ມາເມືອງໝົງລຽນແຂວງຢຸນນານເພື່ອເບິ່ງດອກອາໂວກາໂດ

2023-03-21 10:20:22
ມາຈາກ:

ໄດ້ກິນອາໂວກາໂດ(avocado)ແລ້ວເຈົ້າເຄີຍເຫັນດອກອາໂວກາໂດເບັ່ງບານບໍ? ເຊີນທ່ານມາຖານປູກອາໂວກາໂດທີ່ໃຫຍ່ທີ່ສຸດຂອງຈີນຢູ່ ເມືອງປົກຄອງຕົນເອງຊົນເຜົ່າໄທຫຼື້ຊົນເຜົ່າລາຮູຊົນເຜົ່າວາໝົງລຽນເມືອງພູເອີ ແຂວງຢຸນນານ ເພື່ອເບິ່ງດອກອາໂວກາໂດ.

ຫວ່າງມໍ່ໆມານີ້, ດອກອາໂວກາໂດຫຼາຍກວ່າ 4.600 ເຮັກຕາຢູ່ເມືອງໝົງລຽນເບັ່ງບານອອກດອກໃນລະດູໃບໄມ້ປົ່ງ, ດອກໄມ້ສີເຫຼືອງອ່ອນແລະ ມີກິ່ນຫອມ. ອາໂວກາໂດຂອງໝົງລຽນແມ່ນມີລະດັບການສຸກສູງ, ລົດຊາດແລະຄຸນນະພາບດີ, ແລະ ໃຊ້ເວລາພຽງແຕ່ 3 ຫາ 5 ມື້ ຈາກການເກັບຈົນເຖິງມືຜູ້ບໍລິໂພກ. ມາຮອດປະຈຸບັນ, ເນື້ອທີ່ປູກຝັງຂອງເມືອງໄດ້ບັນລຸ 4.693 ເຮັກຕາ, ແລະລາຍຮັບສະເລ່ຍຂອງຄອບຄົວຜູ້ໄດ້ຮັບຜົນປະໂຫຍດໄດ້ລື່ນກາຍ 3.000 ຢວນຕໍ່ປີ.

ຂ່າວ:ສໍຳນັກຂ່າວຊີນຮວາ

ນັກຂ່າວ:ເຫີຊຸນເຮົາ

ມາເມືອງໝົງລຽນແຂວງຢຸນນານເພື່ອເບິ່ງດອກອາໂວກາໂດ