ຊາລະດູໃບໄມ້ປົ່ງຈາກເມືອງພູເອີແຂວງຢຸນນານໄດ້ເລີ່ມການເກັບຊາໃນເນື້ອທີ່ຂະຫນາດໃຫຍ່

2023-03-22 20:05:35
ມາຈາກ:

ຫວ່າງມໍ່ໆມານີ້, ໃບຊາໄດ້ງອກງາມຢູ່ສວນຊາແຫ່ງຕ່າງໆຂອງເມືອງພູເອີແຂວງຢຸນນານ, ແລະຊາລະດູໃບໄມ້ປົ່ງໄດ້ເລີ່ມເກັບຊາໃນເນື້ອທີ່ຂະໜາດໃຫຍ່. ມາຮອດວັນທີ 5 ມີນາ, ເນື້ອທີ່ການເກັບຊາຂອງຊາລະດູໃບໄມ້ປົ່ງຈາກເມືອງພູເອີມີ 72.760 ເຮັກຕາ, ໄດ້ຮັບຜົນຜະລິດ 3.076,3 ໂຕນ.

ມາຮອດທ້າຍປີ 2022, ເນື້ອທີ່ສວນຊາໃນເມືອງພູເອີມີ 139.333 ເຮັກຕາ, ໃນນັ້ນມີ 126.666 ເຮັກຕາເປັນສວນຊາທັນສະໄໝ, ມີ 12.666 ເຮັກຕາເປັນສວນຊາບູຮານແບບປູກ, ການກໍ່ສ້າງສວນຊາອິນຊີ ມີເນື້ອທີ່ຮອດ 33,3 ເຮັກຕາ, ມູນຄ່າຜົນຜະລິດລວມຂອງຂະແໜງການຊາໄດ້ບັນລຸ 39.246 ຕື້ຢວນ.

ຂ່າວ:ໜັງສືພິມລາຍວັນແຂວງຢຸນນານ

ນັກຂ່າວ:ເຊີນເຮົາ

ຊາລະດູໃບໄມ້ປົ່ງຈາກເມືອງພູເອີແຂວງຢຸນນານໄດ້ເລີ່ມການເກັບຊາໃນເນື້ອທີ່ຂະຫນາດໃຫຍ່