ບ້ານລາວດາບາວເມືອງພູເອີພັດທະນາການທ່ອງທ່ຽວຊົນນະບົດ

2023-03-07 18:22:26
ມາຈາກ:

ບ້ານລາວດາບາວເມືອງພູເອີແຂວງຢຸນນານມີທິວທັດທຳມະຊາດທີ່ສວຍງາມ ແລະ ຊັບພະຍາກອນອຸດົມສົມບູນ, ສິ່ງຂອງຈາກບ້ານລາວດາບາວທີ່ເປັນເອກະລັກສະເພາະເຊັ່ນ ເຮືອນພັກດັ້ງເດີມຂອງປະຊາຊົນ,ສິລະປະວັດທະນະທຳ, ກິດຈະກຳງານບຸນ,ເຄື່ອງນຸ່ງຫົ່ມ, ອາຫານແລະອື່ນໆ. ໃນຊຸມປີມໍ່ໆມານີ້, ບ້ານລາວດາບາວໄດ້ນຳໃຊ້ທ່າແຮງໃນດ້ານດິນ ແລະ ສະພາບອາກາດ, ເພື່ອເປີດໂຄງການສຳຜັດກັບການທ່ອງທ່ຽວຊົນນະບົດເຊັ່ນ: ສວນຜັກ ແລະ ທົ່ງນາສີສັນ, ສ້າງເສັ້ນທາງໃໝ່ຂອງການທ່ອງທ່ຽວຊົນນະບົດປະສົມປະສານວັດທະນະທຳຊົນເຜົ່າ,ການພັກຜ່ອນ, ການທ່ຽວຊົມກະສິກຳ. ບ້ານລາວດາບາວປຸກລະດົມວັດທະນະທຳຊົນເຜົ່າ, ສ້າງຍີ່ຫໍ້ທີີ່ມີຊື່ສຽງ ກໍຄື “ລາຫູແຫ່ງຄວາມຜາສຸກ”,ສ້າງເສັ້ນທາງທ່ອງທ່ຽວໃໝ່ຂອງວັດທະນະທຳສີແດງ, ເຜີຍແຜ່ວັດທະນະທຳຊົນເຜົ່າຜ່ານການຮ້ອງເພງແລະຟ້ອນ, ເລົ່າເລື່ອງອັນດີງາມຂອງຊົນເຜົ່າ, ໃຫ້ວັດທະນະທຳຊົນເຜົ່າໄດ້ຮັບການສົ່ງເສີມແລະການສືບທອດ.

ແຕ່ປີ2013ຫາປີ2022, ບໍລິສັດສິລະປະການສະແດງລ້ານຊ້າງລາວດາບາວມ່ວນຊື່ນລາຫູຈຳກັດໄດ້ດຳເນີນການສະແດງຢູ່ທ້ອງຖິ່ນຫຼາຍກວ່າ 960 ເທື່ອ, ໄດ້ຮັບລາຍຮັບຈາກການສະແດງ 4,7536 ລ້ານຢວນ, ໄດ້ແຈກຢາຍເງິນປັນຜົນໃຫ້ປະຊາຊົນ 3,954 ລ້ານຢວນ, ແລະໄດ້ຮັບລາຍຮັບຈາກການທ່ອງທ່ຽວ 10,9966 ລ້ານກວ່າຢວນ.

ຂ່າວ: ສໍານັກຂ່າວຊິນຮວາ

ບ້ານລາວດາບາວເມືອງພູເອີພັດທະນາການທ່ອງທ່ຽວຊົນນະບົດ