ນັບຕັ້ງແຕ່ວັນທີ 6 ກຸມພາ ຈີນໄດ້ຟື້ນຟູການໄປທ່ຽວຕ່າງປະເທດເປັນຄະນະເປັນຕົ້ນມາ, ແຂວງຢຸນນານມີຄະນະທ່ອງທ່ຽວ 921 ກຸ່ມ ແລະ ນັກທ່ອງທ່ຽວຫຼາຍກວ່າ 16.000 ຄົນ  ໄດ້ເດີນທາງໄປທ່ຽວຕ່າງປະເທດ

2023-03-21 18:22:17
ມາຈາກ:

ວັນທີ 15 ມີນານີ້, ໃນພິທີເປີດການຟື້ນຟູການໄປທ່ຽວຕ່າງປະເທດເປັນຄະນະ ຊຸດທີສອງ ທີ່ຮ່ວມຈັດຂຶ້ນໂດຍພະແນກ  ວັດທະນະທໍາ ແລະ ທ່ອງທ່ຽວແຂວງຢຸນນານ ແລະ ກຸ່ມບໍລິສັດທາງລົດໄຟແຫ່ງຊາດຈີນ ສາຂາຄຸນໝິງ, ຄະນະສໍາຫຼວດການທ່ອງທ່ຽວທີ່ປະກອບໂດຍຜູ້ຊ່ຽວຊານດ້ານການທ່ອງທ່ຽວຂອງແຂວງຢຸນນານ, ນັກທ່ອງທ່ຽວອາວຸໂສ, ແລະ ເນັດໄອດໍດ້ານການທ່ອງທ່ຽວຈາກປະເທດຈີນ-ລາວ-ໄທ, ໄດ້ນັ່ງຂະບວນລົດໄຟລາວ-ຈີນ ອອກເດີນທາງຈາກນະຄອນຄຸນໝິງ ແລະ ເລີ່ມດໍາເນີນວຽກງານການສໍາຫຼວດແຫຼ່ງທ່ອງທ່ຽວລະຫວ່າງຈີນ-ລາວ-ໄທເປັນເວລາ 7 ວັນ.

ວັນທີ 6 ກຸມພາ, ຈີນໄດ້ທົດລອງຟື້ນຟູການໄປທ່ຽວຕ່າງປະເທດເປັນຄະນະ. ບົນພື້ນຖານລາຍຊື່ການທົດລອງຟື້ນຟູການໄປທ່ຽວຕ່າງປະເທດ  20 ປະເທດຄັ້ງທໍາອິດນັ້ນ, ນັບແຕ່ວັນທີ 15 ມີນາ ເປັນຕົ້ນໄປ, ໄດ້ເພີ່ມລາຍຊື່ທົດລອງຟື້ນຟູການໄປທ່ຽວຕ່າງປະເທດເປັນຄະນະອີກ 40 ປະເທດ. ອີງຕາມຂໍ້ມູນຈາກພະແນກ  ວັດທະນະທໍາ ແລະ ທ່ອງທ່ຽວແຂວງຢຸນນານສະແດງໃຫ້ເຫັນວ່າ, ນັບແຕ່ວັນທີ 6 ກຸມພາ ເປັນຕົ້ນມາ, ແຂວງຢຸນນານມີຄະນະທ່ອງທ່ຽວ 921 ກຸ່ມ ແລະ ນັກທ່ອງທ່ຽວ 16.760 ຄົນ  ໄດ້ເດີນທາງໄປທ່ຽວຕ່າງປະເທດ, ຈຸດໝາຍປາຍທາງການທ່ອງທ່ຽວຕົ້ນຕໍແມ່ນ ບັນດາປະເທດໃນອາຊີຕາເວັນອອກສ່ຽງໃຕ້ ເຊັ່ນ: ລາວ ແລະ ໄທ. ຈຸດປະສົງຂອງແຂວງຢຸນນານທີ່ໄດ້ເປີດກິດຈະກໍາການຟື້ນຟູໄປທ່ຽວຕ່າງປະເທດເປັນຄະນະຊຸດທີສອງ, ແມ່ນເພື່ອໃຫ້ປະຊາຊົນຢຸນນານໄປທ່ຽວຕ່າງປະເທດຫຼາຍຂຶ້ນ ແລະ ສໍາຜັດກັບຮີດຄອງປະເພນີຂອງຕ່າງປະເທດ.

