ຂ່າວສານຢຸນນານ·ຈີນ| ຈີນຟື້ນຟູການໄປທ່ຽວຕ່າງປະເທດ ເພີ່ມຄວາມໝັ້ນໃຈໃຫ້ແກ່ການຟື້ນຕົວຂອງການທ່ອງທ່ຽວທ່ົວໂລກ

2023-03-09 11:30:42
ມາຈາກ:

ວັນທີ 18 ກຸມພາ​ຜ່ານມາ, ນັກທ່ອງທ່ຽວຈີນຈໍານວນ 210 ຄົນ​ໄດ້ຂີ່​ເຮືອ​ບິນເໝົາລໍາຖ້ຽວບິນ Indonesian Lion Airlines ເດີນທາງຈາກເກາະບາຫຼີ ຂອງອິນໂດເນເຊຍ ກັບ​ຄືນນະ​ຄອນເຊິ່ນເຈີ້ນ ແຂວງກວາງຕຸ້ງ​ຈີນ. ນີ້ແມ່ນຄັ້ງທີ 4 ໃນການຂີ່​ເຮືອ​ບິນເໝົາລໍາ​ ໄປ-ກັບ ລະ​ຫວ່າງ​ເຊິ່ນເຈີ້ນ ​ແລະ ເກາະບາຫຼີ ຂອງນັກທ່ອງທ່ຽວຈີນໃນປີນີ້. ໃນ 7 ມື້ກ່ອນໜ້ານັ້ນ, ເວລາເຮືອ​ບິນລົງຮອດສະໜາມບິນເກາະບາຫຼີ, ພະນັກງານສະໜາມບິນໄດ້ມອບພວງມະໄລດອກ​ໄມ້ຕ້ອນຮັບແຂກໃຫ້ແກ່ນັກທ່ອງທ່ຽວຈີນທຸກຄົນ, ​ຜູ້ນໍາທ່ຽວທ້ອງຖິ່ນໄດ້ແນະນໍາທິວທັດຂອງເກາະບາຫຼີຢ່າງອົບອຸ່ນ.

ຄຽງຄູ່ກັບປະເທດຈີນຟື້ນຟູການ​ໄປທ່ຽວ​ຕ່າງປະເທດຂອງພົນລະເມືອງຢ່າງເປັນ​ລະ​ບຽບ, ຄະນະນັກທ່ອງທ່ຽວຂອງຈີນຊຸດທໍາອິດ​ທີ່​ເດີນ​ທາງໄປທ່ຽວບັນດາປະເທດທີ່ເປັນຈຸດທົດລອງເຊັ່ນ: ໄທ, ອິນໂດເນເຊຍ, ກໍາປູເຈຍ, ສິງກະໂປ, ອາລັບເອມິເລດ, ອີຢິບ ເປັນຕົ້ນ ໄດ້ເດີນທາງກັບຄືນປະເທດ​ຈີນ​ຕາມໆກັນ, ຢູ່ປະເທດທີ່ກ່ຽວຂ້ອງ, ນັກທ່ອງທ່ຽວຈີນໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ.

