວ, ສາທາລະນະສຸກ, ການກວດກາ ແລະ​ ກວດ​ເຊື້ອ​ພະ​ຍາດ​ຕາມດ່ານພາສີ ແລະ ອື່ນໆ.

ກ່ອນໜ້ານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ໃຫ້ສໍາພາດຕໍ່ນັກຂ່າວຂອງໜັງສືພິມລາຍວັນປະຊາຊົນຈີນວ່າ, ການຮ່ວມກັນສ້າງຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ໄດ້ເຊື່ອມໂຍງກັບແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດລາວຢ່າງເລິກເຊິ່ງ, ຊຶ່ງໄດ້ນໍາເອົາຜົນປະໂຫຍດຕົວຈິງໃຫ້ແກ່ການພັດທະນາຂອງປະເທດລາວຢ່າງແທ້ຈິງ. ທາງລົດໄຟລາວ-ຈີນເປັນໂຄງການສັນ​ຍາລັກ​ໃນ​ການ​ຮ່ວມ​ກັນ​ສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ”, ໄດ້ກາຍເປັນສັນຍາລັກ ແລະ ​ແບບ​ຢ່າງ​ໃນການປະຕິບັດ ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ”. ໄປຄຽງຄູ່ກັບປະເທດລາວ ແລະ ປະເທດອ້ອມຂ້າງໄດ້ເຊື່ອມໂຍງເຊື່ອມຈອດກັນ, ໄດ້ສ້າງສະພາບແວດລ້ອມທີ່ດີໃຫ້ແກ່ການຄ້າ, ການພັດທະນາ, ການທ່ອງທ່ຽວ ແລະ ການຂົນສົ່ງສິນຄ້າຂອງປະເທດລາວ, ພ້ອມທັງໄດ້ປະກອບສ່ວນສໍາຄັນ​ເຂົ້າໃນການ​ປະ​ກອບ​ອາ​ຊີບ ແລະການເດີນທາງຂອງປະຊາຊົນ.

“​ການ​ຮ່ວມ​ກັນ​ສ້າງຂໍ້ລິເລີ່ມ ‘ໜຶ່ງແລວ ໜຶ່ງເສັ້ນທາງ’ ນັບມື້ນັບໄດ້ຮັບການສະໜັບສະໜູນ ແລະ ຄວາມຍິນດີຈາກ​ປະ​ຊາ​ຄົມ​ໂລກ.” ທ່ານ ສອນໄຊ ສີພັນດອນ ໄດ້ຕີລາຄາສູງຕໍ່ຜົນສໍາເລັດອັນອຸດົມສົມບູນ​ໃນ​ການ​ສະ​ເໜີຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ຄົບຮອບ10 ປີ. ທ່ານກ່າວຕື່ມວ່າ: “ປະເທດລາວກໍໄດ້ສະໜັບສະໜູນ ແລະ ເຂົ້າຮ່ວມການຮ່ວມກັນສ້າງ ‘ໜຶ່ງແລວ ໜຶ່ງເສັ້ນທາງ’ ຢ່າງຕັ້ງໜ້າ​ຕັ້ງແຕ່​ໄລ​ຍະເລີ່ມ​ຕົ້ນ. ສອງປະເທດລາວ-ຈີນ ໄດ້ໃຫ້ຄວາມສົນໃຈຢ່າງສູງຕໍ່ການສ້າງແລວ​ທາງເສດຖະກິດລາວ-ຈີນ, ເຊັ່ນ: ເຂດພັດທະນາເສດຖະກິດກວມລວມໄຊເສດຖາ, ທາງດ່ວນນະຄອນຫຼວງວຽງຈັນຫາຊາຍແດນລາວ-ຈີນ, ເຂື່ອນໄຟຟ້ານ້ໍາຕົກແລະ ໂຄງການຕ່າງໆ ຈະເພີ່ມພະລັງຂັບເຂື່ອນໃຫ້ແກ່ການພັດທະນາເສດຖະກິດຂອງປະເທດລາວຢ່າງບໍ່ຢຸດຢັ້ງ.”

