ດອກໄມ້ສົດແຂວງຢຸນນານສົ່ງກິ່ນຫອມທົ່ວນະຄອນຫຼວງບາງກອກ

2023-03-04 10:34:50
ມາຈາກ:

ວັນທີ 21 ກຸມພາ, ລູກຄ້າໄດ້ຖ່າຍຮູບດອກໄມ້ສົດຈາກແຂວງຢຸນນານຢູ່ຕະຫຼາດດອກໄມ້ສົດປາກຄອງນະຄອນຫຼວງບາງກອກປະເທດໄທ. ຮູບໂດຍ: ສໍານັກຂ່າວຊິນຮວາ /Wang Teng

ດອກໄມ້ສົດຈຳນວນຫຼາຍຈາກແຂວງຢຸນນານສາມາດພົບເຫັນໄດ້ທຸກບ່ອນທີ່ຕະຫຼາດປາກຄອງນະຄອນຫຼວງບາງກອກ, ປະເທດໄທ. ດອກໄມ້ຂອງແຂວງຢຸນນານໄດ້ຜ່ານຂະບວນການເກັບ, ຕັດແຕ່ງກິ່ງໃຫ້ເປັນຮູບຊົງ, ການຫຸ້ມຫໍ່ ແລະອື່ນໆ, ຜ່ານລະບົບການຂົນສົ່ງດ້ວຍຕ່ອງໂສ້ຄວາມເຢັນ(ລະບົບການເຄື່ອນຍ້າຍສິນຄ້າດ້ວຍຍານພາຫະນະທີ່ສາມາດຄວບຄຸມອຸນຫະພູມໃຫ້ມີຄວາມເຢັນຕະຫຼອດເວລາ) ເກືອບ 40 ຊົ່ວໂມງເພື່ອໄປຮອດບາງກອກ.  ຈາກແມ່ນ້ຳລ້ານຊ້າງໄປຈົນຮອດແມ່ນ້ຳເຈົ້າພະຍາ, ດອກໄມ້ສົດໄດ້ກາຍເປັນ "ນາມບັດຂອງແຂວງຢຸນນານ", ສົ່ງຄວາມຫອມຂອງມັນກະຈາຍໄປທົ່ວໂລກ.

ຂ່າວ: ສໍານັກຂ່າວຊິນຮວາ

ດອກໄມ້ສົດແຂວງຢຸນນານສົ່ງກິ່ນຫອມທົ່ວນະຄອນຫຼວງບາງກອກ