ເມືອງນິງເອີແຂວງຢຸນນານໄດ້ຖ່າຍພາບອັນອົບອຸ່ນຂອງຊ້າງອາຊີທີ່ກຳລັງຫຼິ້ນຢ່າງມ່ວນຊື່ນ

2023-03-15 19:10:11
ມາຈາກ:

ຫວ່າງມໍ່ໆນີ້, ຢູ່ເມືອງນິງເອີແຂວງຢຸນນານ, ເຈົ້າໜ້າທີ່ຕິດຕາມຊ້າງອາຊີໄດ້ຖ່າຍຮູບພາບທີ່ໜ້າຮັກຂອງຊ້າງອາຊີກຳລັງຫາກິນແລະນອນ. ເຈົ້າໜ້າທີ່ກວດກາໄດ້ແບ່ງປັນວ່າ: ໄດ້ຖ່າຍຝູງຊ້າງອາຊີທີ່ມີ 8 ໂຕ, ໃນມື້ດຽວກັນ, ພວກມັນໄດ້ຜ່ານພູຊາໃນທ້ອງຖິ່ນເຂົ້າໄປໃນປ່າເພື່ອຫາກິນ ແລະ ນອນພັກຜ່ອນ.

ຝູງຊ້າງນີ້ມີ ຊ້າງອາຊີນ້ອຍ 3 ໂຕ, ໂຕນ້ອຍທິ່ສຸດອາຍຸປະມານ 1 ປີ, ສ່ວນຊ້າງອາຊີອີກ 2 ໂຕອາຍຸປະມານ 3 ປີ, ຊ້າງອາຊີໃນຝູງຊ້າງນີ້ມີສາຍສຳພັນເປັນ“ອ້າຍເອື້ອຍນ້ອງ”, ພວກມັນມັກຢອກຫຼິ້ນນຳກັນໃນຊີວິດປະຈຳວັນ, ແລະຄວາມສໍາພັນແມ່ນກົມກຽວກັນຫຼາຍ.

ຂ່າວ:ສູນສື່ມວນຊົນທີ່ສົມທົບເມືອງນິງເອີ

ເມືອງນິງເອີແຂວງຢຸນນານໄດ້ຖ່າຍພາບອັນອົບອຸ່ນຂອງຊ້າງອາຊີທີ່ກຳລັງຫຼິ້ນຢ່າງມ່ວນຊື່ນ