ຄະນະສໍາຫຼວດການທ່ອງທ່ຽວຈາກຈີນ-ລາວ-ໄທ ຈະໄປສໍາຫຼວດແຫຼ່ງທ່ອງທ່ຽວຂອງລາວ ແລະ ໄທ, ຈະດໍາເນີນການແລກປ່ຽນກັນ ລະຫວ່າງ ຜູ້ປະກອບການຂະແໜງການທ່ອງທ່ຽວຂອງປະເທດລາວ ແລະ ໄທ, ພ້ອມທັງວາງສະແດງຜະລິດຕະພັນການທ່ອງທ່ຽວຂອງແຂວງຢຸນນານ. ທ່ານ ຫຼີກຸຍເຫວິນ (Li Guiwen) ສະມາຊິກຄະນະສໍາຫຼວດ ຜູ້ຮັບຜິດຊອບຂອງບໍລິສັດທ່ອງທ່ຽວຕິລາງ ຢຸນນານ ເຄີຍໄປສໍາຫຼວດເສັ້ນທາງການທ່ອງທ່ຽວຂອງລາວ, ໄທ ຫຼາຍເທື່ອ. ລາວກ່າວວ່າ, ດ້ວຍກາລະໂອກາດຂອງທາງລົດໄຟລາວ-ຈີນນໍາມາ, ບໍລິສັດ ໄດ້ເຜີຍແຜ່ຮູບແບບການທ່ອງທ່ຽວຢຸນນານໃໝ່ ເຊັ່ນ: "ທາງລົດໄຟ + ການທ່ອງທ່ຽວ"  "ທາງລົດໄຟຄວາມໄວສູງ + ການທ່ອງທ່ຽວເຮືອບິນ", ແລະ ປັດຈຸບັນນີ້ໄດ້ບັນລຸເຈດຕະນາການຮ່ວມມືກັບຜູ້ປະກອບການທ່ອງທ່ຽວເປັນຄະນະຂອງໄທ.

ປະເທດໄທເປັນຫນຶ່ງໃນຈຸດໝາຍປາຍທາງ ທີ່ນັກທ່ອງທ່ຽວຈີນນິຍົມຊົມຊອບທີ່ສຸດໃນການເດີນທາງໄປຕ່າງປະ ເທດ. ທ່ານ ຊູຫົງ ຜູ້ອໍານວຍການຫ້ອງການ ກົມທ່ອງທ່ຽວແຫ່ງຊາດໄທ ສາຂາຄຸນໝິງກ່າວວ່າ, ການເປີດນໍາໃຊ້ຂອງທາງລົດໄຟລາວ-ຈີນ ໄດ້ສົ່ງເສີມໃຫ້ຢຸນນານ ກາຍເປັນສູນກາງໃນການເຊື່ອມໂຍງລະຫວ່າງຈີນ, ລາວ, ໄທ ແລະ ຢຸນນານ ກໍຈະກາຍເປັນສະຖານທີ່ແຫ່ງທໍາອິດສໍາລັບນັກທ່ອງທ່ຽວຈາກໄທ, ລາວ ແລະ ປະເທດອື່ນໆໃນອາຊີຕາເວັນອອກສ່ຽງໃຕ້ ທີ່ຈະມາຢ້ຽມຢາມ ສປ ຈີນ. ແຕ່ຕົ້ນເດືອນມັງກອນຫາທ້າຍເດືອນມີນາ, ຄາດວ່າໄທຈະດຶງດູດນັກທ່ອງທ່ຽວຈີນ 300.000 ຄົນ. ຕໍ່ກັບແຜນການນີ້, ລັດຖະບານໄທ ໄດ້ກຽມພ້ອມໃນດ້ານການຂົນສົ່ງ, ໂຮງແຮມ, ຮ້ານອາຫານ, ການບໍລິການນໍາທ່ຽວ ແລະ ດ້ານອື່ນໆ ເພື່ອອໍານວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວຈີນ.

ນັບແຕ່ຕົ້ນປີນີ້ເປັນຕົ້ນມາ, ຕະຫຼາດການເດີນທາງໄປທ່ຽວຕ່າງປະເທດຂອງຈີນຍັງສືບຕໍ່ຮ້ອນແຮງ. ວັນທີ 10 ມີນາ ນີ້, ພາຍຫຼັງ ທີ່ ກະຊວງວັດທະນະທໍາ ແລະ ທ່ອງທ່ຽວຂອງຈີນ ໄດ້ດໍາເນີນການທົດລອງຟື້ນຟູການໄປທ່ຽວຕ່າງປະເທດເປັນຄະນະ ງວດທີ 2, ການກວດເບິ່ງຂໍ້ມູນຜ່ານທາງອອນລາຍຂອງບັນດາປະເທດໃນລາຍຊື່ງວດທີ 2 ໄດ້ເພີ່ມຂຶ້ນເປັນ 300% ພາຍໃນມື້ດຽວ. ຜູ້ປະກອບການດ້ານການທ່ອງທ່ຽວເຫັນວ່າ, ໄປຄຽງຄູ່ກັບການສະໜັບສະໜູນດ້ານນະໂຍບາຍການໄປທ່ຽວຕ່າງປະເທດທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ການໄປທ່ຽວຕ່າງປະເທດຂອງຈີນຈະມີທ່ວງທ່າການເຕີບໂຕເຂັ້ມແຂງຂຶ້ນຫຼາຍກວ່າເກົ່າ.

ຂ່າວ: ໜັງສືພິມລາຍວັນຄຸນໝິງ
ບັນນາທິການ: ວິມົນ
 

ນັບຕັ້ງແຕ່ວັນທີ 6 ກຸມພາ ຈີນໄດ້ຟື້ນຟູການໄປທ່ຽວຕ່າງປະເທດເປັນຄະນະເປັນຕົ້ນມາ, ແຂວງຢຸນນານມີຄະນະທ່ອງທ່ຽວ 921 ກຸ່ມ ແລະ ນັກທ່ອງທ່ຽວຫຼາຍກວ່າ 16.000 ຄົນ  ໄດ້ເດີນທາງໄປທ່ຽວຕ່າງປະເທດ