ກ່ອນເກີດການ​ແຜ່ລະບາດ​ຂອງພະຍາດໂຄວິດ-19, ປະເທດຈີນເປັນຕະຫຼາດທ່ອງທ່ຽວທີ່​ມີ​ນັກ​ທ່ອງ​ທ່ຽວ​ໄປ​ທ່ຽວ​ຕ່າງປະເທດຫຼາຍທີ່ສຸດໃນໂລກເປັນຫຼາຍປີລຽນຕິດກັນ, ນັກທ່ອງທ່ຽວຈີນ ແມ່ນກຸ່ມບໍລິໂພກການທ່ອງທ່ຽວຕ່າງປະເທດ ທີ່ໃຫຍ່ທີ່ສຸດໃນທົ່ວໂລກ. ປີ 2019, ຈໍານວນພົນລະເມືອງຈີນທີ່​ໄປທ່ຽວ​ຕ່າງ​ປະ​ເທດມີເຖິງ 155 ລ້ານເທື່ອຄົນ. ໃນ​ສາຍ​ຕາ​ຂອງບຸກ​ຄົນ​ໃນ​ວົງ​ການທ່ອງທ່ຽວສາກົນ​ແລ້ວ, ການ​ໄປທ່ຽວຕ່າງປະເທດຂອງຈີນ ​ໄດ້ຟື້ນຟູຢ່າງເປັນ​ລະ​ບຽບ ແລະ ອົບອຸ່ນຄືນມາຢ່າງໄວວາ, ຊຶ່ງເປັນຜົນດີຕໍ່ການຟື້ນຕົວຄືນຂອງຕະຫຼາດທ່ອງທ່ຽວທົ່ວໂລກ, ​ນຳ​ພາການບໍລິໂພກຢູ່ຈຸດໝາຍປາຍທາງທ່ອງທ່ຽວ ແລະ ການ​ຂະ​ຫຍາຍ​ຕົວຂອງເສດຖະກິດ​ກວມລວມໃນອະນາຄົດ.

ໃນເວທີປຶກສາຫາລືການທ່ອງທ່ຽວ ອາຊຽນ ປີ 2023 ທີ່ຈັດຂຶ້ນໃນ​ຫວ່າງມໍ່ໆມານີ້, ບັນດາປະເທດ​ໃນອາຊຽນຄອງຄອຍຢ່າງຈົດຈໍ່ໃຫ້ນັກທ່ອງທ່ຽວຈີນກັບມາທ່ຽວ​ປະ​ເທດ​ຕົນ. ທ່ານ ຊານເດຍ ກາອູໂນ ລັດຖະມົນຕີກະຊວງການທ່ອງທ່ຽວ ແລະ ເສດຖະກິດ​ຫົວ​ຄິດ​ປະ​ດິດ​ສ້າງ ຂອງອິນໂດເນເຊຍ ​ກ່າວວ່າ: ຫຼັງຈາກປະເທດຈີນເລີ່ມເປີດການໄປທ່ຽວ​ຕ່າງປະເທດ​ຄືນ​ໃໝ່ແລ້ວ, ​ຂະ​ແໜງ​ການທ່ອງທ່ຽວຂອງອາຊຽນຈະຟື້ນຕົວ​ຄືນຢ່າງແຂງແຮງ.

“​ນັບ​ແຕ່ເດືອນ ກຸມພາ​ປີ​ນີ້ ເປັນຕົ້ນມາ, ຂ້າພະເຈົ້າໄດ້ຕ້ອນຮັບຄະນະນັກທ່ອງທ່ຽວ 3 ຄະນະຈາກ​ແຂວງຢຸນນານ, ​ແຂວງກວາງຕຸ້ງ ແລະ ​ແຂວງເສສວນຂອງປະເທດຈີນ”. ທ້າວ ສຸລິເດດ ລາວັນພອນ ທີ່ເປັນ​ຜູ້ນໍາທ່ຽວປະເທດລາວ ທີ່ຮູ້ພາສາຈີນເວົ້າວ່າ: ເມື່ອທຽບໃສ່​ໄລຍະທີ່ນັກທ່ອງທ່ຽວຈີນຂັບລົດມາເອງມາທ່ຽວປະເທດລາວແລ້ວ, ດຽວນີ້ນັກທ່ອງທ່ຽວສ່ວນຫຼາຍຈະເລືອກໃຊ້ຂະບວນລົດໄຟ​ຕາມທາງລົດໄຟ ລາວ-ຈີນ. ລາວເວົ້າວ່າ: “ຂ້ອຍຕ້ອງ​ທຳ​ການ​ກະກຽມໃຫ້ຫຼາຍກວ່າ​ເກົ່າ, ​ຮຽນ​ຮູ້ຄວາມຮູ້ທາງດ້ານວັດທະນະທໍາ ​ແລະ ປະຫວັດສາດຂອງປະເທດລາວ​ໃຫ້ຫຼາຍຂຶ້ນກວ່​າ​ເກົ່າ, ​ເອົາ​ໃຈໃສ່ໃນການບໍລິການຕ້ອນຮັບໃຫ້ດີ, ເພື່ອໃຫ້ນັກທ່ອງທ່ຽວແຕ່ລະຄົນໄດ້ຮັບຄວາມຮູ້ ແລະ ປະສົບການທີ່ດີທີ່​ສຸດ ແລະ ສາມາດເກີດຄວາມປະທັບໃຈອັນດີງາມຕໍ່ປະເທດລາວອີກດ້ວຍ.”

