ມີສິ່ງໜຶ່ງທີ່ເອີ້ນວ່າການໃຊ້ຊີວິດຢູ່ແຂວງຢຸນນານ: "ລົດເມກາເຟ" ໄດ້ປະກົດຕົວຢູ່ຄຸນໝິງ

2023-03-10 18:10:30
ມາຈາກ:

ໃນບໍ່ເທົ່າໃດມື້ທີ່ຜ່ານມາ,"ລົດເມກາເຟ"ສອງຄັນທີ່ພາຍນອກມີຮູບແຕ້ມທີ່ເຕັມໄປດ້ວຍອົງປະກອບຂອງຢຸນນານໄດ້ປະກົດຕົວຢູ່ຄຸນໝິງ, ໄດ້ດຶງດູດປະຊາຊົນແລະນັກທ່ອງທ່ຽວຫຼາຍຄົນມາສຳຜັດ.

“ລົດເມກາເຟ”ເປັນລົດເມສອງຊັ້ນທີ່ມີຫົວຂໍ້ກ່ຽວກັບກາເຟ, ທາງນອກແມ່ນປະດັບດ້ວຍ“ນົກນາງນວນ”, “ຊ້າງອາຊີ”, “ນົກຍູງ” ແລະ ອົງປະກອບຂອງຢຸນນານທີ່ເຕັມໄປດ້ວຍຮີດຄອງປະເພນີຂອງຊົນເຜົ່າ, ທາງໃນຊັ້ນທີໜຶ່ງເປັນເຂດສະແດງເຄື່ອງດື່ມກາເຟແລະບາກາເຟ, ຊັ້ນທີສອງເປັນບ່ອນນັ່ງກາເຟ, ມີບ່ອນນັ່ງສີຟ້າ ແລະ ຫຼັງຄາເປັນສີເຫຼືອງແລະສີບົວ, ເຮັດໃຫ້ພື້ນທີ່ຂອງລົດເມທັງໝົດເບິ່ງໂລແມນຕິກ ແລະ ອົບອຸ່ນຫຼາຍ.

ຂ່າວ ໜັງສຶພິມລາຍວັນຢຸນນານ

ນັກຂ່າວ ຢາງເຈີງ

ມີສິ່ງໜຶ່ງທີ່ເອີ້ນວ່າການໃຊ້ຊີວິດຢູ່ແຂວງຢຸນນານ: "ລົດເມກາເຟ" ໄດ້ປະກົດຕົວຢູ່ຄຸນໝິງ