ກິດຈະກໍາທ້າທາຍຂອງຊາວຫນຸ່ມຈາກປະເທດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ປີ 2023 ໄດ້ຈັດຂຶ້ນທີ່ນະຄອນລີ້ ຈ່ຽງ

2023-03-14 19:24:42
ມາຈາກ:

ມື້ມໍ່ໆມານີ້, ກິດຈະກໍາທ້າທາຍຂອງຊາວຫນຸ່ມຈາກປະເທດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ປີ 2023 ໄດ້ຈັດຂຶ້ນທີ່ນະຄອນລີ້ຈ່ຽງ. ຜູ້ຕາງໜ້າຊາວໜຸ່ມຈາກບັນດາປະເທດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ເຊັ່ນ: ຈີນ, ກໍາປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ ໄດ້ສຳຜັດກັບປະສົບການວັດທະນະທໍາ ແລະ ຮີດຄອງປະເພນີຂອງລີ້ຈ່ຽງ ໃນຫຼາກຫຼາຍກິດຈະກໍາ. 

ຊາວຫນຸ່ມໄດ້ຮຽນເຮັດເຈ້ຍປໍສາຕົງປາ, ການຂຽນອັກສອນຕົງປາ, ການຖັກແສ່ວ, ການລອງໃສ່ເຄື່ອງນຸ່ງຂອງຊົນເຜົ່າ, ຮັບຮູ້ ແລະ ສໍາຜັດກັບມົນສະເໜ່ຂອງວັດທະນະທໍາປະເພນີຂອງລີ້ຈ່ຽງ. ປະຊາຊົນເຜົ່ານ້າຊີ ໃນທ້ອງຖິ່ນໄດ້ເຊື້ອເຊີນຊາວໜຸ່ມຟ້ອນລໍານໍາກັນ. ບັນດາຄົນທີ່ມາຈາກຕ່າງຊາດ ແລະ ຕ່າງເຜົ່າ, ໄດ້ຈັບມືກັນ ແລະ ກັນ ຄຽງບ່າຄຽງໄຫລ່ກັນ, ຮ້ອງເພງເພງດຽວ ເຕັ້ນລໍາເພງດຽວກັນ, ຊຶ່ງໄດ້ບັນລະຍາຍໃຫ້ເຫັນເຖິງ ໄມຕີຈິດຄວາມຮັກແພງລະຫວ່າງປະເທດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງທີ່ "ດື່ມສາຍນໍ້າດຽວກັນ, ເປັນຄອບຄົວດຽວກັນ".

ຂ່າວ: ໜັງສືພິມລາຍວັນຢຸນນານ ບັນນາທິການ: ວິມົນ

ກິດຈະກໍາທ້າທາຍຂອງຊາວຫນຸ່ມຈາກປະເທດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ປີ 2023 ໄດ້ຈັດຂຶ້ນທີ່ນະຄອນລີ້ ຈ່ຽງ