ປີ 2023 ແມ່ນຄົບຮອບ 10 ປີແຫ່ງການຮ່ວມກັນສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ”. ຈາກຕອນ​ເລີ່ມ​ຕົ້ນມີພຽງແຕ່ຫຼາຍສິບປະເທດ​ເທົ່າ​ນັ້ນ ໄດ້​ຂະ​ຫຍາຍມາເປັນ 150 ປະເທດ ແລະ 30 ກວ່າອົງການຈັດຕັ້ງສາກົນເຂົ້າຮ່ວມ, ຊຶ່ງໄດ້ສະແດງໃຫ້ເຫັນ​ວ່າ, ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ນັບມື້ນັບໄດ້ຮັບການສະໜັບສະໜູນ ແລະ ຄວາມຍິນດີຈາກປະ​ຊາ​ຄົມ​ໂລກ.ວັນທີ 17 ຫາ 18 ຕຸ​ລາ​ຜ່ານມາ, ກອງປະຊຸມເວທີ​ປຶກສາຫາລືສຸດຍອດການຮ່ວມມືສາກົນ “ໜຶ່ງແລວ ໜຶ່ງເສັ້ນທາງ” ຄັ້ງທີ 3 ໄດ້ຈັດຂຶ້ນ​ຢູ່ນະຄອນຫຼວງປັກກິ່ງ. ປະເທດລາວກໍໄດ້ສະໜັບສະໜູນ ແລະ ​ເຂົ້າຮ່ວມການຮ່ວມກັນສ້າງ ‘ໜຶ່ງແລວ ໜຶ່ງເສັ້ນທາງ’ ຢ່າງຕັ້ງໜ້າ​ມາ​ໂດຍ​ຕະຫຼອດ, ກ່ອນໜ້ານີ້, ທ່ານປະທານປະເທດລາວໄດ້ນໍາພາຄະນະຜູ້ແທນຂັ້ນສູງ​ເດີນ​ທາງ​ໄປເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືສຸດຍອດການຮ່ວມມືສາກົນ “ໜຶ່ງແລວ ໜຶ່ງເສັ້ນທາງ” ຄັ້ງທີ 1 ​ແລະ ຄັ້ງທີ 2. ເທື່ອນີ້, ປະເທດລາວໄດ້ສືບຕໍ່ແຕ່ງຕັ້ງຄະນະຜູ້ແທນຂັ້ນສູງເຂົ້າຮ່ວມກອງປະຊຸມຄັ້ງທີ 3 ອີກ.

ປະເທດລາວເຊື່ອໝັ້ນວ່າ ຜົນງານທີ່ໄດ້ຮັບໃນກອງປະຊຸມເວທີປຶກສາຫາລືສຸດຍອດການຮ່ວມມືສາກົນ “ໜຶ່ງແລວ ໜຶ່ງເສັ້ນທາງ” ຈະ​ຊຸກ​ຍູ້ ແລະ ເພີ່ມທະວີການຮ່ວມມືສອງຝ່າຍລາວ-ຈີນ ແລະ ການຮ່ວມມືຫຼາຍຝ່າຍໃນເວທີຕ່າງໆຢ່າງ​ແຂງ​ແຮງ, ພ້ອມທັງຊ່ວຍເຫຼືອສອງຝ່າຍຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ, ກ້າວເດີນໄປສູ່ອະນາຄົດທີ່ມີການພັດທະນາແບບຍືນຍົງ.

ແຫຼ່ງຂ່າວ: ໜັງສືພິມລາຍວັນປະຊາຊົນຈີນສະບັບພາສາຕ່າງປະເທດ, ສໍານັກຂ່າວຊິນຮວາ, ເວັບໄຊ CCTV

ບັນນາທິການ: Yang Chunmei

ລາວ ແລະ ຈີນ ແບບຢ່າງການຮ່ວມກັນສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ”