ໝາກຖົ່ວລຽນທີ່ປູກພາຍໃນປະເທດຈີນຈະມາຮອດແລ້ວ

2023-03-16 18:52:09
ມາຈາກ:

ໝາກຖົ່ວລຽນມີລົດຊາດແລະຄວາມຮູ້ສຶກໃນການກິນທີ່ເປັນເອກະລັກ, ເຊິ່ງໄດ້ຮັບຄວາມນິຍົມຫຼາຍໃນບັນດາຜູ້ບໍລິໂພກ.ເນື່ອງຈາກໝາກຖົ່ວລຽນທີ່ມີຄຸນນະພາບດີສ່ວນຫຼາຍແມ່ນອີງໃສ່ການນໍາເຂົ້າ, ລາຄາສູງ, ແຕ່ສະຖານະການອາດຈະແຕກຕ່າງກັນໃນປີນີ້, ຍ້ອນວ່າໝາກຖົ່ວລຽນທີ່ປູກພາຍໃນປະເທດຈີນຈະມາຮອດແລ້ວ!

ຫວ່າງມໍ່ໆມານີ້, ໝາກຖົ່ວລຽນທີ່ເນື້ອທີ່ມີ 93 ເຮັກຕາທີ່ປູກຢູ່ໃນພື້ນຖານໝາກຖົ່ວລຽນເຂດນິເວດຢູຊາຍຊານຢາແຂວງໄຮນານປະເທດຈີນໄດ້ອອກໝາກອ່ອນ, ໝາກຂອງມັນຈະສຸກແລະເຂົ້າສູ່ຕະຫຼາດໃນເດືອນມິຖຸນາປີນີ້, ໝາກຖົ່ວລຽນ ເນື້ອທີ່ 667 ຕາແມັດ ຈຳນວນຜົນຜະລິດມີ 500 ກີໂລ ແລະ ມູນຄ່າການຜະລິດມີ 50.000 ຢວນ. ໃນຕໍ່ໜ້າ, ຄາດຄະເນວ່າໝາກຖົ່ວລຽນ ເນື້ອທີ່ 667 ຕາແມັດຈະບັນລຸຜົນຜະລິດ 1750 ກິໂລ, ແລະ ມູນຄ່າການຜະລິດຈະຫຼາຍກວ່າ 100.000 ຢວນ.

ອີງຕາມການແນະນຳຂອງກົມກະສິກຳແລະຊົນນະບົດຂອງເມືອງຊານຢາ, ເມື່ອ 4 ປີກ່ອນ, ເມືອງຊານຢາໄດ້ນຳເຂົ້າແນວພັນໝາກຖົ່ວລຽນ, ພາຍຫຼັງປູກແລະຜະລິດພາຍໃນປະເທດເປັນເວລາຫຼາຍປີ, ປີນີ້ໄດ້ຮັບໝາກຜົນແລ້ວ.ປະຈຸບັນ, ໝາກຖົ່ວລຽນທີ່ມີເນື້ອທີ່ກວ່າ 600 ເຮັກຕາທີ່ໄດ້ຮັບການປູກໃນເມືອງຕ່າງໆຂອງເມືອງຊານຢາ,ໄດ້ຮັບໝາກຜົນຢ່າງຕໍ່ເນື່ອງ, ໃນອະນາຄົດຈະມີໝາກຖົ່ວລຽນທີ່ປູກຢູ່ເມືອງຊານຢາເຂົ້າສູ່ຕະຫຼາດອີກດ້ວຍ.

ໝາກຖົ່ວລຽນທີ່ຜະລິດຢູ່ເມືອງຊານຢາບໍ່ພຽງແຕ່ມີນ້ຳຕານສູງເທົ່ານັ້ນ, ແຕ່ຍັງມີທ່າແຮງດ້ານເວລາ, ສະນັ້ນ ໝາກຖົ່ວລຽນຈຶ່ງສາມາດເຂົ້າສູ່ຕະຫຼາດໃນຖານະໝາກຖົ່ວລຽນສົດ. "ໃນອີກ 1 ຫຼື 2 ປີ, ໝາກຖົ່ວລຽນຂອງພວກເຮົາຈະເຂົ້າສູ່ໄລຍະອອກໝາກຢ່າງເຕັມທີ່. ພວກເຮົາວາງແຜນທີ່ຈະສ້າງສວນຂະແໜງການໝາກຖົ່ວລຽນມີເນື້ອທີ່ 3.333 ເຮັກຕາໃຊ້ເວລາ 3 ຫາ 5 ປີ, ຄາດວ່າຈະເພີ່ມມູນຄ່າຜົນຜະລິດໄດ້ 5 ຕື້ຢວນ."

ກ່ອນໜ້ານີ້, ຈີນບໍ່ໄດ້ຜະລິດໝາກຖົ່ວລຽນຫຼາຍປານໃດ, ແຕ່ກໍເປັນປະເທດໃຫຍ່ທີ່ບໍລິໂພກໝາກຖົ່ວລຽນ. ປະຈຸບັນ, ໝາກຖົ່ວລຽນສົດຈຳນວນຫຼວງຫຼາຍທີ່ຂາຍຢູ່ຈີນແມ່ນນຳເຂົ້າຈາກໄທ. ຫຼັງຈາກປີ 2019, ຈຳນວນໝາກຖົ່ວລຽນສົດທີ່ຈີນນຳເຂົ້າໄດ້ລື່ນກາຍໝາກເຊີຣີ, ໝາກຖົ່ວລຽນກາຍເປັນ “ລາຊາແຫ່ງໝາກໄມ້ນຳເຂົ້າ”. ຊາວເນັດຈີນຕັ້ງໃຈລໍຖ້າຂ່າວວ່າໝາກຖົ່ວລຽນພາຍໃນປະເທດຈີນຈະອອກສູ່ຕະຫຼາດໃນໄວໆນີ້.

ຂ່າວ:ຂ່າວCCTV

ໝາກຖົ່ວລຽນທີ່ປູກພາຍໃນປະເທດຈີນຈະມາຮອດແລ້ວ