ຂ່າວສານຢຸນນານ·ຈີນ| ມາຢຸນນານ ແລະ ຈຸ່ມຕົວລົງໃນ ມົນສະເໜ່ຂອງວັດທະນະທໍາ

2023-03-13 15:04:55
ມາຈາກ:

ຂ້ອຍຊື່ Constance VanHorne, ຊື່ຈີນແມ່ນ ຮວງຄຸນວິນ. ຂ້າພະເຈົ້າມາຈາກການາດາ, ແລະຕອນນີ້ເປັນຄູສອນຢູ່ວິທະຍາໄລເຕັກໂນໂລຊີອິດສະລາແອ​ນ​ນະ​ຄອນ​ຊ້ານ​ໂຖ​ແຂວງກວາງ​ຕຸ້ງ​ຈີນ ຫຼື “GTIIT”.

ໃນເດືອນມັງກອນປີນີ້, ຂ້າພະເຈົ້າ ໄດ້ເຫັນພາບດອກຊະ​ກຸ​ຣະ​ເບັ່ງບານ​ຢູ່​ຕາມພູຊານະຄອນພູເອີແຂວງຢຸນນານຢ່າງສວຍງາມໃນ Twitter, ແລະ ທັນໃດນັ້ນຂ້າພະເຈົ້າກໍມີຄວາມສົນໃຈຢາກເດີນທາງໄປທ່ຽວ​ແຂວງຢຸນນານ ແລະ ໄດ້ຕັດສິນໃຈວ່າຈະເດີນ​ທາງໄປທ່ຽວແຂວງຢຸນນານໃນຍາມພັກບຸນກຸດຈີນ.

​ຕົວ​ເມືອງ​ແຫ່ງທໍາອິດທີ່ຂ້າພະເຈົ້າໄປທ່ຽວແມ່ນນະຄອນ​ຄຸນ​​ໝິງ ເທດ​ສະ​ບານແຂວງຢຸນນານ. ຢູ່ທີ່ນີ້, ຂ້າພະເຈົ້າໄດ້ຊີມຈຸມເຫັດປ່າ, ຈັ່ງແມ່ນແຊບອີ່ຫຼີ ຊຶ່ງເປັນຄັ້ງທໍາອິດທີ່ຂ້າພະເຈົ້າໄດ້ເຫັນເຫັດປ່າ ແລະ ຜັກປ່າຫຼາກຫຼາຍຊະນິດ, ແລະ ໃນທີ່ສຸດຂ້າພະເຈົ້າກໍເຂົ້າໃຈວ່າເປັນຫຍັງຄົນຢຸນນານມັກເວົ້າວ່າເຫັດປ່າເປັນຂອງຂວັນທໍາມະຊາດ.

ຕົວ​ເມືອງ​ແຫ່ງທີສອງ​ທີ່ຂ້າພະເຈົ້າ​ໄປ​ທ່ຽວແມ່ນນະຄອນລີ້ຈ່ຽງ. ດິນຈີ່​ທຸກ​ກ້ອນ ແລະ ກະເບື້ອງທຸກແຜ່ນຂອງເມືອງບູຮານລີ້ຈ່ຽງ ລ້ວນແຕ່ໄດ້ເລົ່າເລື່ອງລາວໃນປະຫວັດສາດ, ທ້ອງຟ້າຢູ່​ແຫ່ງ​ນີ້​ປອດ​ໂປ່ງ​ສົດ​ໃສ ແລະ ດອກໄມ້ກໍສວຍ​ສົດ​ງົດງາມ. ຕໍ່ມາ, ຂ້າພະເຈົ້າໄດ້ໄປ​ທ່ຽວ​ໜອງລູກູຫູ, ປັດຈຸບັນນີ້, ປະຊາຊົນເຜົ່າໂມຊໍທ້ອງຖິ່ນຍັງໄດ້ຮັກສາຮີດຄອງປະເພນີ ສັງຄົມ​ທີ່ດຳ​ລົງ​ຊີ​ວິດ​ຕາມ​ເຊື້ອ​ສາຍ​ທາງ​ແມ່, ດັ່ງນັ້ນບ່ອນນີ້ຈຶ່ງຖືກຂະໜາມເປັນ "ໂລກແຫ່ງຜູ້ຍິງ". ນໍ້າໃນໜອງ​ສົດໃສດີ, ນົກນາງນວນບິນ​ຟ້ອນຕາມເຮືອ​ໃນທ່າມກາງສາຍລົມ ແລະ ດວງຕາເວັນເປັ່ງປະກາຍ​​ລັດ​ສະ​ໝີ​ຢູ່​ຕາມຫນ້ານໍ້າ. ຂ້າພະເຈົ້າອົດບໍ່ໄດ້​ຢາກ​ຊີມ​​ລົດ​ຊາດ​ຂອງນ້ຳ​ໃນ​ໜອງ, ຈັ່ງແມ່ນຫວານ​ຊື່ນ​ດີ.

ຈຸດໝາຍປາຍທາງສຸດທ້າຍຂອງຂ້າພະເຈົ້າແມ່ນເມືອງບູຮານດູເຄີ້ຈົ່ງນະຄອນຊຽງເກີ​ຣີລາ, ສະ​ເລ່ຍ​ແລ້ວ ລະດັບ​ສູງ​ຈາກໜ້ານໍ້າທະເລຢູ່ທີ່ນີ້ມີ​ເຖິງ3000 ກວ່າແມັດ. ​ຢູ່​ໃນຮ້ານກາເຟທີ່ມີເອກະລັກຊົນເຜົ່າແຫ່ງໜຶ່ງ, ເຈົ້າຂອງ​ຮ້ານໄດ້ຕ້ອນຮັບຂ້າພະເຈົ້າດ້ວຍຊາເນີຍທີ່ແຊບຊ້ອຍຖ້ວຍ​ໜຶ່ງຢ່າງອົບອຸ່ນ. ​ທັງຟັງເພງ​ທັງດື່ມຊາເນີຍ, ຂ້າພະເຈົ້າຮູ້ສຶກວ່າໄດ້ກັບຄືນ​ສູ່ເວລາພັກຜ່ອນຢ່ອນອາລົມຢູ່ແຄມຝັ່ງຕາເວັນຕົກຂອງເກາະແວນຄູເວີ.

"ຢຸນນານແຫ່ງມົນສະເໜ່" ຈັ່ງແມ່ນ​ມີ​ຊື່​ສຽງ​ໂດ່ງ​ດັງ ແລະ ເຮັດໃຫ້ຂ້າພະເຈົ້າຮູ້ສຶກລືມ​ຍາກ. ໃນອະນາຄົດອັນໃກ້ໆນີ້, ຂ້າພະເຈົ້າ​ຍັງຈະມາຢ້ຽມຢາມແຜ່ນດິນທີ່​ໜ້າ​ອັດ​ສະ​ຈັນແຫ່ງນີ້ອີກ.

(ຂ່າວ: ໜັງສືພິມລາຍວັນຢຸນນານ)

ຂ່າວສານຢຸນນານ·ຈີນ| ມາຢຸນນານ ແລະ ຈຸ່ມຕົວລົງໃນ ມົນສະເໜ່ຂອງວັດທະນະທໍາ