ຜູ້ສານໂຄມໄຟທີ່ທົ່ງປາຍລູ້ຢວນ

2023-03-08 18:15:17
ມາຈາກ:

ທ່ານ Wang Xuekun ກໍາລັງສານໂຄມໄຟ. ຮູບໂດຍ: ນັກຂ່າວສໍານັກຂ່າວຊິນຮວາ/Zou Jingyi

ບ້ານຊົນເຈຍໂກ(Sunjiagou) ຕັ້ງຢູ່ທົ່ງປາຍລູ້ຢວນ ເຊິ່ງເປັນຊານເມືອງທີ່ຢູ່ທາງພາກຕາເວັນອອກຂອງນະຄອນຊີອ່ານ(Xi'an) ແຂວງຊານຊີ(Shaanxi) ຈີນ, ເປັນບ້ານທີ່ຮູ້ຈັກໃນນາມ "ບ້ານໂຄມໄຟ", ທຸກໆຄອບຄົວຢູ່ບ່ອນນີ້ສາມາດສານໂຄມໄຟດ້ວຍໄມ້ໄຜ່ເປັນເວລາ 300 ກວ່າປີມາແລ້ວ.

ທ່ານ ຫວາງ ເຊຄູນ(Wang Xuekun), ອາຍຸ 82 ປີ, ໄດ້ຮຽນສານໂຄມໄຟຈາກພໍ່ຂອງລາວຕັ້ງແຕ່ຕອນຍັງນ້ອຍ. ການເຮັດໂຄມໄຟ "ໝາກເຕົ້າໄຟ" ຂະຫນາດນ້ອຍຕ້ອງມີ 14 ຂັ້ນຕອນ, ເຊິ່ງມີເຕັກນິກສັບຊ້ອນ, ໃຊ້ເວລາ ແລະ ໃຊ້ແຮງງານຫຼາຍ, ແຕ່ ຫວາງ ເຊຄູນ ເຮັດໂຄມໄຟໄດ້ຢ່າງສະດວກງ່າຍດາຍ. ໃນປີ 2007, "ທັກສະການສານໂຄມໄຟດ້ວຍໄມ້ໄຜ່" ຂອງເພິ່ນຖືກລວມຢູ່ໃນລາຍຊື່ຊຸດທໍາອິດຂອງມໍລະດົກວັດທະນະທໍານາມມະທໍາຂອງແຂວງຊານຊີ.ປັດຈຸບັນ, ຢູ່ບ້ານຊົນເຈຍໂກມີນັກສິລະປະບໍ່ເກີນ 10 ຄົນ ຍັງສືບຕໍ່ສານໂຄມໄຟ. ເພື່ອຕອບສະໜອງຄວາມ

ຕ້ອງການຂອງຕະຫຼາດ, ທ່ານ ຫວາງ ເຊຄູນ ບໍ່ພຽງແຕ່ສານໂຄມໄຟແບບດັ້ງເດີມ, ຍັງເຮັດກະຕ່າໄມ້, ເຄື່ອງມືເຮັດໄຮ່ເຮັດນາທີ່ເຮັດດ້ວຍໄມ້ໄຜ່, ແລະຫັດຖະກໍາຂະໜາດນ້ອຍທີ່ເຮັດດ້ວຍໄມ້ໄຜ່ອື່ນໆດ້ວຍຕົວເອງ, ເຊິ່ງບໍ່ພຽງແຕ່ໄດ້ຮັບຄວາມນິຍົມໃນຕະຫຼາດຊົນນະບົດ, ແຕ່ຍັງໄດ້ຖືກເກັບຊື້ເປັນຈໍານວນຫຼາຍ ໄປຂາຍຢູ່ຕົວເມືອງຢູ່ອ້ອມຂ້າງອີກ.

ເມື່ອປະເຊີນຫນ້າກັບຄວາມຫຍຸ້ງຍາກຂອງການສືບທອດທັກສະຕາມມູນເຊື້ອ, ໃນປີມໍ່ໆມານີ້, ດ້ວຍການສະໜັບສະໜູນຈາກພະແນກວັດທະນະທໍາທ້ອງຖິ່ນ, ທ່ານ ຫວາງ ເຊຄູນ ໄດ້ສ້າງຕັ້ງ "ສູນສືບທອດທັກສະການສານໂຄມໄຟດ້ວຍໄມ້ໄຜ່", ແລະ ໄດ້ເຂົ້າຮ່ວມງານວາງສະແດງມໍລະດົກວັດທະນະທໍານາມມະທໍາ ແບບສາທະລະນະປະໂຫຍດຫຼາຍຄັ້ງ, ເຮັດໃຫ້ແສງສະຫວ່າງຂອງໂຄມໄຟທີ່ເຮັດດ້ວຍໄມ້ໄຜ່ທີ່ເກົ່າແກ່ ໄດ້ມີປະກາຍຄວາມຊີວິດຊີວາໃຫມ່.

ຂ່າວ: ສໍານັກຂ່າວຊິນຮວາ

ຜູ້ສານໂຄມໄຟທີ່ທົ່ງປາຍລູ້ຢວນ