ກຸ່ມບໍລິສັດ ອິນທິລາດ ດໍາເນີນທຸລະກິດ​ການບໍລິການທີ່ມີຊື່ສຽງຫຼາຍ​​ຢູ່​ປະ​ເທດ​ລາວ, ທ່ານ ອິນທິລາດ ​ປະ​ທານ​ຝ່າຍ​ບໍ​ລິ​ຫານ​ຂອງກຸ່ມບໍລິສັດ​ໄດ້​ດຳ​ເນີນ​ທຸ​ລະ​ກິດ​ການບໍລິການດ້ານ​ອາ​ຫານ​ການ​ກິນມາໄດ້ 20 ກວ່າປີ ກ່າວວ່າ: ການຟື້ນຟູຢ່າງເປັນ​ລະ​ບຽບຂອງການ​ໄປທ່ຽວ​ຕ່າງປະເທດຂອງຈີນຈະສົ່ງເສີມໃຫ້ກິດຈະການທ່ອງທ່ຽວ ແລະ ເສດຖະກິດຂອງປະເທດລາວຟື້ນຕົວ​ຄືນຢ່າງ​ຈະ​ແຈ້ງ. “ພວກເຮົາຄອງຄອຍນັກທ່ອງທ່ຽວຈີນກັບມາ​ທ່ຽວ​ປະ​ເທດ​ລາວ.”

ອົງການທ່ອງທ່ຽວສາກົນແຫ່ງສະຫະປະຊາຊາດຄາດ​ຄະ​ເນວ່າ: ປີ 2023 ຈໍານວນນັກທ່ອງທ່ຽວສາກົນໃນທົ່ວໂລກອາດຈະຟື້ນຟູຮອດ 80% ຫາ 95% ຂອງລະດັບກ່ອນເກີດການ​ແຜ່​ລະ​ບາ​ດ​ຂອງ​ພະ​ຍາດໂຄວິດ-19. ໃນຖານະທີ່ເປັນຕະຫຼາດໄປທ່ຽວ​ຕ່າງປະເທດທີ່ໃຫຍ່ທີ່ສຸດໃນໂລກໃນປີ 2019 ນັ້ນ, ປະເທດຈີນຟື້ນຟູການ​ໄປທ່ຽວ​ຕ່າງປະເທດຂອງພົນລະເມືອງຢ່າງເປັນ​ລະ​ບຽບຈະສົ່ງເສີມໃຫ້​ຂະ​ແໜງການທ່ອງທ່ຽວຢູ່ພາກພື້ນອາຊີປາຊີຟິກ ຈົນຮອດທົ່ວໂລກຟື້ນຕົວ​ຄືນຢ່າງແຂງແຮງ.

(ຂ່າວ: ໜັງສືພິມປະຊາຊົນລາຍວັນຂອງຈີນ, ສໍານັກຂ່າວຊິນຮວາ)

ຂ່າວສານຢຸນນານ·ຈີນ| ຈີນຟື້ນຟູການໄປທ່ຽວຕ່າງປະເທດ ເພີ່ມຄວາມໝັ້ນໃຈໃຫ້ແກ່ການຟື້ນຕົວຂອງການທ່ອງທ່ຽວທ່ົວໂລກ