ນັກຊ່ຽວຊານອັງກິດ: ການຮ່ວມກັນສ້າງຂໍ້ລິເລີ່ມ ‘‘ໜຶ່ງແລວ ໜຶ່ງເສັ້ນທາງ’’ ໄດ້ສະໜອງເສັ້ນທາງການພັດທະນາທີ່ດີກວ່າເກົ່າໃຫ້ແກ່ປະຊາຄົມໂລກ

2023-11-06 16:21:33
ມາຈາກ:

ຫວ່າງມໍ່ໆມານີ້, ທ່ານ ​ທອມເຟົາດີ ນັກ​ຊ່ຽວ​ຊານການເມືອງ ແລະ ການພົວພັນສາກົນອັງກິດໄດ້ຂຽນ​ບົດ​ຄວາມວ່າ ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ໄດ້ເນັ້ນໃສ່ການຮ່ວມກັນຮັບມືກັບສິ່ງທ້າທາຍທີ່ທົ່ວໂລກປະເຊີນໜ້າຮ່ວມກັນ, ເພື່ອບັນລຸເປົ້າໝາຍ​ການ​ຮ່ວມ​ມື​ແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.

ໃນບົດ​ຄວາມດັ່ງກ່າວລະບຸວ່າ, ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ໄດ້ຊຸກຍູ້​ໃຫ້ເສດຖະກິດຂອງແຕ່ລະປະເທດ ມີການ​ເຕີບ​ໂຕຮ່ວມກັນ ແລະ ໄດ້ສົ່ງເສີມການແລກປ່ຽນດ້ານວັດທະນະທໍາ ໂດຍຜ່ານໂຄງການ ຂອງ “ໜຶ່ງແລວ ໜຶ່ງເສັ້ນທາງ” ໄດ້ແກ້ໄຂບັນຫາການພັດທະນາທີ່ບໍ່ດຸນດຽ່ງກັນ, ຊຶ່ງໄດ້ສ້າງໂອກາດໃໝ່ໃຫ້ແກ່ການຄ້າສາກົນ, ຊຸກຍູ້ໃຫ້​ປະ​ເທດຕ່າງໆສ້າງເປັນ “ປະຊາຄົມຮ່ວມຊາຕາກໍາ”.

ໃນບົດ​ຄວາມໄດ້ລະບຸ​ຕື່ມວ່າ, ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ໄດ້ຖືເອົາການຊຸກຍູ້ການພັດທະນາຮ່ວມກັນມາເປັນໜ້າ​ທີ່​ຂອງ​ຕົນ, ສ້າງໂອກາດການພັດທະນາໃຫ້ແກ່ປະເທດຕ່າງໆ. ຍົກຕົວຢ່າງ ເສັ້ນທາງລົດໄຟ ລາວ-ຈີນທີ່ເປີດນໍາໃຊ້ໃນທ້າຍປີ 2021 ໄດ້ສ້າງທາງລົດໄຟສາຍໜຶ່ງໃຫ້ແກ່ປະເທດລາວ ຊຶ່ງໄດ້​ມ້າງອຸປະສັກດ້ານ​ທີ່​ຕັ້ງພູມສາດ, ​ໄດ້​ເປີດກວ້າງການຄ້າສົ່ງອອກຢ່າງຫຼວງຫຼາຍ, ຍັງໄດ້ຊຸກຍູ້ໃຫ້ປະເທດລາວຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລຫັນເປັນປະເທດທີ່ເຊື່ອມໂຍງເຊື່ອມຈອດກັບພາກພື້ນ.

ມາ​ສັງ​ເກດເບິ່ງຂົວພາ​ດມາປະເທດບັງກາລະເທດທີ່ຈີນຊ່ວຍເຫຼືອກໍ່ສ້າງ, ໄດ້​ສ້າງ​ຂຶ້ນ​ຕາມແມ່ນໍ້າທີ່ກວ້າງທີ່ສຸດຂອງປະທດດັ່ງກ່າວ ແລະ ເຮັດໃຫ້ທົ່ວປະເທດບັງກາລະເທດເຊື່ອມໂຍງເຊື່ອມຈອດກັນຢ່າງຮອບດ້ານ, ຂົວ​ແຫ່ງດັ່ງກ່າວຖືກປະຊາຊົນບັງກາລະເທດເອີ້ນວ່າ: “ຂົວແຫ່ງຄວາມໄຝ່ຝັນ”.

ໃນບົດ​ຄວາມ​ຍັງໄດ້ລະບຸອີກວ່າ: ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ເປັນຂໍ້ລິເລີ່ມທີ່ຮອບດ້ານ, ສົ່ງເສີມລະບົບການຄ້າເສລີທີ່ເປີດ​ປະ​ຕູ​ສູ່​ພາຍນອກ. ບັນດາປະເທດ​ພວມ​ພັດ​ທະ​ນາຂອງໂລກ ສາມາດຖອດຖອນບົດຮຽນການພັດທະນາຂອງຈີນ, ເລືອກເອົາເສັ້ນທາງການພັດທະນາຂອງ​ປະ​ເທດ​ຕົນ ​ໂດຍອີງໃສ່ສະພາບຂອງປະເທດ​ຕົນ ​ບົນພື້ນຖານປົກ​ປັກ​ຮັກ​ສາອະທິປະໄຕຂອງ​ປະ​ເທດຕົນ.
ແຫຼ່ງຂ່າວ:ເວັບໄຊໜັງສືພິມລາຍວັນຈີນ, ບົດນີ້ມີການຄັດ​ຈ້ອນ

ນັກຊ່ຽວຊານອັງກິດ: ການຮ່ວມກັນສ້າງຂໍ້ລິເລີ່ມ ‘‘ໜຶ່ງແລວ ໜຶ່ງເສັ້ນທາງ’’ ໄດ້ສະໜອງເສັ້ນທາງການພັດທະນາທີ່ດີກວ່າເກົ່າໃຫ້ແກ່ປະຊາຄົມໂລກ